ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄະນະສະເພາະກິດປ້ອງກັນຄວບຄຸມພະຍາດໂຄວິດ 19 ຂັ້ນກອງບັນຊາການທະຫານແຂວງຈໍາປາສັກເຄື່ອນໄຫວຢ່າງຕັ້ງໜ້າ
ເວລາອອກຂ່າວ: 2021-05-04 11:24:10 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1601 | ຄວາມນິຍົມ:



ມາຮອດປັດຈຸບັນ ຄະນະສະເພາະກິດປ້ອງກັນ, ຄອບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ຂັ້ນກອງບັນຊາການທະຫານແຂວງຈໍາປາສັກ ໄດ້ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງເພີ່ມເຕີມຂອງເຈົ້າແຂວງໆຈໍາປາສັກສະບັບເລກທີ 04 / ຈຂຈສ ລົງວັນທີ 23 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນການລະບາດຄວບຄຸມກຽມພ້ອມຮອບດ້ານຕ້ານພະຍາດໂຄວິດ 19 ເຊີ່ງກອງບັນຊາການທະຫານແຂວງຈໍາປາສັກໄດ້ສ້າງແຜນການນໍາໃຊ້ກໍາລັງເຄື່ອນໄຫວປ້ອງກັນ, ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ 19 ຢ່າງຮີບດ່ວນໂດຍມີການສົມທົບກັບກໍາລັງຫຼວງ ແລະ ກໍາລັງປກສແຂວງ. ສະຫາຍ ພັນໂທ ສີໄຄ ທິບພະຈັກ ຄະນະປະຈໍາພັກກອງບັນຊາການ ຫົວໜ້າຫ້ອງການເມືອງທະຫານແຂວງຈໍາປາສັກ ທັງເປັນຄະນະສະເພາະກິດຂອງກອງບັນຊາການທະຫານແຂວງໄດ້ໃຫ້ຮູ້ວ່າ: ຄະນະສະເພາະກິດກອງບັນຊາການທະຫານແຂວງຈໍາປາສັກໄດ້ສົມທົບກັບກໍາລັງຫລວງຄື: ກອງພົນທີ 5, ກອງ ພັນໃຫ່ຍ 645, ໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ ຈັດຕັ້ງກໍາລັງລົງປະຈໍາຢູ່ຂອບເຂດວົງໃນ ແລະ ວົງນອກ ສໍາລັບວົງໃນແມ່ນຕັ້ງຢູ່ 4 ຈຸດຄື: ຈຸດທີ 1 ຈຸດກວດກາຄັນແຍງແມ່ນມອບໃຫ້ກອງບັນຊາການທະຫານເມືອງໂພນທອງ, ຈຸດທີ 2 ຫລັກ 8 ເໜືອແມ່ນກອງພັນໃຫຍ່ 645, ຈຸດທີ 3 ແມ່ນຫລັກ 10 ປາກຊ່ອງນໍາໃຊ້ກໍາລັງອ້າຍນ້ອງໂຮງຮຽນກໍ່ສ້າງນາຍສິບເລກ 2 ວຽງໄຊ, ຈຸດທີ 4 ຫລັກ 10 ໃຕ້ແມ່ນກອງພົນທີ 5. ສໍາລັບວົງວົງນອກ ຕັ້ງຈຸດກວດກາ 6 ຈຸດຄື: ຈຸດທີ 1 ຫລັກ 30 ເມືອງໂພນທອງນໍາໃຊ້ກໍາລັງກອງພັນ 22 ທະຫານແຂວງຈໍາປາສັກ. ຈຸດທີ 2 ຫລັກ 44 ຊະນະສົມບູນນໍາໃຊ້ກໍາລັງທະຫານເມືອງຊະນະສົມບູນ, ຈຸດທີ 3 ແກ້ງເກຍນໍາໃຊ້ກໍາລັງທະຫານເມືອງບາຈຽງຈະເລີນສຸກ, ຈຸດທີ 4 ຢູ່ກອງຕຸ່ນນໍາໃຊ້ກໍາລັງກອງພັນໃຫຍ່ 502 ກອງພົນທີ 5, ຈຸດທີ 5 ຈຸດອີ່ໂອ້ຍນໍາໃຊ້ກໍາລັງທະຫານເມືອງປາກຊ່ອງ ແລະ ຈຸດທີ 6 ບ້ານນາຝັ່ງ ນໍາໃຊ້ກໍາລັງທະຫານເມືອງໂຂງ. ນອກນີ້, ຍັງໄດ້ຈັດຕັ້ງກໍາລັງສາຍກວດລາດຕະເວນໃນຕົວເມືອງແມ່ນນໍາໃຊ້ກໍາລັງກອງຮ້ອຍ 901 ທະຫານແຂວງຈໍາປາສັກ. ການປ້ອງກັນວົງໃນ ແລະ ວົງນອກແມ່ນກວດກາຄົນເຂົ້າ-ອອກລະຫວ່າງແຂວງຕໍ່ແຂວງ, ເມືອງຕໍ່ເມືອງໃນແຕ່ລະວັນໂດຍສົມທົບກັບອໍານາດການປົກຄອງບ້ານ, ກອງຫລອນ ແລະ ກໍາລັງ ປກສ ແຕ່ລະຂັ້ນພ້ອມທັງວິຊາການແພດໝໍຈາກສາທານະລະສຸກແຂວງ-ເມືອງ ເພື່ອປ້ອງກັນຄວບຄຸມພະຍາດໂຄວິດ 19 ຢ່າງເຂັ້ມງວດນັບແຕ່ວັນທີ 24 ເມສາ 2021 ຮອດປັດຈຸບັນແມ່ນດໍາເນີນໄປຢ່າງເຂັ້ມງວດ ເພື່ອເປັນການເພີ່ມທະວີການປະຕິບັດຄໍາສັ່ງແນະນໍາເລກທີ 15 ຂອງນາຍົກລັດຖະມົນຕີ ແລະ ຄໍາສັ່ງເພີ່ມເຕີມເລກທີ 04ຂອງເຈົ້າແຂວງໆຈໍາປາສັກກໍ່ຄືມາດຕະການຂອງຄະນະສະເພາະກິດແຫ່ງຊາດ ແນໃສ່ເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດ 19 ນັບມື້ຫຼຸດໜ້ອຍຖອຍລົງ. ຂ່າວ: ທິບມະນີວັນ ຄໍາວິເສດ, ພາບ: ວິໄລພອນ ວົງວິສອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ