ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 07 ຕຸລາ 2026

  

ສານສະແດງຄວາມເສົ້າສະຫຼົດໃຈ ຈາກນາຍົກລັດຖະມົນຕີແຫ່ງ ສປປ ລາວ ສົ່ງເຖິງ ປະທານາທິບໍດີ ແຫ່ງ ສາທາລະນະລັດອິນໂດເນເຊຍ
ເວລາອອກຂ່າວ: 2021-04-29 09:35:36 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 735 | ຄວາມນິຍົມ:



ອີງຕາມສະໂໜດນຳສົ່ງເລກທີ 1207/ຫກ.ກຂ ລົງວັນທີ 28/04/2021 ໃຫ້ຮູ້ວ່າ ພະນະທ່ານ ໂຈໂກ ວີໂດໂດ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ທີ່ ຈາກາກຕາ ພະນະທ່ານ, ຂ້າພະເຈົ້າ ຮູ້ສຶກເສຍໃຈເປັນຢ່າງຍິ່ງ ທີ່ໄດ້ຊາບຂ່າວ ກ່ຽວກັບ ເຫດການອຸປະຕິເຫດເຮືອດຳນ້ຳ ໜັັ້ງກາລາ 402 ຂອງກອງທັບອິນໂດເນເຊຍ ຈົມລົງສູ່ພື້ນທະເລ ທີ່ພາກເຫນືອຂອງເກາະບາຫຼີ ໃນວັນທີ 21 ເມສາ 2021 ຜ່ານມາ, ອັນໄດ້ເຮັດໃຫ້ລູກເຮືອ ຈຳນວນ 53 ຄົນ ທັງໝົດເສຍຊີວິດ. ໃນນາມລັດຖະບານ ແລະ ປະຊາຊົນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າ ຂໍສະແດງຄວາມເຫັນໃຈ ແລະ ເສຍໃຈຢ່າງສຸດຊຶ້ງ ມາຍັງ ພະນະທ່ານ ໂດຍຜ່ານ ພະນະທ່ານ ໄປຍັງລັດຖະບານ ແລະ ປະຊາຊົນອິນໂດເນເຊຍ ໂດຍສະເພາະຄອບຄົວຂອງຜູ້ທີ່ໄດ້ຮັບເຄາະຮ້າຍຈາກອຸປະຕິເຫດໃນຄັ້ງນີ້. ຂ້າພະເຈົ້າ ເຊື່ອຫມັ້ນວ່າ ລັດຖະບານອິນໂດເນເຊຍ ຈະສາມາດຜ່ານຜ່າເຫດການສູນເສຍອັນເສົ້າສະຫລົດ ແລະ ຟື້ນຟູຈິດໃຈຂອງຄອບຄົວຜູ້ທີ່ໄດ້ຮັບເຄາະຮ້າຍໃນຄັ້ງນີ້ ໃຫ້ເປັນປົກກະຕິໂດຍໄວ. ດ້ວຍຄວາມນັບຖືຢ່າງສູງ, ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ