ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ການນໍາແຂວງໄຊສົມບູນ ເຄື່ອນໄຫວຊຸກຍູ້ອ້າຍນ້ອງທະຫານຢູ່ເມືອງທ່າໂທມ
ເວລາອອກຂ່າວ: 2021-04-27 16:47:33 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 280 | ຄວາມນິຍົມ:



ໃນວັນທີ 27 ເມສາ 2021 ນີ້, ການນໍາແຂວງໄຊສົມບູນ ໄດ້ເຄື່ອນໄຫວຊຸກຍູ້ ມອບສັດລ້ຽງ ແລະ ວັດຖຸປັດໃຈຈໍານວນໜຶ່ງໃຫ້ກອງບັນຊາການທະຫານເມືອງທ່າໂທມ ເຊິ່ງນໍາໂດຍ ທ່ານ ສຸກສະຫວາດ ວົງພູມເຫຼັກ ຮອງເຈົ້າແຂວງໆໄຊສົມບູນ ພ້ອມດ້ວຍຄະນະ, ໂດຍມີຄະນະພັກ - ຄະນະບັນຊາ ກອງບັນຊາການທະຫານແຂວງ ແລະ ກອງບັນຊາການທະຫານເມືອງເຂົ້າຮ່ວມ. ເຄື່ອງທີ່ນໍາມາມອບໃນຄັ້ງນີ້ປະກອບມີ: ງົວ 1ໂຕ, ນໍ້າດື່ມ 130 ແກັດ ແລະ ເງິນສົດຈໍານວນ 1.000.000 ກີບ ມອບໃຫ້ກອງບັນຊາການທະຫານເມືອງທ່າໂທມ ຕາງໜ້າກ່າວຮັບໂດຍ ສະຫາຍ ພັນເອກ ໝອນຄໍາ ດວງສະຫວັນ ກໍາມະການພັກແຂວງ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນ ຊາການທະຫານແຂວງໄຊສົມບູນ ພ້ອມດ້ວຍຄະນະ. ຈຸດປະສົງການລົງເຄື່ອນໄຫວຊຸກຍູ້ໃນຄັ້ງນີ້, ຍ້ອນເຫັນໄດ້ຄວາມເປັນຫ່ວງເປັນໃຍຈາກຄະນະການ ນໍາຂອງແຂວງຕໍ່ກໍາລັງອ້າຍນ້ອງພະນັກງານທະຫານ ທີ່ກໍາລັງປະຕິບັດໜ້າທີ່ຢູ່ເຂດຫ່າງໄກສອກຫຼີກ ໄດ້ມີເຄື່ອງອຸປະໂພກ-ບໍລິໂພກຢ່າງພຽງພໍ. ໂອກາດດຽວກັນ ສະຫາຍ ຫົວໜ້າການເມືອງກອງບັນຊາການທະຫານແຂວງໄຊສົມບູນ ກໍໄດ້ສະແດງຄວາມຂອບໃຈຢ່າງສູງມາຍັງການຈັດຕັ້ງຂັ້ນເທິງ ເວົ້າລວມ ເວົ້າສະເພາະ ກໍຄືການ ນໍາຂອງແຂວງ ທີ່ໃຫ້ການສະໜັບສະໜູນ ອູ້ມຊູຊ່ວຍເຫຼືອ ກອງບັນຊາການທະຫານເມືອງດັ່ງກ່າວ ເພື່ອຕອບສະໜອງທາງດ້ານວັດຖຸຕ່າງໆ ແລະ ເຄື່ອງອຸປະໂພກ - ບໍລິໂພກ ໃຫ້ແກ່ອ້າຍນ້ອງທະຫານທີ່ກໍາລັງປະຕິບັດໜ້າທີ່ຢູ່ຂອບເຂດຫ່າງໄກສອກຫຼີກ ເພື່ອເຮັດໃຫ້ແຂວງໄຊສົມບູນ ມີຄວາມສະຫງົບໂດຍພື້ນ ຖານ ມີການພັດທະນາ - ສັງຄົມ ມີຄວາມເປັນລະບຽບຮຽບຮ້ອຍດີຂຶ້ນເປັນກ້າວໆ. ຂ່າວ: ສົດ ນາມໄຕ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ