ພາກສ່ວນຕ່າງໆ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອຕ້ານໂຄວິດ-19
ເວລາອອກຂ່າວ: 2021-05-01 09:44:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 978 | ຄວາມນິຍົມ: ![]()
ຕອນແລງວັນທີ 30 ເມສາ 2021ນີ້. ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ມີພິທີມອບ-ຮັບເຄື່ອງ ແລະ ເງິນຊ່ວຍເຫຼືອ ຈາກພາກສ່ວນຕ່າງໆ ໃຫ້ແກ່ລັດຖະບານ ລວມມູນຄ່າເກືອບ 6 ຕື້ກີບ ເພື່ອນຳໃຊ້ເຂົ້າໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.
ໃນໂອກາດນີ້, ຕາງໜ້າໃຫ້ແກ່ລັດຖະບານ ແຫ່ງ ສປປ ລາວ ກ່າວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19; ມີຄະນະສະເພາະກິດ, ຜູ້ຕາງໜ້າກະຊວງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ.
ການມອບການຊ່ວຍເຫຼືອຄັ້ງນີ້ ປະກອບມີ 6 ພາກສ່ວນ ຄື: ກະຊວງເຕັກໂນໂລຊີ ແລະ ການສື່ສານ ມອບເງິນ ຈຳນວນ 33 ລ້ານກີບ ພ້ອມທັງສະເໜີ ລະບົບການຕິດຕາມ Lao KYC application ຕິດຕັ້ງເທິງມືຖື ໃນຂັ້ນພື້ນຖານ ທີ່ກະຊວງໄດ້ຄົ້ນຄວ້າ ແລະ ທົດລອງນຳໃຊ້ ເພື່ອໃຊ້ໃນການຕິດຕາມປະຫວັດການເຄື່ອນໄຫວ (time line) ຂອງບຸກຄົນ ແລະ ແຈ້ງເຕືອນ ເມື່ອເຂົ້າໃກ້ສະຖານທີ່ ທີ່ມີຄວາມສ່ຽງໃນການແຜ່ເຊື້ອ; ບໍລິສັດ ລາວໂທລະຄົມມະນາຄົມມະຫາຊົນ ມອບເງິນ 2,5 ຕື້ກີບ ແລະ ອຸປະກອນການສື່ສານ ຂອງບໍລິສັດ ມູນຄ່າ 783 ລ້ານກີບ, ລວມມູນຄ່າທັງໝົດ 3,283 ຕື້ກີບ; ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ ຈຳກັດ ມອບເງິນ ຈຳນວນ 100 ລ້ານກີບ ແລະ ອຸປະກອນການສື່ສານ ຂອງບໍລິສັດ ມູນຄ່າ 1,53 ຕື້ກີບ, ລວມມູນຄ່າທັງໝົດ 1,63 ຕື້ກີບ; ບໍລິສັດ ຜະລິດ-ໄຟຟ້າລາວມະຫາຊົນ ມອບເງິນ 500 ລ້ານກີບ; ບໍລິສັດ ETL ຈຳກັດ ມອບເງິນ ຈຳນວນ 150 ລ້ານກີບ ແລະ ອຸປະກອນການສື່ສານ ຂອງບໍລິສັດ ມູນຄ່າ 180 ລ້ານກີບ, ລວມມູນຄ່າທັງໝົດ 330 ລ້ານກີບ; ແລະ ບໍລິສັດ ລັດວິສາຫະກິດໄປສະນີລາວ ມອບເງິນ ຈຳນວນ 50 ລ້ານກີບ ແລະ ຂົນສົ່ງເຄື່ອງ ໃຊ້ວຽກງານ ຕ້ານພະຍາດໂຄວິດ-19 ໂດຍບໍ່ເສຍຄ່າ ມູນຄ່າ 150 ລ້ານກີບ, ລວມມູນຄ່າທັງໝົດ 200 ລ້ານກີບ;
ໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບັນດາພາກສ່ວນ ຕະຫຼອດຮອດພະນັກງານ ຂອງບັນດາພາກສ່ວນ ທີ່ໄດ້ປະກອບສ່ວນມອບອຸປະກອນ ແລະ ເງິນຊ່ວຍເຫຼືອ ເຂົ້າໃນການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ. ການປະກອບສ່ວນດັ່ງກ່າວ ແມ່ນສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງສະພາບການໃນປະຈຸບັນ, ຊຶ່ງໄດ້ສະແດງເຖິງຫົວຄິດປະດິດສ້າງ ຮູ້ໝູນໃຊ້ທ່າແຮງ ທີ່ຕິດພັນກັບໜ້າທີ່ການເມືອງ ຂອງການຈັດຕັ້ງຕົນ ປະກອບສ່ວນເຂົ້າໃນການປະຕິບັດພາລະກິດລວມ ຂອງປະເທດຊາດ ໃຫ້ເກີດປະໂຫຍດສູງສຸດ, ທັງສະແດງເຖິງຄວາມເສຍສະຫຼະ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີເປັນເອກະພາບ, ຄວາມເປັນແບບຢ່າງທີ່ດີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ພັກ-ລັດ ແລະ ປວງຊົນລາວທັງຊາດ ໂດຍສະເພາະ ພະນັກງານແພດໝໍ ແລະ ເຈົ້າໜ້າທີ່ທຸກຄົນ ທີ່ພວມປະຕິບັດໜ້າທີ່ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ໃນທົ່ວປະເທດ, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເຄື່ອງຊ່ວຍເຫຼືອ ແລະ ເງິນດັ່ງກ່າວ ໃຫ້ຖືກກັບຈຸດປະສົງເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ ໂດຍສະເໜີ ໃຫ້ບັນດາພາກສ່ວນ ທີ່ໄດ້ມອບການຊ່ວຍເຫຼືອໃນຄັ້ງນີ້ ຈົ່ງພ້ອມກັນຕິດຕາມ ແລະ ຊຸກຍູ້ການນຳໃຊ້ເຄື່ອງ ແລະ ເງິນດັ່ງກ່າວ ໃຫ້ມີຄວາມໂປ່ງໃສ, ໄປຮອດໄປເຖິງເປົ້າໝາຍ, ສອດຄ່ອງກັບເນື້ອໃນຈິດໃຈ ຂອງການຊ່ວຍເຫຼືອ ຢ່າງແທ້ຈິງ. ອັນສຳຄັນ, ທ່ານໄດ້ຮຽກຮ້ອງມາຍັງ ທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນ ຮ່ວມກັບລັດຖະບານ ເປັນເຈົ້າການປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ປະກອບສ່ວນເຮັດໃຫ້ ການປະຕິ ບັດພາລະກິດ ຕ້ານພະຍາດໂຄວິດ-19 ຄັ້ງນີ້ ໄດ້ຮັບຜົນສຳເລັດຢ່າງຈົບງາມ ໂດຍສະເພາະ ການຄວບຄຸມຈຳນວນຜູ້ຕິດເຊື້ອ ໃຫ້ຫຼຸດລົງ ແລະ ບໍ່ໃຫ້ມີຜູ້ເສຍຊີວິດ ຈາກການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນຄັ້ງນີ້.
(ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ)
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















