ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ສ ປປ ລາວ ກວດພົບຜູ້ຕິດເຊື້ອໃໝ່ 93 ຄົນ
ເວລາອອກຂ່າວ: 2021-04-28 15:08:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 895 | ຄວາມນິຍົມ:



ອີງຕາມການລາຍງານຂອງທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ພ້ອມດ້ວຍ ແລະ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19ໃຫ້ຮູ້ວ່າ: ໃນວັນທີ 27 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3.055 ຄົນ ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 93 ຄົນ, ໃນນັ້ນມີ ນະຄອນຫຼວງວຽງຈັນ 75 ຄົນ, ແຂວງຈຳປາສັກ 11 ຄົນ, ຫຼວງພະບາງ 4 ຄົນ ແລະ ແຂວງສະຫວັນນະເຂດ 3 ຄົນ. ມາຮອດປັດຈຸບັນ ຕົວເລກຕິດເຊື້ອສະສົມ 604 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 50 ຄົນ (ກໍລະນີທີ 52 ອອກໂຮງໝໍ) , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ແຂວງກຳນົດໄວ້ ຈຳນວນ 554 ຄົນ, ໃນນີ້ຢູ່ນະຄອນຫຼວງວຽງຈັນ 405 ຄົນ (ໃໝ່ 75), ແຂວງຈຳປາສັກ 81 ຄົນ (ໃໝ່ 11), ສຳລັບຄົນເຈັບແຂວງເຊກອງ ແມ່ນນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງສະຫວັນນະເຂດ 22 ຄົນ (ໃໝ່ 3), ແຂວງບໍ່ແກ້ວ 14 ຄົນ, ແຂວງສາລະວັນ 6 ຄົນ, ແຂວງອຸດົມໄຊ 2 ຄົນ, ແຂວງຫຼວງນ້ຳທາ 4 ຄົນ, ແຂວງວຽງຈັນ 7 ຄົນ (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປີ່ນປົວໃນນະຄອນຫຼວງວຽງຈັນ), ຜົ້ງສາລີ 2 ຄົນ, ແຂວງຫຼວງພະບາງ 6 ຄົນ (ໃໝ່ 4), ແຂວງໄຊຍະບູລີ 1 ຄົນ, ແຂວງບໍລິຄຳໄຊ 2 ຄົນ, ແຂວງຄຳມ່ວນ 1 ຄົນ ແລະ ແຂວງຊຽງຂວາງ 1 (ໃໝ່ 1) ເຊີ່ງຄົນເຈັບທຸກຄົນ ແມ່ນມີສຸຂະພາບຮ່າງກາຍ ແລະ ສຸຂະພາບຈິດ ສົມບຸນ ປົກກະຕິ ແລະ ທຸກຄົນແຂງແຮງດີ. ສຳລັບລາຍລະອຽດ ຂອງຜູ້ຕິດເຊື້ອໃໝ່ 93 ຄົນ (ກໍລະນີຢັ້ງຢືນທີ 511-604) ມີດັ່ງນີ້: + ກໍລະນີຢັ້ງຢືນທີ 518 - ເພດຊາຍ , ອາຍຸ 22 ປີ, ບ້ານ ວຽງສະຫວັນ, ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ - ອາຊີບ: ສົ່ງເຄື່ອງອອນລາຍໃນນະຄອນຫຼວງວຽງຈັນ - ພັກຢູ່ຄອບຄົວນຳກັນ 3 ຄົນ ແມ່, ນ້ອງຊາຍ ແລະ ຜູ້ກ່ຽວ, ສຳຜັດກັບໝູ່ທີ່ຕິດເຊື້ອຢູ່ຮ້ານ 8118 ຊື່ນ້ຳຝົນ - ມີບໍ່ມີອາການຫຍັງ - ກ່ອນປີໃໝ່ລາວໄດ້ເລາະສົ່ງເຄື່ອງໃນນະຄອນຫຼວງວຽງຈັນ - ວັນທີ 14-16 ເມສາ 2021: ທ່ຽວປີໃໝ່ລາວຢູ່ບ້ານໝູ່ສີໄຄ ແລະ ໜອງດ້ວງ ມີໝູ່ຫຼາຍກ່ວາ 10 ປາຍຄົນ - ວັນທີ 19 ເມສາ 2021: ໄປທ່ຽວຮ້ານຄາລາໂອເກະ 8118 ປະມານ 5-6 ຄົນກັບໝູ່ (ມີໝູ່ 1 ຄົນຕິດເຊື້ອ) - ວັນທີ 23-26 ເມສາ 2021: ເລີ່ມກັກໂຕເພາະຮູ້ວ່າໝູ່ໄປນຳກັນຕິດເຊື້ອ - ວັນທີ 24 ເມສາ 2021: ໄປເກັບຕົວຢ່າງຢູ່ ເດີ່ນກິລາ - ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19 - ຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ: ມີໝູ່ທີ່ໄປຄາລາໂອເກະ 5-6 ຄົນ ແລະ ແມ່ແລະ ນ້ອງ 2 ຄົນ + ກໍລະນີຢັ້ງຢືນທີ 519 - ເພດຊາຍ, ອາຍຸ 33 ປີ ບ້ານ ຊຽງດາ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ - ອາຊີບ: ພະນັກງານບໍລິສັດໄຟ້າລາວ, ຊັ້ນ 6 ໜອງບືກ ນະຄອນຫຼວງ, ພົວພັນກັບກໍລະນີ 193 (ເຮັດວຽກຢູ່ເທັກມາລີນາ) ທີ່ມາລົມກັບເຈົ້າຂອງຮ້ານຂາຍເຄື່ອງຍ່ອຍ ຢູ່ໜ່ວຍ 87 ຜູ້ກ່ຽວມັກໄປຊື້ເຄື່ອງຢູ່ຮ້ານດັ່ງກ່າວ - ມີໄຂ້ , ໄອມີຂີ້ກະເທີ ແລະ ມີນ້ຳມູກຍ້ອຍ ວັນທີ່ 27 ເມສາ 2021 - ຄອບຄົວຢູ່ 3 ຄົນມີ: ເມຍ ແລະ ລູກ 1,5 ປີ - ວັນທີ 10ເມສາ 2021: ຍ້ອນຫຼັງໄປການປົກກະຕິ - ວັນທີ 10-18 ເມສາ 2021: ໄປຫຼີ້ນປີໃໝ່ລາວຢູ່ບ້ານ ແກ່ງກຸ່ມ ເມືອງໂຂງ ຂີ່ລົດສ່ວນໂຕ ໄປກັບຄອບຄົວ - ວັນທີ 20 ເມສາ 2021: ຕອນແລງໄປຮ້ານເຄື່ອງຍ່ອຍ ທີ່ພົວພັນກັບກໍລະນີທີ່ 193 - ວັນທີ 19-21 ເມສາ 2021: ໄປການປົກກະຕິ ຢູ່ໄຟ້າລາວ, ຊັ້ນ 6 ໜອງບືກ ນະຄອນຫຼວງ - ວັນທີ 22-26 ເມສາ 2021: ບໍ່ໄດ້ໄປຫ້ອງການເພາະຮູ້ຂ່າວກໍລະນີທີ່ 193 ຕິດເຊື້ອ - ວັນທີ 26 ເມສາ 2021: ໄປເກັບຕົວຢ່າງຢູ່ໂຮງໝໍເສດຖາ, ມື້ໄປກວດກົດບັດ ATM ທະນາຄານການຄ້າ ຢູ່ໜ້າໂຮງໝໍເສດຖາ - ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19 - ຢູ່ເຮືອນຄອບຄົວດຽວກັນມີ 3 ຄົນ ມີ ພໍ່ແມ່ ລູກ + ກໍລະນີຢັ້ງຢືນທີ 520 - ເພດຍີງ, ອາຍຸ 22 ປີ ບ້ານ ດົງຄຳຊ້າງ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ - ອາຊີບ: ຫວ່າງງານ - ຕັນດັງ, ໄອມີຂີ້ກະເທີ ແຕ່ ວັນທີ່ 18 ເມສາ 2021 - ຢູ່ຫ້ອງແຖວ ກັບໝູ່2 ຄົນ, ໝູ່ໄປກວດຄືກັນ - ວັນທີ 13 ເມສາ 2021: ໄປຫຼີ້ນບູດເບຍຢູ່ໄອເຕັກ, ປາຕີສະນ້ຳໄອເຕັກ - ວັນທີ 17 ເມສາ 2021: ໄປກີນເຂົ້າຢູ່ຮ້ານອາຫານມັງກອນທອງ ບ້ານດົງຄຳຊ້າງ 4 ຄົນ ແລະ ໄປກີນນຳກັນໃນກຸ່ມມີຜູ້ຕິດເຊື້ອຄືກັນໄດ້ໄປນອນຫ້ອງດຽວກັນພາຍຫຼັງໄປທ່ຽວມາເພາະເປັນໄຂ້ ໝູ່ໄປກວດວັນທີ່ 24 ເມສາ 2021 ແລະ ຮູ້ວ່າຕິດເຊື້ອ - ວັນທີ 21-22 ເມສາ 2021: ຜູ້ກ່ຽວກັບໄປບ້ານຢູ່ບ້ານທ່າກົກໄຮ, ເມືອງປາກງື່ມ (ມີຄອບຄົວຢູ່ບ້ານ 5 ຄົນ, ພໍ່ແມ່, ແມ່ຕູ້, ຫຼານ ແລະ ອ້າຍ ) - ວັນທີ 22-25 ເມສາ 2021: ບໍ່ໄດ້ໄປໃສນອນຢູ່ຫ້ອງ - ວັນທີ 26 ເມສາ 2021: ຮູ້ວ່າໝູ່ທີ່ມານອນນຳກັນຢູ່ຫ້ອງໃນຄືນວັນທີ່ 17 ຕິດເຊື້ອຈີ່ງ ໄປເກັບຕົວຢ່າງຢູ່ໂຮງໝໍເສດຖາ - ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19 - ຢູ່ເຮືອນຄອບຄົວດຽວກັນມີ ຢູ່ບ້ານ 5 ຄົນ, ພໍ່ແມ່, ແມ່ຕູ້, ຫຼານ ແລະ ອ້າຍ ແລະ ໝູ່ນອນນຳກັນຜູ້ຍິງ 1 ຄົນ + ກໍລະນີຢັ້ງຢືນທີ 521 - ເພດຊາຍ, ອາຍຸ 24 ປີ ບ້ານ ຄຳສະຫວາດ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ - ອາຊີບ: ພະນັກງານຮ້ານລ້າງອັດສີດ ຮ້ານ ຊ ໂຊກໄຊ ຂ້າງຕະຫຼາດໂນນຄໍ້ - ມີອາການເປັນໄຂ້, ໄອມີຂີ້ກະເທີ່ ເຈັບຫົວ ວັນທີ່ 25 ເມສາ - ຢູ່ຮ້ານອັດສີດນຳກັນ 3 ຄົນ ແລະ ໝູ່ສາມຄົນເປັນໄຂ້ກ່ອນລາວຈະເປັນ - ວັນທີ 15 ເມສາ 2021: ໄປທ່ຽວບ້ານໝູ່ຢູ່ບ້ານຮ່ອງສຸພາບ: ເມືອງໄຊເສດຖາ ກີນເຂົ້ານຳກັນຫຼາຍກ່ວາ 10 ຄົນ - ວັນທີ 16 ເມສາ 2021: ໄປກີນເຂົ້າບ້ານໝູ່ ຢູ່ບ້ານໂພນເຄັ່ງ ປະມານ 6-7 ຄົນ - ວັນທີ 17 -24 ເມສາ 2021: ເປີດຮ້ານອັດສີດປົກກະຕິ - ວັນທີ 24 ເມສາ 2021: ໄດ້ປິດຮ້ານເພາະຢ້ານການລະບາດ ພະຍາດໂຄວິດ-19 - ວັນທີ 26 ເມສາ 2021: ໄປເກັບຕົວຢ່າງຢູ່ໂຮງໝໍເສດຖາ, ພະນັກງານຢູ່ຮ້ານໄປກວດນຳກັນ 2 ຄົນ ແລະ ຍັງ 1 ຄົນບໍ່ໄດ້ໄປກວດ - ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19 - ໝູ່ນອນນຳກັນ 3 ຄົນໃນຮ້ານອັດສີດ ແລະ ໝູ່ທີ່ກີນເຂົ້ານຳກັນ ຢູ່ບ້ານໂພນເຄັ່ງ, ບ້ານຮ່ອງສຸພາບ + ກໍລະນີຢັ້ງຢືນທີ 522 - ເພດຍີງ, ອາຍຸ 23 ປີ ບ້ານ ໂຊກຄຳ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ - ອາຊີບ: ພະນັກງານຢູ່ໂພນເຄັງ ກອງສີນລະປະກອນກອງທັບໂພນເຄັງ - ປັດຈຸບັນບັນພັກຢູ່ຫ້ອງແຖວກັບໝູ່ 2 ຄົນ ຢູ່ບ້ານຮ່ອງໄກ່ແກ້ວ, ໝູ່ທີ່ຢູ່ນຳກັນຕິດເຊື້ອ - ມີອາການເປັນໄຂ້, ເມື່ອຍຕົນໂຕ, ໄອມີຂີ້ກະເທີ່, ຈາມ ວັນທີ 25 ເມສາ - ວັນທີ 14-17 ເມສາ 2021: ຫຼີ້ນຢູ່ບ້ານກັບໝູ່ ບ້ານໂຊກຄຳ , ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນຄອບຄົວມີພໍ່ແມ່ ແລະ ອ້າຍນ້ອງ 4 ຄົນກັບຜູ້ກ່ຽວ - ວັນທີ 19- 20 ເມສາ 2021: ໄປວຽກປົກກະຕິຢູ່ກອງສີນລະປະກອນກອງທັບໂພນເຄັງ ໃນຫ້ອງນອນຢູ່ກອງມີໝູ່ 4 ຄົນ - ວັນທີ 27 ເມສາ 2021: ໄປຊື້ຂອງກີນຢູ່ຮ້ານ ບິກຊີແຖວທາດຫຼວງ - ວັນທີ 21-26 ເມສາ 2021: ຜູ້ກ່ຽວບໍ່ໄດ້ໄປເຮັດວຽກ ຢູ່ໃນຫ້ອງບໍ່ໄດ້ອອກໄປໃສ, ໃຫ້ໝູ່ຊື້ໝີ່ກ່ອງມາໃຫ້ຢູ່ໜ້າຫ້ອງ - ວັນທີ 26 ເມສາ 2021: ໄປເກັບຕົວຢ່າງ2 ຄັ້ງ , ຄັ້ງທີ່1 ແມ່ນວັນທີ່ 22 ເມສາ 2021 ຜົນກວດບໍ່ພົບເຊື້ອ ແຕ່ໄປກີນເຂົ້ານຳກັນໃນໝູ່ 9 ຄົນທີ່ໄປກວດຫາເຊື້ອນຳກັນ ແລະ ວັນທີ່ 25 ເມສາ 2021 ໄປເກັບຕົວຢ່າງອີກເພາະຜູ້ໄປເກັບນຳກັນຊຸດແລ້ວຕິດ - ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19 - ໝູ່ນອນນຳກັນ 4 ຄົນໃນກອງລະຄອນ, ພໍ່ແມ່ອ້າຍນ້ອງ 3 ຄົນ ແລະ ໝູ່ທີ່ນອນນຳກັນຢູ່ຫ້ອງແຖວ + ກໍລະນີຢັ້ງຢືນທີ 523 - ເພດຊາຍ , ອາຍຸ 32 ປີ ບ້ານ ດອນແດງ ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ - ອາຊີບ: ເຮັດບານປະຕູ ຮ້ານອາລູມີນຽມ ຢູ່ບ້ານດອນແດງ ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ, ຮ້ານຂອງຜູ້ກ່ຽວມີພໍ່ແມ່ຄອບຄົວ ທັງໝົດ 11 ຄົນ ທີ່ຢູ່ໃນຮ້ານ - ເປັນໝູ່ຢູ່ກັບກໍລະນີທີ່ 522 - ມີອາການ ໄອມີຂີ້ກະເທີ່ ວັນທີ່ 25 ເມສາ - ວັນທີ 14-17 ເມສາ 2021: ຫຼີ້ນຢູ່ບ້ານກັບໝູ່ ບ້ານໂຊກຄຳ , ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ ໃນ - ວັນທີ 16 ເມສາ 2021: ໄປເຮັດວຽກປົກກະຕິຢູ່ຮ້ານ ບ້ານດອນແດງ - ວັນທີ 21-26 ເມສາ 2021: ຜູ້ກ່ຽວບໍ່ໄດ້ໄປເຮັດວຽກ ຢູ່ໃນຫ້ອງບໍ່ໄດ້ອອກໄປໃສ, ໃຫ້ໝູ່ຊື້ໝີ່ກ່ອງມາໃຫ້ຢູ່ໜ້າຫ້ອງ - ວັນທີ 26 ເມສາ 2021: ໄປເກັບຕົວຢ່າງ2 ຄັ້ງ , ຄັ້ງທີ່1 ແມ່ນວັນທີ່ 22 ເມສາ 2021 ຜົນກວດບໍ່ພົບເຊື້ອ ແຕ່ໄປກີນເຂົ້ານຳກັນໃນໝູ່ 9 ຄົນທີ່ໄປກວດຫາເຊື້ອນຳກັນ ແລະ ວັນທີ່ 25 ເມສາ 2021 ໄປເກັບຕົວຢ່າງອີກເພາະຜູ້ໄປເກັບນຳກັນຊຸດແລ້ວຕິດ - ວັນທີ 27 ເມສາ 2021: ໄປຊື້ຂອງກີນຢູ່ຮ້ານ ບິກຊີແຖວທາດຫຼວງ - ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19 - ຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ: ມີຄອບຄົວພໍ່ແມ່ 11 ຄົນ ແລະ ແຟນເປັນກໍລະນີທີ່ 522 + ກໍລະນີຢັ້ງຢືນທີ 524 - ເພດຊາຍ , ອາຍຸ 19 ປີ ບ້ານ ໂພນຕ້ອງຈອມມະນີ, ເມືອງຈັນທະບູລີ, ນະຄອນຫຼວງວຽງຈັນ - ອາຊີບ: ນັກຮຽນ ໂຮງຮຽນແສງສະຫວັດ, ປັດຈຸບັນນອນຢູ່ສູນຫ້ວຍຫົງ - ພັກຢູ່ບ້ານອາພາດເມັນຂອງຕົນເອງ ຊື່ ອາພາດເມັນ 3 Y ປະມານ 10 ກ່ວາຫ້ອງ ແລະ ບໍ່ໄດ້ໃກ້ຊິດກັບຫ້ອງອື່ນ ບໍ່ມີແມ່ບ້ານອະນາໄມ ຜູ້ກ່ຽວຢູ່ກັບໝູ່ 3 ຄົນ - ມີອາການ ເປັນຫວັດ, ຕັນດັງ, ໄອແຫ້ງ ອອກຮ້ອນ-ໜາວ ວັດແທກອຸນຫະພູມບໍ່ຂື້ນ ວັນທີ່ 25 ເມສາ - ວັນທີ 10-17 ເມສາ 2021: ປີໃໝ່ລາວໄປທ່ຽວຢູ່ບ້ານຢູ່ເມືອງແກ່ນທ້າວ, ແຂວງໄຊຍະບູລີ - ວັນທີ 18 ເມສາ 2021: ກັບມານະຄອນຫຼວງວຽງຈັນ - ວັນທີ 19 ຫຼື ວັນທີ່ 20 ເມສາ 2021: ໄປທ່ຽວຮ້ານຄາລາໂອເກະ 8118 ປະມານ 4-5 ຄົນກັບໝູ່ - ວັນທີ 20-26 ເມສາ 2021: ເລີ່ມກັກໂຕເພາະຮູ້ວ່າສ່ຽງ ແລະ ໄປຕະຫຼາດໂພນຕ້ອງຈອມມະນີໄປຊີ້ຂອງກີນ ໃສ່ຜ້າປິດປາກ-ດັງ - ວັນທີ 26 ເມສາ 2021: ໄປເກັບຕົວຢ່າງຢູ່ ມສ ລາວ-ຫວຽດ - ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19 - ຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ: ມີໝູ່ທີ່ໄປຄາລາໂອເກະ 4-5 ຄົນ ແລະ ນອນນຳກັນ + ກໍລະນີຢັ້ງຢືນທີ 525 - ເພດຊາຍ, ອາຍຸ 22ປີ ບ້ານ ສະພັງໝໍ້, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ - ອາຊີບ ພະນັກງານ ບໍລິສັດ ລາວອາຊຽນ - ມີອາການ ຄັນຄໍ ບໍ່ຮູ້ກິ່ນ - ພົວພັນຜູ້ຕິດເຊື້ອ ກໍລະນີ 258 - 10 ເມສາ 2021: ກິນລ້ຽງຢູ່ຫ້ອງການ - 11-13 ເມສາ 2021: ຢູ່ບ້ານບໍ່ໄດ້ໄປໃສ - 14 ເມສາ 2021: ໄປກິນເບຍກັບຫມູ່ຢູ່ບ້ານອາກາດ ຈຳນວນຄົນນັບບໍ່ໄດ້ ຕັ້ງແຕ່ປາກຮ່ອມເຂົ້າໄປຫາບ້ານ - ວັນທີ 15 ເມສາ 2021: ໄປກັບຫມູ່ຢູ່ຫ້ອງການ ບໍລິສັດລາວອາຊຽນ ຢູ່ບ້ານອາມອນ ມີປະມານ6ຄົນ - ວັນທີ 16 ເມສາ 2021: ໄປກິນເບຍນຳອ້າຍຮັກຢູ່ທາດຫລວງ ຮ່ອມຫລັງວັດ - ວັນທີ 19-24 ເມສາ 2021:ໄປການປົກະຕິ ໃສ່ຜ້າອັດປາກ24 - ວັນທີ 26 ເມສາ 2021: ໄປກວດເຊື້ອໂຄວິດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ - ວັນທີ 27-28 ເມສາ 2021: ກັກໂຕຢູ່ບ້ານ - ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19 - ຢູ່ເຮືອນຄອບຄົວດຽວກັນມີ 5 ຄົນ ມີ ພໍ່ແມ່, ອ້າຍ ນ້ອງສາວ (ແຍກອອກມາຢູ່ບ້ານອີກຫລັງຫນຶ່ງຄົນດຽວນັບແຕ່ວັນທີ 15 ເມສາ 2021 ເປັນຕົ້ນມາ) + ກໍລະນີຢັ້ງຢືນທີ 526 - ເພດຍີງ, ອາຍຸ 7ປີ ບ້ານ ສ້າງເຫວີຍ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ - ອາຊີບ ນັກຮຽນ ຢູ່ໂຮງຮຽນອະນຸບານ-ປະຖົມຂຸນນະວົງ ຢູ່ໂພນປາເປົ້າ - ຜູ້ກ່ຽວບໍ່ມີອາການ - ຕິດເຊື້ອຈາກແມ່ຜູ້ກ່ຽວ ບໍ່ຈື່ເລກທີກໍລະນີ (ເປັນຫມູ່ຂອງຫມູ່ເບີ 59) - ວັນທີ 10-14 ເມສາ 2021: ຢູ່ເຮືອນບໍ່ໄດ້ໄປໃສ - ວັນທີ 15 ເມສາ 2021: ກິນລ້ຽງນຳແມ່ຢູ່ເຮືອນຫມູ່ຢູ່ບ້ານສົບປາຫລວງ - ວັນທີ 16 ເມສາ 2021: ຢູ່ເຮືອນບໍ່ໄດ້ໄປໃສ - ວັນທີ 18 ເມສາ 2021: ຕອນແລງໄປຊື້ເຄັກຢູ່ຮ້ານແສງຕາວັນ ບ້ານສະພານທອງ - ວັນທີ 19 ເມສາ 2021: ໄປໂຮງຮຽນປົກກະຕິ - ວັນທີ 19-28 ເມສາ 2021: ໄປຫລີ້ນແລະນອນນຳລຸງຢູ່ດົງສະຫວາດ ເມືອງ ສີສັດຕະນາກ - ວັນທີ 26 ເມສາ 2021: ໄປກວດເຊື້ອໂຄວິດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ - ວັນທີ 27-28 ເມສາ 2021: ຢູ່ເຮືອນນຳປ້າແລະລຸງຢູ່ດົງສະຫວາດ ເມືອງ ສີສັດຕະນາກ - ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19 - ຢູ່ເຮືອນຄອບຄົວດຽວກັນຢູ່ບ້ານສ້າງເຫວີຍມີ 4 ຄົນ ມີ ພໍ່ຕູ້ ແມ່ຕູ້, ແມ່ ແລະຜູ້ກ່ຽວ - ຄອບຄົວປ້າລຸງຢູ່ດົງສະຫວາດ ມີ6ຄົນ + ກໍລະນີຢັ້ງຢືນທີ 527 - ເພດຍີງ, ອາຍຸ 21ປີ ບ້ານ ດອນນົກຄຸ້ມ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ - ອາຊີບ ຄ້າຂາຍອອນລາຍ - ມີອາການ ໄຂ້ ໄອແຫ້ງ ຄັນດັງ ເຈັບຄໍ - ພົວພັນຜູ້ຕິດເຊື້ອ (ບໍ່ຈື່ເລກກໍລະນີ) - 10 ເມສາ 2021: ໄປຫລີ້ນວອັດຄັບນຳໝູ່4ຄົນ - 11-13 ເມສາ 2021: ພັກຜ່ອນຢູ່ບ້ານດອນນົກຄຸ້ມ - 14 ເມສາ 2021: ໄປວັນເກີດຫມູ່ຂອງໝູ່ຢູ່ເມືອງໝື່ນ ແຂວງວຽງຈັນ ມີຢູ່ປະມານ8ຄົນ ແລະໄປຫລີ້ນນຳຫມູ່ ບ້ານ ໂນນໄຮ ເມືອງໝື່ນ ແຂວງວຽງຈັນ ມີປະມານ 10ຄົນ - ວັນທີ 15 ເມສາ 2021: ໄປຫລີ້ນຢູ່ບ້ານຫມູ່ຜູ້ຕິດເຊື້ອ (ບໍ່ຈື່ກໍລະນີທີ່ເທົ່າໃດ) ຢູ່ບ້ານເມືອງໝື່ນ ແຂວວຽງຈັນ - ວັນທີ 16 ເມສາ 2021: ສູ່ຂວັນຢູ່ບ້ານຕົນເອງ ເມືອງໝື່ນ ແຂວງວຽງຈັນ ຈຳນວນຫລາຍຄົນບໍ່ຈື່ຈຳນວນ - ວັນທີ 17 ເມສາ 2021 ກັບບ້ານໂດຍຂີ່ລົດຕູ້ໂດຍສານສາຍເຫນືອ ບໍ່ຈື່ທະບຽນລົດ ບໍ່ຈື່ຈຳນວນຄົນ - ວັນທີ 18 ເມສາ 2021 ໄປສະຜົມຢູ່ຮ້ານເສີມສວຍຢູ່ແຖວຕະຫລາດດົງຄຳຊ້າງ - ວັນທີ 19 ເມສາ 2021: ໄປສີດປາກຄີນິກເສີມຄວາມງາມ ຢູ່ແຖວໂພນຕ້ອງ ບໍ່ຈື່ຊື່ຄີນິກ ໃຊ້ເວລາປະມານ30ນາທີ - ວັນທີ 20 ເມສາ 2021 ນອນຜັກຜ່ອນຢູ່ເຮືອນຢູ່ບ້ານດອນນົກຄຸ້ມ - ວັນທີ 21 ເມສາ 2021 ໄປສີດຜິວຢູ່ຄີນິກ ໂພນຕ້ອງ ປະມານ10ນາທີ - ວັນທີ 23 ເມສາ 2021 ໄປລໍຖ້າກວດ ແຕ່ຄົນເຕັມເລີຍກັບມາ - ວັນທີ 24-25 ເມສາ 2021 ພັກຜ່ອນຢູ່ບ້ານ - ວັນທີ 26 ເມສາ 2021: ເອື້ອຍຮັກມາຮັບໄປກວດກວດເຊື້ອໂຄວິດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ ແລະ ໄດ້ແວ່ຮ້ານຄ້າໂຊກໄຊດອນນົກຄຸ້ມ 10ນາທີ ແລ້ວກັບບ້ານເລີຍ - ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19 - ຜູ້ສຳຜັດໃກ້ຊິດໃນເບື້ອງຕົ້ນ: ເຊົ່າຢູ່ຫ້ອງແຖວນຳຫມູ່ 3ຄົນ - ຢູ່ເຮືອນຄອບຄົວດຽວກັນມີ 3 ຄົນ ມີ ພໍ່ແມ່ ແລະ ຜູ້ກ່ຽວ (ບ້ານເມືອງໝື່ນ ແຂວງວຽງຈັນ).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ