ກອງທັບປະຊາຊົນລາວ

ວັນຈັນ, ວັນທີ 09 ສິງຫາ 2021



ສະຫາຍຮອງນາຍົກລັດຖະມົນຕີລົງຊຸກຍູ້ວຽກງານສະກັດກັ້ນຕ້ານພະຍາດໂຄວິດ-19 ຢູ່ໂຮງໝໍ103 ແລະ ສູນກັກກັນຫລັກ 27
ເວລາອອກຂ່າວ: 2021-04-24 14:03:35 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 36 | ຄວາມນິຍົມ:



ໃນຕອນເຊົ້າຂອງວັນທີ 24 ເມສານີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະລົງເຄື່ອນໄຫວຊຸກຍູ້ວຽກງານສະກັດກັ້ນ ຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ທີີ່ໂຮງໝໍສູນກາງ103 ແລະ ສູນກັກກັນຫຼັກ 27. ໂອກາດນີ້ສະຫາຍຮອງນາຍົກລັດຖະມົນຕີກໍໄດ້ຮັບຟັງການລາຍງານສະພາບການໂດຍຫຍໍ້ຈາກສະຫາຍ ພັນເອກ ສຸລິພັນ ເພັດຈັນທະລາ ຫົວໜ້າການທະຫານ ໂຮງໝໍສູນກາງ103,ໂດຍໃຫ້ຮູ້ວ່າ ໃນປັດຈຸບັນນີ້ທາງໂຮງໝໍສູນກາງ 103 ໄດ້ມີການແບ່ງກໍາລັງພະນັກງານແພດໝໍ, ຈັດສັນສະຖານທີ່,ນຳໃຊ້ເຄື່ອງມືທາງການແພດທີ່ມີຄວາມທັນສະໄໝ, ສຸມທຸກກຳລັງເຂົ້າໃນການປີ່ນປົວ, ກະກຽມຄວາມພ້ອມຮອບດ້ານ ເພື່ອຮັບມືຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19, ຫລັງຈາກນັ້ນຄະນະຂອງສະຫາຍຮອງນາຍົກລັກຖະມົນຕີກໍໄດ້ສືບຕໍ່ເຄື່ອນໄຫວ ຢູ່ທີ່ສະຖານທີ່ກັກກັນຫລັກ 27,ຢູ່ທີ່ນີ້ກໍໄດ້ຮັບຟັງການລາຍງານຂອງ ສະຫາຍພັນເອກ ດຣ ນາງ ວັນເພັງ ພວງສະວະດີ ຫົວໜ້າຮັບຜິດຊອບສູນກັກກັນ ຫລັກ 27 ໂດຍໃຫ້ຮູ້ວ່າ: ສູນ ຫຼັກ 27 ມີການກະກຽມສະຖານທີ່ ທີ່ພັກອາໄສ, ຕຽງນອນ ລວມເຖິງສະຖານທີ່ສຸຂະອະນາໄມ ໄວ້ສຳລັບຮອງຮັບຜູ້ທີ່ມາຈາກພື້ນທີ່ສ່ຽງ ຫລື ມີການໃກ້ຊິດກັບຜູ້ທີ່ຕິດເຊື້ອ. ສະຫາຍຮອງນາຍົກລັດຖະມົນຕີ, ກໍໄດ້ສະແດງຄວາມຊົມເຊີຍຕໍ່ບັນດາແພດ-ໝໍ ລວມເຖິງພະນັກງານທີ່ກ່ຽວຂ້ອງທຸກພາກສ່ວນທີ່ໄດ້ສຸມຈິດສຸມໃຈ ເຮັດສຳເລັດໃນໜ້າທີ່ຂອງຕົນ, ພ້ອມດຽວກັນນີ້ກໍຍັງໄດ້ຮຽກຮ້ອງໃຫ້ທຸກຄົນຈົ່ງເພີ່ມສະຕີລະວັງຕົວ, ຍົກສູງຄວາມຮັບຜິດຊອບ ພ້ອມກັນປະຕິບັດຕາມລະບຽບການທີ່ຂັ້ນເທີ່ງວາງອອກ,ຊ່ວຍກັນເປັນຫູເປັນຕາໃນການເປັນເຈົ້າການປ້ອງກັນສະກັດກັ້ນການແຜ່ລະບາດຂອງພະຍາດ ແລະ ຍົກສູງການອ່ານຂ່າວທາງສືສັງຄົມອອນລາຍເພາະປັດຈຸບັນນີ້ມີພວກທີ່ບໍ່ຫວັງດີຕໍ່ປະເທດຊາດ ສວຍໃຊ້ໂອກາດນີ້ ໃນການໃສ່ຮ້າຍປ້າຍສີອັນເປັນພາບໃນທາງລົບຕໍ່ຊາດບ້ານເມືອງ.




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ