ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທະຫານແຂວງບໍ່ແກ້ວ ມອບເງິນອຸດໜູນ ໃຫ້ພະນັກງານບຳນານ
ເວລາອອກຂ່າວ: 2021-04-22 15:18:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 774 | ຄວາມນິຍົມ:



ຫວ່າງບໍ່ດົນມານີ້, ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ມອບເງິນອຸດໜູນໃຫ້ພະນັກງານທີ່ມີເງື່ອນໄຂຕາມອາຍຸກະສຽນພັກການເຂົ້າຮັບເບ້ຍບຳນານ, ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນໂທ ທອງໄຂ ສີຍາລາດ ຮອງເລຂາຄະນະພັກ ຫົວໜ້າການທະຫານກອງບັນຊາການທະຫານແຂວງບໍ່ແກ້ວ, ມີພະແນກການທີ່ກ່ຽວຂ້ອງພ້ອມດ້ວຍພະນັກງານຮັບບຳນານເຂົ້າຮ່ວມ. ສະຫາຍ ພັນຕີ ມານິດ ຈັນສີ ຮອງຫົວໜ້າພະແນກພະນັກງານ ຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງ ກະຊວງປ້ອງປ້ອງກັນປະເທດ ວ່າດ້ວຍການອະນຸຍາດໃຫ້ນາຍທະຫານຢູ່ກອງບັນຊາການທະຫານແຂວງບໍ່ແກ້ວ ຈຳນວນ 12 ສະຫາຍ, ຍິງ 2 ສະຫາຍ ພັກການເພື່ອຮັບເບ້ຍບຳນານ ເຊີ່ງມີຈຳນວນເງິນລວມທັງໝົດ 223.945.200 ກີບ, ໂດຍການກ່າວມອບຂອງ ສະຫາຍ ພັນໂທ ທອງໄຂ ສີຍາລາດ. ໂອກາດນີ້ສະຫາຍ ຍັງໄດ້ມີຄຳເຫັນໂອ້ລົມຫຼາຍບັນຫາສຳຄັນຕໍ່ພິທີ ເຊິ່ງກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ບັນດາສະຫາຍພະນັກງານທີ່ເຖິງອາຍຸການຮັບເບ້ຍບຳນານທີ່ໄດ້ອຸທິດເຫຼື່ອແຮງ, ສະຕິປັນຍາເຂົ້າໃນການເຄື່ອນໄຫວປະຕິວັດ ແລະ ເຮັດສຳເລັດໜ້າທີ່ວຽກງານການເມືອງຂອງກົມກອງກໍຄືວຽກງານວິຊາສະເພາະຂອງຕົນທີ່ການຈັດຕັ້ງຂັ້ນເທິງ ພັກ-ລັດ ມອບໝາຍໃຫ້ ແລະ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນວຽກງານປົກປັກຮັກສາ, ສ້າງສາປະເທດຊາດກໍຄືສ້າງສາາພັດທະນາກົມກອງໃຫ້ມີຄວາມສະຫງົບປອດໄພໂດຍພື້ນຖານ, ສະນັ້ນ ພັກ-ລັດຈຶ່ງໄດ້ມີນະໂຍບາຍມອບເງິນໃຫ້ບັນດາສະຫາຍດັ່ງກ່າວເພື່ອນຳໄປໝູນໃຊ້ເຂົ້າໃນການດຳລົງຊີວິດ ແລະ ສ້າງສາພັດທະນາເສດຖະກິດຄອບຄົວໃຫ້ມີຊີວິດການເປັນຢູ່ດີຂຶ້ນກວ່າເກົ່າ ແລະ ຮຽກຮ້ອງໃຫ້ບັນດາສະຫາຍສືບຕໍ່ເຮັດໜ້າທີ່ເປັນເຈົ້າການໃນການສຶກສາອົບຮົມ ການເມືອງ-ແນວຄິດຕໍ່ລູກຫຼານພໍ່ແມ່ປະຊາຊົນໃຫ້ມີຄວາມຮັບຮູ້ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍປ່ຽນແປງໃໝ່ຂອງພັກ-ລັດ, ເປັນແກ່ນສານໃຫ້ແກ່ອົງການປົກຄອງທ້ອງຖິ່ນ ແລະ ຮັກສາໄດ້ຄວາມສາມັກຄີ, ເປັນແບບຢ່າງທີ່ດີໃນການດຳລົງຊີວິດຢູ່ໃນສັງຄົມ. . ໂດຍ: ວໍລະສິດ ພິດສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ