ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພົນທີ 1 ສະຫຼຸບຖອດຖອນບົດຮຽນວຽກງານ ເຄື່ອນໄຫວເຮັດໃຫ້ປະເທດຊາດ ມີຄວາມສະຫງົບ
ເວລາອອກຂ່າວ: 2018-12-28 09:16:52 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 115 | ຄວາມນິຍົມ:



ກອງພົນທີ1 ສະຫຼຸບຖອດ ຖອນບົດຮຽນວຽກງານເຄື່ອນ ໄຫວ ເຮັດໃຫ້ປະເທດຊາດມີ ຄວາມສະຫງົບ ປະຈຳປີ 2018 ແລະ ວາງທິດທາງແຜນການປີ 2019 ຂຶ້ນ ໃນວັນທີ 20 ທັນວາ 2018 ນີ້, ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ພົນໂທ ສຸວອນ ເລືອງ ບຸນມີ ກໍາມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ຫົວໜ້າກົມໃຫຍ່ເສ ນາທິການກອງທັບ, ມີຄະນະພັກ ຄະນະບັນຊາການກອງພົນ ແລະ ພະນັກງານຫຼັກແຫຼ່ງທົ່ວກອງພົນ ທີ1 ເຂົ້າຮ່ວມ. ພັນໂທ ຄໍາຊາວ ລິນທະກຸນ ແກ້ວ ຮອງຫົວໜ້າຫ້ອງເສນາທິ ການກອງພົນທີ1 ໄດ້ຂຶ້ນຜ່ານ ບົດສະຫຼຸບວຽກງານເຄື່ອນໄຫວ ເຮັດໃຫ້ປະເທດຊາດມີຄວາມສະຫງົບໃນໄລຍະ 1 ປີຜ່ານມາ ແລະ ທິດທາງແຜນການ 1 ປີຕໍ່ໜ້າ ເປັນຕົ້ນແມ່ນ: ວຽກງານກໍ່ ສ້າງ ຮາກຖານການເມືອງໄດ້ປະສານ ສົມທົບແໜ້ນກັບອົງການຈັດຕັ້ງ ທ້ອງຖິ່ນເຄື່ອນໄຫວກໍາແໜ້ນ ສະພາບການຂອງກຸ່ມຄົນບໍ່ດີທີ່ ເຄື່ອນໄຫວຄວາມບໍ່ສະຫງົບຢູ່ ຂອບເຂດກອງພົນຮັບຜິດຊອບ, ໄດ້ສົມທົບພະນັກງານກຸ່ມບ້ານ ປັບປຸງອົງການຈັດຕັ້ງຂອງບ້ານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ຂຶ້ນເທື່ອລະກ້າວ, ນໍາພາກອງ ຫຼອນ; ປກສ ບ້ານ ຈັດຕັ້ງປ້ອງ ກັນເວນຍາມ, ອອກເຄື່ອນໄຫວ ກວດກາລາດຕະເວນຕາມຂອບ ເຂດຮັບຜິດຊອບຂອງບ້ານ, ຈັດ ຕັ້ງກຳລັງປະຈຳການຢູ່ກັບທີ່ ເພື່ອແກ້ໄຂກໍລະນີສຸກເສີນທີ່ຈະ ເກີດຂຶ້ນໃຫ້ທັນເວລາ, ຕິດຕາມ ສະພາບການເຄື່ອນໄຫວຂອງກຸ່ມ ຄົນບໍ່ດີຢູ່ຮາກຖານບ້ານໃນແຕ່ ລະວັນ ແລະ ຈັດຕັ້ງກຳລັງລົງ ກໍ່ສ້າງຮາກຖານການເມືອງພັດ ທະນາຊົນນະບົດຮອບດ້ານຕິດ ພັນ ກັບວຽກງານ 3 ສ້າງຕາມມູນ ເຊື້ອອັນດີງາມຂອງກອງທັບ ເຮັດ ໃຫ້ຂອບເຂດດັ່ງກ່າວມີຄວາມ ສະຫງົບ; ຊີວິດການເປັນຢູ່ຂອງ ປະຊາຊົນນັບມື້ດີຂຶ້ນ. ວຽກ ງານເຄື່ອນໄຫວແກ້ໄຂໜໍ່ແໜງ ຄວາມບໍ່ສະຫງົບ. ໄດ້ອອກ ແຮງຈັດຕັ້ງປະຕິບັດແຜນການ ເຮັດໃຫ້ສະພາບມີຄວາມສະ ຫງົບຕາມທິດຊີ້ນໍາຂອງກະຊວງ ປະເທດ, ຕາມແຜນການຂອງກົມໃຫຍ່ເສນາທິການກອງທັບ ແລະ ແຜນການຂອງກອງພົນ ເພື່ອເຮັດໃຫ້ສະພາບມີຄວາມສະ ຫງົບ ໂດຍສະເພາະຂອບເຂດຮັບຜີດຊອບແຂວງໄຊສົມບູນ ແລະ ແຂວງວຽງຈັນ ໂດຍໄດ້ ຈັດຕັ້ງກໍາລັງເຄື່ອນໄຫວຕາມ ຂອບເຂດຮັບຜິດຊອບເປັນປະຈໍາ, ເປັນເຈົ້າການປະສານສົມທົບ ແໜ້ນກັບບັນດາກໍາລັງກົມກອງ ເພື່ອນ, ກໍາລັງທ້ອງຖິ່ນເຄື່ອນໄຫວ ຢ່າງຕໍ່ເນື່ອງຕາມ ແຜນການ ເຮັດໃຫ້ສະພາບໃນຂອບເຂດກົມ ກອງຮັບຜິດຊອບມຄວາມສະ ຫງົບ. ໃນຕອນທ້າຍຂອງກອງປະ ຊຸມກໍໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດຊີ້ນໍາຈາກ ທ່ານ ພົນໂທ ສຸວອນ ເລືອງບຸນມີ ໂດຍໄດ້ ເນັ້ນໜັກໃຫ້ ເພີ່ມທະວີສຶກສາ, ອົບຮົມການເມືອງ-ແນວຄິດໃຫ້ ພະນັກງານ-ນັກຮົບຢ່າງແຂງ ແຮງ ເປັນປົກກະຕິ ແລະ ມີເນື້ອ ໃນເລິກເຊິ່ງ ເຮັດໃຫ້ເຂົາເຈົ້າມີ ຄວາມມີແນວຄິດຫຼັກໝັ້ນ, ມີ ຄວາມທຸ່ນທ່ຽງ ເຊື່ອໝັ້ນຕໍ່ການ ນຳພາຂອງພັກ, ຮູ້ຈຳແນກມິດ- ສັດຕູ ສືບຕໍ່ ເອົາໃຈໃສ່ຫັນລົງກໍ່ສ້າງຮາກຖານຢ່າງແຂງແຮງ, ຕິດຕາມສະພາບການຂອງກຸ່ມ ຄົນບໍ່ຫວັງດີ ສະພາບດິນຟ້າອາ ກາດເພື່ອແກ້ໄຂ ແລະ ຕອບຕ້ານ ໃຫ້ທັນເວລາ. ໂດຍ: ໂກຮັງ ພັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ