ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ທະຫານແຂວງບໍ່ແກ້ວ ຈັດຕັ້ງສັກຢາວັກຊິນ ປ້ອງກັນພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-05 11:43:59 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 334 | ຄວາມນິຍົມ:



ໃນປັດຈຸບັນພະຍາດລະບາດໂຄວິດ-19 ໄດ້ແຜ່ລະບາດເປັນວົງກວ້າງຢູ່ໃນປະເທດເຮົາ ເວົ້າລວມເວົ້າສະເພາະພາຍໃນແຂວງບໍ່ແກ້ວ. ຍ້ອນເຫັນໄດ້ ຄວາມໝາຍ ຄວາມສໍາຄັນ ຂອງການສັກຢາວັກຊິນປ້ອງກັນພະຍາດໂຄວິດ-19, ດັ່ງນັ້ນກອງບັນຊາການທະຫານແຂວງບໍ່ແກ້ວຈຶ່ງອອກແຈ້ງການເຖິງ ຄະນະພັກ-ຄະນະບັນຊາ 5 ຫ້ອງ, ກອງຮ້ອຍ 14, ກອງຮ້ອຍ 15, ກອງຮ້ອຍ 231 ແລະ ກອງຮ້ອຍ 310 ທີ່ຂື້ນກັບກອງບັນຊາການທະຫານແຂວງ ໃຫ້ເຂົ້າມາສັກຢາວັກຊິນກັນພະຍາດໂຄວິດ-19 ເຂັມທີ 1 (ຮອບທີ 1) ໂດຍອິງຕາມທິດຊີ້ນໍາຂອງຫົວໜ້າກອງບັນຊາການທະຫານແຂວງ ສະບັບເລກທີ 223/ຫ.ກທຂ-ບກ ລົງວັນທີ 4 ພືດສະພາ 2021 ເຊິ່ງຈະເລິ່ມແຕ່ວັນທີ 5-6 ພືດສະພາ 2021 ເປັນຕົ້ນໄປ. ເວລາ 8:00–14:00 ນາທີ, ສະຖານທີ່: ສະໂມສອນກອງບັນຊາການທະຫານແຂວງບໍ່ແກ້ວ. ສ່ວນບັນດາກົມກອງແມ່ນວັນທີ 7 ພືດສະພາ 2021 ເປັນຕົ້ນໄປ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ