ໂຮງໝໍທະຫານແຂວງໄຊຍະບູລີ ຈັດຕັ້ງປະຕິບັດໃນການຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ-19
ເວລາອອກຂ່າວ: 2021-04-29 09:57:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 713 | ຄວາມນິຍົມ: ![]()
ໂດຍອີງຕາມຄຳສັ່ງນາຍົກລັດຖະມົນຕີ ແຫ່ງ ສປປລາວ ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນຕ້ານພະຍາດໂຄວິດ-19, ອີງຕາມການແຈ້ງການຂອງກະຊວງປ້ອງກັນປະເທດ ສະບັບເລກທີ2151/ກປທ ລົງວັນທີ 22/4/2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມພ້ອມຮອບດ້ານ ເພື່ອຕ້ານພະຍາດລະບາດ ໂຄວິດ-19, ອີງຕາມຄໍາສັ່ງຂອງທ່ານເຈົ້າແຂວງໄຊຍະບູລີວ່າດ້ວຍການເພີ່ມທະວີຄວາມຮັບຜິດຊອບຂອງທຸກພາກສ່ວນ ເພື່ອສະກັດກັ້ນ, ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແລະ ອີງຕາມການແຈ້ງການຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ຕອບໂຕ້ຕ້ານການລະບາດພະຍາດໂຄວິດ-19.
ໃນລະຫວ່າງກາງເດືອນເມສາ 2021ນີ້. ຈາກການແຜ່ລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກໄດ້ແຜ່ຂະຫຍາຍເປັນວົງກວ້າງ ແລະ ພວມກໍາລັງແຜ່ລະບາດຢູ່ໃນປະເທດລາວຂອງພວກເຮົາດັ່ງນັ້ນ ທາງໂຮງໝໍທະຫານແຂວງໄຊຍະບຍູລີ ຈຶ່ງມີວິທີການຈັດຕັ້ງປະຕິບັດຕ້ານ ແລະ ສະກັດກັ້ນພະຍາດໂຄວິດ-19, ເຊິ່ງມາໃນວັນທີ 28 ເມສາ 2021, ສະຫາຍ ພັນໂທ ບຸນລົ້ນ ສຸກຜາລີ ຮອງອໍານວຍການໂຮງໝໍທະຫານແຂວງໄຊຍະບູລີ ທັງເປັນໜ່ວຍສະເພາະກິດຂັ້ນແຂວງໄດ້ໃຫ້ສຳພາດວ່າ: ການແຜ່ລະບາດຂອງພະຍາດ ໂຄວິດ-19 ໃນທົ່ວໂລກຄະນະນິ້ ແມ່ນໄດ້ມີການແຜ່ຂະຫຍາຍເປັນວົງກວ້າງ, ເຊິ່ງເຮັດໃຫ້ມີການສູນເສຍຊີວິດ ແລະ ຊັບສິນຂອງມວນມະນຸດເປັນຈຳນວນຫຼວງຫຼາຍ ແລະ ມັນກໍພວມກຳລັງແຜ່ລະບາດຢູ່ໃນປະເທດລາວຂອງພວກເຮົາ. ດັ່ງນັ້ນ, ທາງໂຮງໝໍທະຫານແຂວງໄຊຍະບູລີ ພວກເຮົາແມ່ນໄດ້ກຽມພ້ອມໃນການຈັດຕັ້ງປະຕິບັດໃນການຕ້ານ ແລະ ສະກັດກັ້ນພະຍາດດັ່ງກ່າວບໍ່ໃຫ້ແຜ່ຂະຫຍາຍເປັນວົງກວ້າງ, ເຊິ່ງທາງໂຮງໝໍທະຫານແຂວງໄຊຍະບູລີພວກເຮົາ ແມ່ນໄດ້ຈັດຕັ້ງໜ່ວຍປະຈຳການແຕ່ລະວັນ 10 ຫາ 12 ສະຫາຍ ໃນການປະຕິບັດໜ້າທີ່ແມ່ນໄດ້ເຮັດຈຸດກັ່ນຕອງຄົນເຈັບກ່ອນທີ່ຈະເຂົ້າມາກວດຢູ່ເຂດນອກ ຫຼື ຫ້ອງສຸກເສີນ ກ່ອນອື່ນທຸກຄົນທີ່ເຂົ້າມາຈະຕ້ອງໄດ້ລ້າງມືໃຫ້ສະອາດຫຼັງຈາກນັ້ນກໍໄດ້ວັດແທກອຸນຫະພູມ ແລະ ກໍຕ້ອງໄດ້ຮັກສາໄລຍະຫ່າງ 1 ຫາ 2 ແມັດ, ທຸກຄົນທີ່ມາຕ້ອງໄດ້ໃສ່ຜ້າອັດປາກ-ອັດດັງ, ແພດຈະຕ້ອງໃຊ້ເຈວລ້າງມືໃຫ້ ຖ້າທີ່ມີອາການໄຂ້, ໄອ, ເຈັບຄໍ ແລະ ຜູ້ທີ່ມາແຕ່ບ່ອນສ່ຽງຕໍ່ການຕິດເຊື້ອພະຍາດໂຄວິດ-19 ແມ່ນ ທາງໂຮງໝໍໄດ້ນຳສົ່ງໄປກວດຢູ່ທີ່ຫ້ອງກວດຂອງທາງໂຮງໝໍແຂວງໄຊຍະບູລີ. ໃນການຈັດຕັ້ງປະຕິບັດຜ່ານມາເຫັນໄດ້ວ່າພະນັກງານ-ນາຍ ແລະ ພົົນທະຫານຕະຫຼອດຮອດພໍ່-ແມ່ປະຊາຊົນຜູ້ທີ່ມາບໍລິການຢູ່ໂຮງໝໍທະຫານແຂວງພວກເຮົາແມ່ນໃຫ້ຄວາມຮ່ວມມືເປັນຢ່າງດີ.
ທ້າຍນີ້, ຂໍຝາກໄປຍັງ ພະນັກງານ, ນາຍ-ພົນທະຫານ ແລະ ພໍ່-ແມ່ປະຊາຊົນບັນດາເຜົ່າຜູ້ທີ່ມາບໍລິການຢູ່ໂຮງໝໍທະຫານແຂວງໄຊຍະບູລີ ຈົ່ງພ້ອມກັນຈັດຕັ້ງປະຕິບັດຕາມຄຳແນະນຳຂອງແພດ-ໝໍພວກເຮົາ. ທັ້ງນີ້, ກໍເພື່ອພ້ອມກັນຕ້ານ ແລະ ສະກັດກັ້ນພະຍາດ ໂຄວິດ-19 ບໍ່ໃຫ້ແຜ່ລາມເປັນວົງກວ້າງ.
ພາບ-ຂ່າວ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















