ກອງທັບປະຊາຊົນລາວ

ວັນຈັນ, ວັນທີ 09 ສິງຫາ 2021



ບົດປາໄສຂອງທ່ານ ຈຽງ ຈາຍຕົງ, ເອກອັກຄະລັດຖະທູດແຫ່ງ ສປ ຈີນ ປະຈໍາ ສປປ ລາວ ເນື່ອງໃນໂອກາດການສ້າງສາຍພົວພັນການທູດຄົບຮອບ 60 ປີ ກໍຄືປີມິດຕະພາບຈີນ-ລາວ (25/04/1961-25/04/2021)
ເວລາອອກຂ່າວ: 2021-04-25 12:41:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 47 | ຄວາມນິຍົມ:



ຮຽນບັນດາເພື່ອນສະຫາຍລາວນັບຖື, ບັນດາພີ່ນ້ອງຮ່ວມຊາດ, ທັງຊາວລາວເຊື້ອສາຍຈີນ ແລະ ຊາວຈີນຕ່າງດ້າວທີ່ຮັກແພງ, ມື້ນີ້ເປັນວັນລະນຶກການສ້າງສາຍພົວພັນການທູດ ຈີນ-ລາວ, ເຊິ່ງກ່ອນໜ້ານີ້ 60 ປີ, ສາທາລະນະລັດ ປະຊາຊົນຈີນ ແລະ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສ້າງສາຍພົວພັນການທູດຢ່າງເປັນທາງການ, ເຊິ່ງໄດ້ເປີດໂສມໜ້າໃໝ່ຂອງການພົວພັນມິດຕະພາບລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ. ໃນວັນເວລາທີ່ມີຄວາມໝາຍປະຫວັດສາດນີ້, ປະຊາຊົນສອງຊາດ ໄດ້ຫວນຄືນມູນເຊື້ອແຫ່ງການພົວພັນການທູດໄລຍະ 60 ປີແຫ່ງການກໍ່ສ້າງມິດຕະພາບຈີນ-ລາວ ແລະ ການນໍາຂັ້ນສູງຂອງສອງຝ່າຍ ໄດ້ສົ່ງໂທລະເລກຊົມເຊີຍໃຫ້ກັນ, ຕີລາຄາສູງຕໍ່ຜົນສໍາເລັດໃນ 60 ປີທີ່ຜ່ານມາ, ທັງໄດ້ປຶກສາຫາລືກັນເພື່ອວາງແຜນໃຫ້ແກ່ການເສີມສ້າງສາຍພົວພັນຈີນ-ລາວໃນຕໍ່ໜ້າ; ເພື່ອຜັນຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວເພື່ອຊຸກຍູ້ສົ່ງເສີມມາດຕະການສໍາຄັນຕ່າງໆຂອງການຮ່ວມມືຈີນ-ລາວ. ໂດຍຜ່ານໂທລະພາບແຫ່ງຊາດລາວ, ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງພັກ ລັດຖະບານ ແລະ ປະຊາຊົນລາວອ້າຍນ້ອງ ທີ່ໄດ້ສະໜັບສະໜູນການພັດທະນາຂອງຈີນຢ່າງໜັກແໜ້ນມາຕະຫຼອດມາ, ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງບັນດາສະຫາຍລາວໃນທຸກຂົງເຂດວຽກງານນັບທັງພີ່ນ້ອງຊາວລາວເຊື້ອສາຍຈີນ ແລະ ຊາວຈີນຕ່າງດ້າວ ທີ່ຍາມໃດກໍໄດ້ຕັ້ງໃຈສົ່ງເສີມມິດຕະພາບຈີນ-ລາວ, ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງການນຳບັນດາກະຊວງ ອົງການ ແຕ່ສູນກາງຮອດທ້ອງຖິ່ນຂອງສອງປະເທດ ທີ່ໄດ້ຕັ້ງໜ້າກະກຽມຈັດກິດຈະກໍາຕ່າງໆເພື່ອສະຫຼອງປີມິດຕະພາບຈີນ-ລາວ. ເນື່ອງໃນໂອກາດອັນສະຫງ່າລາສີນີ້, ກໍຂໍອະນຸຍາດໃຫ້ຂ້າພະເຈົ້າ ຕາງໜ້າສະຖານທູດແຫ່ງ ສປ ຈີນ ປະຈໍາ ສປປລາວ ສະແດງຄວາມຂອບໃຈ ແລະ ຊົມເຊີຍອັນອົບອຸ່ນພ້ອມທັງອວຍພອນໄຊອັນປະເສີດມາຍັງບັນດາສະຫາຍລາວ ແລະ ຈີນທຸກຄົນມາໃນໂອກາດນີ້ດ້ວຍ. ບັນດາສະຫາຍ ແລະ ເພື່ອນມິດທັງຫຼາຍ, ຕະຫຼອດໄລຍະ 60 ປີ ຜ່ານມາ, ຈີນ ແລະ ລາວ ໄດ້ພະຍາຍາມບາກບັ່ນສູ້ຊົນ ແລະ ບັນລຸຜົນສໍາເລັດອັນຈົບງາມໃນການເສີມສ້າງ ສາຍພົວພັນສອງຝ່າຍໄດ້ຮັບການຍົກສູງຂຶ້ນຢ່າງຕໍ່ເນື່ອງ, ໃນປີ 2000 ຈີນ ແລະ ລາວ ໄດ້ສ້າງຕັ້ງສາຍພົວພັນຮ່ວມມືຮອບດ້ານທີ່ໝັ້ນຄົງຍາວນານ ໄມຕີຈິດຖານບ້ານໃກ້ເຮືອນຄຽງ ແລະ ໄວ້ເນື້ອເຊື່ອໃຈກັນ; ໃນປີ 2009 ໄດ້ຍົກລະດັບເປັນສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານ; ໃນປີ 2017 ສອງຝ່າຍໄດ້ຕົກລົງກັນຢ່າງເອກະພາບ ໃນການສ້າງຄູ່ຮ່ວມຊາຕາກໍາທີ່ມີຄວາມໝາຍຍຸດທະສາດ; ໃນປີ 2019 ໄດ້ເລີ່ມຕົ້ນປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາຈີນ-ລາວຈາກໝາກຜົນແຫ່ງການຮ່ວມມືແທດຕົວຈິງໄດ້ແຕກດອກອອກຜົນໃນຫຼາຍດ້ານດັ່ງກ່າວ, ໄລຍະພຽງແຕ່ 30 ປີຜ່ານມານັ້ນໄດ້ເຮັດໃຫ້ການລົງທຶນຂອງຈີນຢູ່ລາວກໍໄດ້ເພີ່ມຂຶ້ນ 70 ເທົ່າ, ການຄ້າສອງຝ່າຍໄດ້ເພີ່ມຂຶ້ນ 230 ເທົ່າ. ການເຊື່ອມໂຍງເຂົ້າກັນທາງດ້ານຄົມມະນາຄົມ ແລະ ການຄ້າໄດ້ມີການພັດທະນາຢ່າງກ້າວກະໂດດ, ທາງລົດໄຟຈີນ-ລາວ ທີ່ທັນສະໄໝຈະສ້າງສໍາເລັດໃນທ້າຍປີນີ້, ທາງດ່ວນສາຍທໍາອິດຂອງລາວໄດ້ເປີດນໍາໃຊ້ຢ່າງເປັນທາງການ ແລະ ອື່ນໆ. ການແລກປ່ຽນລະຫວ່າງປະຊາຊົນມີການພັດທະນາຢ່າງບໍ່ຢຸດຢັ້ງ, ໃນປີ 2019 ນັກທ່ອງທ່ຽວຈີນທີ່ມາທ່ຽວປະເທດລາວຫຼາຍກວ່າໜຶ່ງລ້ານຄົນ, ເພີ່ມຂຶ້ນ 100 ເທົ່າ ເມື່ອທຽບໃສ່ 30ປີ, ກ່ອນ ນັກສຶກສາລາວທີ່ໄປຮຽນຢູ່ຈີນມີຈໍານວນ 15000 ຄົນ ຊຶ່ງໄດ້ຈັດຢູ່ອັນດັບທີ່ 8 ຂອງໂລກໃນຈໍານວນນັກສຶກສາຕ່າງປະເທດທີ່ຮຽນຢູ່ ສປ ຈີນ. 60 ປີ ຜ່ານມາ, ຈີນ ແລະ ລາວ ໄດ້ຮ່ວມທຸກຮ່ວມສຸກ, ສ້າງຄວາມຮັກແພງ ແລະ ເຂົ້າໃຈເຊິ່ງກັນ ແລະ ກັນ. ການຊີ້ນຳແບບຍຸດທະສາດຂອງການນຳຂັ້ນສູງເປັນຄວາມຮັບປະກັນພື້ນຖານຕໍ່ການພັດທະນາສາຍພົວພັນລະຫວ່າງ ຈີນ-ລາວ, ໃນພາລະກິດປະຕິວັດປົດປ່ອຍຊາດຂອງສອງປະເທດ, ການນຳລຸ້ນອາວຸໂສໃນເມື່ອກ່ອນຄື ສະຫາຍ ເໝົາເຈີຕຸ້ງ ກັບ ສະຫາຍ ໄກສອນ ພົມວິຫານ ແລະ ອຶ່ນໆ ໄດ້ຜູກຮັດໄມຕີຈິດມິດຕະພາບອັນເລິກເຊິ່ງ ແລະ ສ້າງພື້ນຖານອັນແໜ້ນແກ່ນໃຫ້ແກ່ມິດຕະພາບຈີນ-ລາວ; ໃນເວລາກ້າວເຂົ້າສູ່ສະໄໝໃໝ່, ສະຫາຍ ສີຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດແຫ່ງ ສປ ຈີນ ກໍມີການພົບປະປະຈຳປີກັບການນຳສູງສຸດຂອງພັກ-ລັດລາວ, ການພົບປະທີເປັນປະຈຳລະຫວ່າງການນຳຂັ້ນສູງສຸດຂອງສອງພັກ-ລັດ ຈີນ-ລາວ ໄດ້ເປັນການຂັບເຄື່ອນຕໍ່ການຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ລາວ; ນັບແຕ່ກອງປະຊຸມໃຫຍ່ ຄັ້ງທີ 11 ຂອງພັກປະຊາຊົນປະຕິວັດລາວເປັນຕົ້ນມາ, ສະຫາຍເລຂາທິການໃຫຍ່ ສີ ຈິ້ນຜິງ ກັບ ສະຫາຍເລຂາທິການໃຫຍ່ ທອງລຸນ ສີສຸລິດ ໄດ້ສົນທະນາທາງໂທລະສັບທີ່ສຳຄັນ ແລະ ຮັກສາການປະສານກັນຢ່າງໃກ້ຊິດ, ເຊິ່ງໄດ້ເປີດສັງກາດໃໝ່ໃຫ້ແກ່ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ. ການສະໜັບສະໜູນຕໍ່ກັນຢ່າງຈິງໃຈເປັນເສົາຄ້ຳອັນໜັກແໜ້ນໃຫ້ແກ່ສາຍພົວພັນຈີນ-ລາວ ທີ່ຈະສືບຕໍ່ພັດທະນາໄປຢ່າງແໜ້ນແຟ້ນ, ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຢ່າງສຸດອົກສຸດໃຈຕໍ່ຝ່າຍລາວທີ່ໄດ້ໃຫ້ການສະໜັບສະໜູນຢ່າງໜັກແໜ້ນໃນບັນດາບັນຫາສຳຄັນທີ່ກ່ຽວພັນເຖິງສິດຜົນປະໂຫຍດຂອງຈີນ, ຝ່າຍຈີນຈະຍຶດໝັ້ນການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດເພື່ອຊ່ວຍເຫຼືອຝ່າຍລາວຍົກສູງຄວາມສາມາດພັດທະນາດ້ວຍຕົນເອງ. ຄວາມສາມັກຄີສູ້ຊົນຮ່ວມກັນເປັນກຳລັງແຮງຊຸກຍູ້ທີ່ບໍ່ເຫືອດແຫ້ງໃຫ້ແກ່ການພັດທະນາສາຍພົວພັນຈີນ-ລາວ, ຈີນກັບລາວມີລະບອບການເມືອງຄືກັນແລະ ເສັ້ນທາງພັດທະນາຄ້າຍຄືກັນ, ໃນຂະບວນການຊຸກຍູ້ພາລະກິດສັງຄົມນິຍົມທີ່ມີສີສັນພິເສດຂອງໃຜລາວ, ສອງຝ່າຍໄດ້ຖອດຖອນບົດຮຽນ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວ ກ້າວຂຶ້ນສູ່ລະດັບໃໝ່ ແລະ ມີການກ້າວກະໂດດອັນຍິ່ງໃຫຍ່. ໃນ 60 ປີ ທີ່ຜ່ານມາ, ຈີນ ແລະ ລາວໄດ້ຮ່ວມກັນຜ່ານຜ່າຄວາມຫຍຸ້ງຍາກຕ່າງໆ ແລະ ພ້ອມກັນມອງໜ້າໄປສູ່ອະນາຄົດ. ພັກກອມມູນິດຈີນຈະຕ້ອນຮັບການສ້າງຕັ້ງຂຶ້ນຄົບຮອບ 100 ປີ ໃນເວລາໃກ້ໆນີ້, ປະຊາຊົນຈີນກຳລັງເປີດສັງກາດໃໝ່ແຫ່ງການສ້າງປະເທດສັງຄົມນິຍົມທັນສະໄໝຢ່າງຮອບດ້ານ. ປະຈຸບັນ ສາຍພົວພັນຈີນ-ລາວໄດ້ກ້າວເຂົ້າສູ່ໄລຍະດີທີ່ສຸດໃນປະຫວັດສາດ ແລະ ຈະສືບຕໍ່ຕ້ອນຮັບອະນາຄົດອັນຈົບງາມ. ພວກຂ້າພະເຈົ້າຍິນດີຮ່ວມກັນກັບຝ່າຍລາວ, ລົງເລິກແລກປ່ຽນບົດຮຽນການຄຸ້ມຄອງພັກ ແລະບໍລິຫານລັດ, ພ້ອມກັນຍຶດໝັ້ນເສັ້ນທາງສັງຄົມນິຍົມໃຫ້ດີ, ປັບປຸງລະບອບສັງຄົມນິຍົມໃຫ້ດີ ແລະ ພັດທະນາພາລະກິດສັງຄົມນິຍົມໃຫ້ດີ. ພວກຂ້າພະເຈົ້າຍິນດີ ພ້ອມກັບຝ່າຍລາວ ເປີດກວ້າງການຮ່ວມມືຮອບດ້ານ, ຊຸກຍູ້ໃຫ້ຂໍ້ລິເລິ່ມ "ຫນຶ່ງແລວຫນຶ່ງເສັ້ນທາງ" ເຊື່ອມໂຍງກັບ "ຍຸດທະສາດການຫັນປະເທດບໍ່ມີຊາຍແດນຕິດກັບທະເລມາເປັນປະເທດທີ່ມີທາງອອກສູ່ທະເລ"ຂອງລາວ, ເລັ່ງລັດການສ້າງແລວເສດຖະກິດຈີນ-ລາວ ເພື່ອສ້າງພື້ນຖານວັດຖຸອັນຫນັກແຫນ້ນໃຫ້ແກ່ສາຍພົວພັນລະຫວ່າງຈີນ-ລາວ ພວກຂ້າພະເຈົ້າຍິນດີຈະເພີ່ມທະວີການປະສານສົມທົບກັບຝ່າຍລາວໃນກິດຈະກຳສາກົນ ແລະ ເຂດແຄວ້ນ ພ້ອມກັນປົກປັກຮັກສາລັດທິຫລາຍຝ່າຍ ແລະ ຄວາມຍຸດຕິທຳສາກົນຢ່າງແທ້ຈິງ, ເຮັດໃຫ້ພຶດຕິກຳແຫ່ງການສ້າງຄູ່ຮ່ວມຊາຕາກຳລະຫວ່າງຈີນ-ລາວອຸດົມສົມບຸນຂຶ້ນເລື້ອຍໆເພື່ອປະກອບສ່ວນອັນຕັ້ງຫນ້າເຂົ້າໃນການຊຸກຍູ້ສ້າງປະຊາຄົມຮ່ວມຊາຕາກຳມວນມະນຸດ. ບັນດາສະຫາຍ ແລະ ເພື່ອນມິດທັງຫລາຍ ປະຈຸບັນປະຊາຊົນລາວກຳລັງສູ້ຊົນຕ້ານກັບການລະບາດຂອງພະຍາດໂຄວິດ-19 ໃນຮອບໃຫມ່. ການລະບາດຂອງພະຍາດໂຄວິດ-19 ໃນຮອບນີ້ມີທ່າອ່ຽງຮ້າຍແຮງ, ລະບາດໄວ, ຕອບໂຕ້ຍາກ ແລະ ມີຜົນກະທົບກວ້າງຂວາງ, ພວກຂ້າພະເຈົ້າເຫັນວ່າພັກແລະລັດຖະບານລາວໄດ້ນຳໃຊ້ມາດຕະການທຸກອັນທີ່ທັນການ ແລະ ເດັດຂາດລວມທັງການປິດນະຄອນຫລວງວຽງຈັນ ໂດຍອີງຕາມການກຳນົດປ້ອງກັນການລະບາດຂອງພະຍາດໂຄວິດ-19 ທັງສອງຝ່າຍໄດ້ຕົກລົງໂຈະການຈັດພິທີສະເຫລີມສະຫລອງການພົວພັນການທູດຄົບຮອບ 60 ປີ ທີ່ວັນທີ 23 ເມສາ (ໃນແຜນ). ໃນຖານະທີ່ເປັນຄູ່ຮ່ວມຊາຕາກໍາທີ່ຄຽງບ່າຄຽງໄລ ແລະ ໃຫ້ການຊ່ວຍເຫລືອຊຶ່ງກັນແລະ ກັນຕະຫລອດມາ ພວກຂ້າພະເຈົ້າຈະຕັ້ງຫນ້າຈັດຕັ້ງປະຕິບັດການຕົກລົງທີ່ເປັນເອກກະພາບກັນລະຫວ່າງເລຂາທິການໃຫຍ່ສອງພັກໃນການສືບຕໍ່ສະຫນັບສະຫນູນການຕໍ່ສູ້ຕ້ານກັບການລະບາດຂອງພະຍາດໂຄວິດ-19, ພະຍາຍາມສະຫນອງຢາວັກຊິນເປັນ ຄັ້ງທີ 3 ໃຫ້ແກ່ຝ່າຍລາວ. ພ້ອມກັນນີ້ ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈມາຍັງຝ່າຍລາວທີ່ໄດ້ມີການຈັດແຜນດ່ວນທີ່ສັກຢາວັກຊິນແບບບໍ່ເສຍຄ່າໃຫ້ແກ່ພົນລະເມືອງຈີນທີ່ດຳລົງຊີວິດຢູ່ລາວທີ່ມີຄວາມສ່ຽງສູງ ຊຶ່ງໄດ້ສະແດງໃຫ້ເຫັນເຖິງນໍ້າໃຈທີ່ເປັນຄູ່ຮ່ວມຊາຕາກຳລະຫວ່າງຈີນ-ລາວ ແລະ ກໍ່ເປັນການປະກອບສ່ວນອັນເປັນຮູບປະທຳໃຫ້ແກ່ການສ້າງປະຊາຄົມຮ່ວມສາທາລະນະສຸກຂອງມວນມະນຸດ. ພວກຂ້າພະເຈົ້າເຊື່ອຫມັ້ນວ່າ ດ້ວຍການນໍາພາອັນຫນັກແຫນ້ນເຂັ້ມແຂງຂອງພັກ-ລັດ, ທ່າແຮງອັນພົ້ນເດັ່ນຂອງລະບອບສັງຄົມນິຍົມ ແລະ ຄວາມສາມັກຄີເປັນຈິດຫນຶ່ງໃຈດຽວຂອງປະຊາຊົນລາວອ້າຍນ້ອງ, ແນ່ນອນຈະສາມາດຜ່ານຜ່າຄວາມຫຍຸ້ງຍາກທຸກປະການໄດ້ ແລະ ມີອະນາຄົດອັນຈົບງາມ. ພວກຂ້າພະເຈົ້າລໍຄອຍການພົບປະສັງສັນຮ່ວມກັນ ສະເຫລີມສະຫລອງການສ້າງສາຍພົວພັນການທູດຈີນ-ລາວຄົບຮອບ 60 ປີ ແລະ ປີມິດຕະພາບຈີນ-ລາວ ເພື່ອອວຍພອນໃຫ້ມິດພະພາບລະຫວ່າງຈີນ-ລາວ ຈົ່ງຫມັ້ນຄົງທະນົງແກ່ນ ສອງປະເທດຈີນ-ລາວ ຈົ່ງຈະເລີນຮຸ່ງເຮືອງ ແລະ ປະຊາຊົນສອງຊາດຈີນ-ລາວຈົ່ງມີຄວາມຜາສຸກ. ຂໍຂອບໃຈຂໍຂອບໃຈ !




 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ