ກອງທັບປະຊາຊົນລາວ

ວັນຈັນ, ວັນທີ 09 ສິງຫາ 2021



ຜູ້ຕິດເຊື້ອໃໝ່ ຍັງເພີ່ມຂື້ນຢ່າງຕໍ່ເນື່ອງ ມື້ນີ້ພົບອີກ 88 ຄົນ
ເວລາອອກຂ່າວ: 2021-04-24 15:53:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 57 | ຄວາມນິຍົມ:



ວັນທີ 24 ເມສາ ປີ 2021 ທ່ານ ຮສ. ດຣ. ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19 ຮອງລັດຖະມົນຕີ, ກະຊວງສາທາລະນະສຸກ ພ້ອມດ້ວຍ ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ທ່ານ ດຣ. ຄຳພົ້້ວ ສຸດທິສົມບັດ ຫົວໜ້າກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ, ທ່ານ ດຣ. ພອນປະເສີດ ອຸນາຜົນ ຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19, ໄດ້ລາຍງານວ່າ: ມາຮອດປະຈຸບັນ ສປປ ລາວ ມີຜູ້ຕິເຊື້ອທັງໝົດ 247 (88ໃໝ່) ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍຍດີ 49 ຄົນ , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 198 ຄົນ ຕາມລາຍລະອຽດດັ່ງນີ້ - ຢູ່ນະຄອນຫຼວງວຽງຈັນ 179 ຄົນ (ໃໝ່ 84) - ແຂວງຈຳປາສັກ 7 ຄົນ (ໃໝ່ 2) - ແຂວງບໍ່ແກ້ວ 5 ຄົນ (ໃໝ່ 2) - ແຂວງສະຫວັນນະເຂດ 3 ຄົນ - ແຂວງວຽງຈັນ 1 - ແຂວງສາລະວັນ 1 ຄົນ - ແຂວງຄຳມ່ວນ 1 ຄົນ - ແຂວງບໍລິຄຳໄຊ 1 ຄົນ ທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ຈິດໃຈສົມບຸນ ແລະ ແຂງແຮງດີ. ປະຈຸບັນ ສະພາບການລະບາດພາຍໃນປະເທດຂອງ ສປປ ລາວ ເຮົາທີ່ມີການລະບາດໃນຊູມຊົນໃນນະຄອນຫຼວງວຽງຈັນ ຍັງສືບຕໍ່ມີການລາຍງານຜູ້ຕິດເຊື້ອໃໝ່ເພິ່ມຂຶ້ນຢ່າງຕໍ່ເນື່ອງ ແລະ ເປັນຈຳນວນຫຼາຍໃນແຕ່ລະວັນ ເຊິ່ງມີຜູ້ຕິດເຊື້ອສະສົມສູງກວ່າສອງຮ້ອຍກວ່າຄົນ, ບາງປະເທດໃນອາຊີຂອງພວກເຮົາ ກຳລັງພະເຊີນໜ້າກັບການຂາດ ແຄນເຄື່ອງອົກຊີເຈນ, ຈຳນວນຕຽງນອນກໍ່ບໍ່ພຽງພໍ, ຈຳນວນຄົນເສຍຊີວິດກໍ່ເພິ່ມຂຶ້ນເລື້ອຍໆ ຍ້ອນບໍ່ໄດ້ຮັບການປິ່ນປົວຢ່າງທັນການ ຫຼື ບໍ່ໄດ້ຮັບການປິ່ນປົວເລີຍ; ຕໍ່ກັບສະພາບການດັ່ງກ່າວ ໃນໂລກ ແລະ ປະເທດອ້ອມຂ້າງ, ພວກເຮົາທຸກຄົນ ຕ້ອງຍົກສູງສະຕິຄວາມຮັບຜິດຊອບ ຈົ່ງພ້ອມໃຈກັນປະຕິບັດມາດຕະການທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ ແລະ ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ຢ່າງຖືກຕ້ອງ ແລະ ເຮັດເປັນປະຈຳ ໃຫ້ກາຍເປັນຄວາມຊິນເຄີຍ ເພື່ອປ້ອງກັນຕົວທ່ານເອງ, ຄົນອ້ອມຂ້າງ ແລະ ສັງຄົມລາວ ໃຫ້ປອດໄພຈາກພະຍາດໂຄວິດ-19; ບົດຮຽນການຕິດເຊື້ອທີ່ຜ່ານມາ ສະແດງໃຫ້ເຮົາເຫັນວ່າ ການລັກລອບເຂົ້າເມືອງ ທີ່ບໍ່ຖືກຕາມລະບຽບຫຼັກການ ສົ່ງຜົນກະທົບຢ່າງກວ້າງຂວາງ ໃນການດຳລົງຊີວິດປະຈຳວັນຂອງປະຊາຊົນ ແລະ ວົງຈອນເສດຖະກິດ-ສັງຄົມ; ສະນັ້ນ, ອີກເທື່ອໜຶ່ງ ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງອົງການປົກຄອງທ້ອງຖິ່ນ, ທະຫານຊາຍແດນ, ເຈົ້າໜ້າທີ່ຕຳຫຼວດ ເອົາໃຈໃສ່ເຝົ້າລະວັງ, ກວດຂັນຕາມຈຸດຜ່ານແດນທ້ອງຖິ່ນ ແລະ ດ່ານຂ້າມລອຍ ຢ່າງເຄັ່ງຄັດ ແລະ ເຖິງຄອບຄົວຍາດຕິພີ່ນ້ອງ ຈົ່ງເປັນຫູເປັນຕາຊ່ວຍກັນ ຫາກຮູ້ວ່າມີຄົນໃນຄອບຄົວຂອງທ່ານ ເດີນທາງມາຈາກປະເທດໃກ້ຄຽງ ທີ່ກຳລັງມີການລະບາດຢູ່, ຈົ່ງຮີບຮ້ອນ ນຳຜູ້ກ່ຽວໄປແຈ້ງຕໍ່ເຈົ້າໜ້າທີ່ ເພື່ອສົ່ງຜູ້ກ່ຽວໄປສູນຈຳກັດບໍລິເວນ ແລະ ເກັບຕົວຢ່າງມາກວດຫາເຊື້ອໂດຍໄວ ເພື່ອສະກັດກັ້ນການແຜ່ເຊື້ອໃສ່ຄົນອ້ອມຂ້າງ ແລະ ໄປສູ່ສັງຄົມ; ສຳລັບຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອ ຫຼື ມີປະຫວັດເດີນທາງໄປຍັງສະຖານທີ່ມີຄວາມສ່ຽງ ຂໍໃຫ້ທ່ານຮີບຮ້ອນຕື່ນຕົວໄປກວດຕາມສະຖານທີ່ທີ່ໄດ້ກຳນົດໄວ້ ແຍກຕົວເອງຈາກຄົນໃນຄອບຄົວຂອງທ່ານ ແລະ ຄົນອ້ອມຂ້າງ ຈົນຄົບກຳນົດ 14 ວັນ.




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ