ກອງທັບປະຊາຊົນລາວ
 
ວັນເສົາ, ວັນທີ 17 ຕຸລາ 2026

  

ສປປ ລາວ ພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 64 ກໍລະນີ
ເວລາອອກຂ່າວ: 2021-05-01 15:39:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1757 | ຄວາມນິຍົມ:



ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ແລະ ທ່ານ ນາງ ດຣ. ບົວເທບ ພູມີນ ຮອງຫົວ ໜ້າກົມປີ່ນປົວ ແລະ ຟື້ນຟູໜ້າທີ່ການ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ COVID-19ໄດ້ລາຍງານປະຈໍາວັນທີ 01 ພຶດສາພາ ນີ້ວ່າ: ຜົນກວດໃນວັນທີ 30 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 3,003 ຄົນ, ຜົນກວດວິເຄາະ ແມ່ນພົບຜູ້ຕິດເຊື້ອໃໝ່ 64 ຄົນ. ມາຮອດປັດຈຸບັນ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 821 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍດີ 51 ຄົນ ແລະ ຍັງນອນຕິດຕາມປິ່ນປົວທັງໝົດ ຈໍານວນ 770 ຄົນ, ໃນນີ້: ນະຄອນຫຼວງວຽງຈັນ 557 ຄົນ (ໃໝ່ 49), ແຂວງຈຳປາສັກ 106 ຄົນ (ໃໝ່ 13), ສຳລັບຄົນເຈັບແຂວງເຊກອງ ແມ່ນ ນອນປິ່ນປົວຢູ່ແຂວງຈຳປາສັກ, ແຂວງສະຫວັນນະເຂດ 25 ຄົນ, ແຂວງບໍ່ແກ້ວ 31 ຄົນ, ແຂວງສາລະວັນ 6 ຄົນ (ໃໝ່ 1), ແຂວງອຸດົມໄຊ 5 ຄົນ (ໃໝ່ 1), ແຂວງຫຼວງນ້ຳທາ 6 ຄົນ, ແຂວງວຽງຈັນ 10 ຄົນ (ຄົນເຈັບຂອງແຂວງວຽງຈັນ1 ຄົນມາປີ່ນປົວໃນ ນະຄອນຫຼວງວຽງຈັນ, ຜົ້ງສາລີ 3 ຄົນ, ແຂວງຫຼວງພະບາງ 14 ຄົນ, ແຂວງໄຊຍະບູລີ 3 ຄົນ, ແຂວງບໍລິຄຳໄຊ 2 ຄົນ, ແຂວງຄຳມ່ວນ 1 ຄົນ, ແຂວງຊຽງຂວາງ 1 ຄົນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ