ສະຖາບັນອະນາໄມກັນພະຍາດກອງທັບ ສັກຢາວັກຊີນປ້ອງກັນພະຍາດ ໂຄວິດ-19 ຢູ່ ວຕກ
ເວລາອອກຂ່າວ: 2021-04-30 13:05:01 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 763 | ຄວາມນິຍົມ: ![]()
ໃນວັນທີ 30 ເມສາ 2021 ສະຖາບັນອະນາໄມກັນພະຍາດກອງທັບ ລົງສັກຢາວັກຊີນປ້ອງກັນພະຍາດ ໂຄວິດ -19 ໃຫ້ນາຍແລະ ພົນທະຫານ ວຕກ ນໍາໂດຍ ສະຫາຍ ພັນໂທ ນາງ ອານົງລັກ ວຸດທິບໍາເພັນ ຫົວໜ້າພະແນກສົງເສີມສຸຂະພາບແມ່ແລະ ເດັກ, ພ້ອມດ້ວຍພະນັກງານວິຊາການ. ເພຶ່ອເປັນການປະຕິບັດຕາມແຜນການຂອງ ຄະນະສະະເພາະກິດປ້ອງກັນແລະ ຄວບຄຸມພະຍາດອັກເສບປອດ ສາຍພັນໃໝ່ ໂຄວິິດ-19 ຂອງກະຊວງປ້ອງກັນປະເທດ ແລະ ປະຕິບັດແຜນການເຄຶ່ອນໄຫວສັກຢາວັກຊີນປ້ອງກັນ ໂຄວິດ-19 ຂອງສະຖາບັນອະນາໄມກັນພະຍາດກອງທັບ. ໂດຍວັກຊີນທີນໍາສັກປ້ອງກັນຄັ້ງນີ້ແມ່ນຜະລິດຕະພັນຢາ ຂອງບໍລິສັດ ຊີໂນຟາມ ຂອງ ສປ ຈີນ. ທັງນີ້ ນາຍ ແລະ ພົນທະຫານສາມາດໄດ້ຮັບການສັກວັກຊີນທົ່ວກົມກອງ, ວິຊາການສັກຢາຕ້ານພະຍາດ ໂຄວິດ-19 ໃຫ້ຮູ້ວ່າການສັກຢາວັກຊີນຄັ້ງນີ້ກໍ່ເພຶ່ອເປັນການຄວບຄຸມພະຍາດດັ່ງກ່າວ ບໍ່ໃຫ້ແຜ່ລາມໄປວົງກ້ວາງ ແລະ ເພຶ່ອສ້າງພູມຄຸ້ມກັນໃຫ້ນາຍ ແລະພົນທະຫານ ມີສຸຂະພາບແຂງແຮງ, ພ້ອມກັນປະຕິບັດເຮັດໜ້າທີ່ ທີ່ໄດ້ຮັບມອບໝາຍໃຫ້ສຳເລັດ ແລະ ຮັກສາສຸຂະພາບ, ປະຕິບັດຮັກສາໄລຍະຫ່າງ ລະຫ່ວາງບຸກຄົນ, ປະຕິບັດມາດຕະການຕ່າງໆຕາມຄຳສັ່ງເລກທີ 15 ຂອງທ່ານນາຍຍົກລັດຖະມົນຕີວາງອອກໃຫ້ເຂັ້ມງວດ.
ໂດຍ: ຄຳຜີວ ພັນວິໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















