ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ສະຫຼຸບການນຳພາຂອງຄະນະບໍລິຫານງານພັກກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2021-04-23 14:02:35 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 433 | ຄວາມນິຍົມ:



ວັນທີ 21 ເມສາ 2021 ນີ້, ຄະນະບໍລິຫານງານພັກ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ຈັດກອງປະຊຸມສະຫຼຸບວຽກງານການນຳພາ ປະຈໍາໄຕມາດ l ແລະ ວາງທິດທາງແຜນການປະຈຳໄຕມາດ ll ປີ 2021, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ບຸນມີ ພາມີໄຊ ກໍາມະການຄະນະປະຈໍາພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານ ແຂວງບໍ່ແກ້ວ, ມີ ຄະນະພັກກອງບັນຊາການ, ຄະນະພັກຮາກຖານ, ໜ່ວຍພັກຂື້ນກັບ ແລະ ໜ່ວຍພັກເອກະລາດ ທີ່ຂື້ນກັບອົງຄະນະບໍລິຫານງານພັກກອງບັນຊານການ ຕະຫຼອດຮອດພະແນກການກ່ຽວຂ້ອງເຂົ້າຮ່ວມ. ສະຫາຍ ພັນໂທ ຄຳສອນ ໄຊຍະວົງ ກໍາມະການຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ໄດ້ສະຫຼຸບລາຍງານຜ່ານການຊີ້ນຳ-ນໍາພາວຽກງານຮອບດ້ານ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ໄດ້ຊີ້ນຳ-ນຳພາສຶກສາ ອົບຮົມການເມືອງ-ນໍາພາແນວຄິດ ສອດຫ້ອຍເຂົ້າໃນທຸກຂົງເຂດວຽກງານຂະບວນການເຄື່ອນໄຫວດ້ານຕ່າງໆຂອງບັນດາກົມກອງ, ເຮັດໃຫ້ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ, ພະນັກງານສະມາຊິກພັກ-ນັກຮົບ, ເຂົ້າໃຈແຈ້ງຕໍ່ແນວທາງປ່ຽນແປງໃໝ່ຂອງພັກ, ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ, ຕັ້ງໜ້າປະກອບສ່ວນເຂົ້າໃນໜ້າທີ່ວຽກງານວິຊາສະເພາະ ກໍຄືໜ້າທີ່ການເມືອງຂອງກົມກອງດ້ວຍຄວາມບຸກບືນຫ້າວຫັນສາມາດຍາດໄດ້ ຜົນສຳເລັດໃນຫຼາຍດ້ານທີ່ໄດ້ຕາມລະດັບຄາດໝາຍ. ພ້ອມດຽວກັນນີ້ ໃນກອງປະຊຸມຍັງໄດ້ມອບໃບຢັງຍຶນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ຈຳນວນ 25 ໜ່ວຍພັກ, ປະດັບຫຼຽນໄຊພິລະອາດຫານຊັ້ນ II ຈໍານວນ 8 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ III ຈຳນວນ 15 ສະຫາຍ 6 ກົມກອງ, ມອບໃບຍ້ອງຍໍຂອງກະຊວງປ້ອງກັນປະເທດ ຈຳນວນ 19 ສະຫາຍ, ໃບຍ້ອງຍໍຂອງທ່ານເຈົ້າແຂວງໆບໍ່ແກ້ວ ຈໍານວນ 322 ສະຫາຍ ແລະ ຊົມເຊີຍຂອງແຂວງ ຈຳນວນ 241 ສະຫາຍ, ໃຫ້ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນ ຢ່າງສົມກຽດ. ສະຫາຍພັນເອກ ບຸນມີ ພາມີໄຊ ໄດ້ເນັ້ນໜັກ ໃຫ້ຄະນະພັກຮາກຖານໜ່ວຍພັກ ແຕ່ລະຂັ້ນ ເອົາໃຈໃສ່ຕໍ່ວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ຕິດພັນກັບວຽກງານວິຊາສະເພາະ ກໍຄືໜ້າທີ່ການເມືອງ ຂອງກົມກອງ, ຍຶດໝັ້ນຫຼັກການລວມສູນປະຊາທິປະໄຕ, ແບ່ງວຽກງານໃຫ້ບຸກຄົນຮັບຜິດຊອບ ຢ່າງຈະແຈ້ງ, ປັບປຸງແບບແຜນວິທີເຮັດວຽກແບບມີວິທະຍາສາດທັນສະໄໝ, ປຶກສາຫາລືເປັນໝູ່ຄະນະ, ມີຄວາມເປັນເອກະພາບໃນທຸກວຽກງານ, ການເຮັດວຽກຕ້ອງມີການສະຫຼຸບ ຖອດຖອນບົດຮຽນໃນແຕ່ລະໄລຍະເປັນປົກກະຕິ, ຮັດແໜ້ນຄວາມສາມັກຄີໃຫ້ເຂັ້ມແຂງຮອບດ້ານ ທັງພາຍໃນ ແລະ ຕ່າງປະເທດ. ພ້ອມກັນນັ້ນ, ກໍຕ້ອງຍົກສູງຄວາມຮັບຜິດຊອບ ຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ, ສືບຕໍ່ຊີ້ນຳ-ນຳພາປັບປຸງ ພັດທະນາກົມກອງໃຫ້ກ້າວຂຶ້ນ ຕາມທິດສ້າງກອງທັບປະຕິວັດ ມີລະບຽບແບບແຜນທັນສະໄໝ. ພິເສດຕ້ອງຍົກສູງຄວາມຮັບຜິດຊອບຄຸ້ມເຄັ້ມໃນການຕ້ານ ແລະ ສະກັດກັ້ນພະຍາດລະບາດຂອງພະຍາດໂຄວິດ-19 ທີ່ກຳລັງລະບາດເປັນວົງກ້ວາງໃນປະເທດເຮົາ ໃຫ້ມີຄວາມປອດໄພ 100%. ໂດຍ: ວໍລະສິດ ພິດສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ