ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ທະຫານແຂວງອຸດົມໄຊ ມອບເງິນນະໂຍບາຍໃຫ້ພະນັກງານພັກການຮັບ ບຳນານ ແລະ ອອກອຸດໜູນ
ເວລາອອກຂ່າວ: 2021-04-23 09:58:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 259 | ຄວາມນິຍົມ:



ໃນກາງເດືອນ ເມສາ 2021 ນີ້, ຫ້ອງການເມືອງກອງບັນຊາການທະຫານແຂວງອຸດົມໄຊ ໄດ້ຈັດພິທີມອບເງິນນະໂຍບາຍອຸດໜູນ-ບຳນານໃຫ້ພະນັກງານທີ່ ພັກການເຂົ້າຮັບບໍານານ ແລະ ອອກອຸດໜູນ ຈໍານວນ 3 ສະຫາຍ ລວມເປັນ ເງິນທັງໝົດ 219.000.000 ກີບ, ໂດຍການເຂົ້າຮ່ວມ ແລະມອບເງິນຂອງສະຫາຍ ພັນໂທ ພອນຄຳ ຫວ່າງສະຫງວນ ຫົວໜ້າພະແນກໂຄສະນາກອງບັນຊາການທະຫານແຂວງອຸດົມໄຊ, ມີຄະນະພັກ-ຄະນະບັນຊາ ກົມກອງ, ພະແນກການກ່ຽວຂ້ອງ ແລະ ພະນັກງານຮັບບຳນານ-ອອກອຸດໜູນເຂົ້າຮວ່ມ. ເພື່ອເປັນການປະຕິບັດຕາມກົດໝາຍປະກັນສັງຄົມ ແລະ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ວ່າດ້ວຍ ການອະນຸມັດໃຫ້ນາຍທະຫານພັກການຮັບບຳນານ, ທັງເປັນການປະຕິບັດນະໂຍບາຍລວມຂອງພັກ-ລັດທີ່ມີຕໍ່ນາຍ ແລະພົນທະຫານຖັນແຖວກອງທັບປະຊາຊົນລາວທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ກໍຄືກົມກອງຕາມໜ້າທີ່ວຽກງານທີ່ໄດ້ຮັບມອບໝາຍຕະຫຼອດໄລຍະຜ່ານມາ ແລະມອບເງິນອຸດໜູນໃຫ້ເພື່ອຕອບບຸນແທນຄຸນທີ່ ໄດ້ເສຍສະຫຼະແຮງກາຍສະຕິປັນຍາ ເພື່ອພາລະກິດລວມຂອງຊາດກໍຄືປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກົມກອງໃນໄລຍະຜ່ານມາ, ເຊິ່ງເງິນຈໍານວນດັ່ງກ່າວມອບໃຫ້ເພື່ອເປັນທຶນໃນການປັບປຸງພັດທະນາຊີວິດການເປັນຢູ່ໃນຄອບຄົວໃຫ້ດີຂຶ້ນເປັນກ້າວໆ. ຂ່າວ-ພາບ: ທະນູວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ