ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ກຸມພາ 2025

  

ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ມອບເງິນສົດ ແລະ ເຄື່ອງບໍລິໂພກ ໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ
ເວລາອອກຂ່າວ: 2021-05-05 12:07:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 303 | ຄວາມນິຍົມ:



ໃນວັນທີ 4 ພຶດສະພາ 2021 ນີ້, ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ໄດ້ມອບເງິນສົດ ແລະ ເຄື່ອງບໍລິໂພກ ພ້ອມດ້ວຍຊິມອິນເຕີເນັດຈຳນວນໜຶ່ງໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ. ເປັນກຽດມອບໂດຍ ທ່ານ ສຸພົນ ຈັນທະວິໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ, ໃຫ້ກຽດຮັບມອບໂດຍ ສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ຫົວໜ້າອຳນວຍການໂຮງໝໍສູນກາງ 103 ກອງທັບ ພ້ອມຄະນະ ແລະ ພະແນກການທີ່ກ່ຽວຂ້ອງເຂົ້າຮ່ວມ. ລວມມີເງິນສົດຈຳນວນ 10.000.000 ກີບ, ນ້ຳດື່ມຈຳນວນ 20 ແກັດ, ເຄື່ອງບໍລິໂພກອາຫານແຫ້ງ ແລະ ຊິມອິນເຕີເນັດຈຳນວນໜຶ່ງ ລວມມູນຄ່າທັງໝົດ 42 ລ້ານກ່ວາກີບ. ການມອບເງິນສົດ ແລະ ເຄື່ອງດັ່ງກ່າວໃຫ້ແກ່ໂຮງໝໍສູນກາງ 103 ກອງທັບໃນຄັ້ງນີ້ ຍ້ອນເຫັນໄດ້ຄວາມສໍາຄັນ ແລະ ຄວາມຮຽກຮ້ອງຕ້ອງການອັນຈໍາເປັນຮີບດ່ວນຂອງວຽກງານປ້ອງກັນ, ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດ. ສະນັ້ນ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ຈຶ່ງໄດ້ມີສ່ວນຮ່ວມໃນວຽກງານນີ້, ຫວັງວ່າການຮວ່ມມືຊ່ວຍເຫຼືອໃນຄັ້ງນີ້ ຈະເປັນນິມິດໝາຍທີ່ດີໃນການຮ່ວມມືໃນອະນາຄົດ ແລະ ຕະຫຼອດໄປ. ວັດຖຸປັດໃຈຊຸກຍູ້ຊ່ວຍເຫຼືອ ຫວັງວ່າຈະສາມາດແກ້ໄຂໄດ້ຈຳນວນໜຶ່ງໃຫ້ແກ່ພະນັກງານແພດໝໍໃນໂຮງໝໍສູນກາງ 103 ກອງທັບ ເພື່ອພ້ອມກັນເຮັດສຳເລັດໜ້າທີ່. ສະຫາຍ ພົນຈັດຕະວາ ຄຳແພງ ພູມມາແກ້ວ ໄດ້ຕາງໜ້າຄະນະພັກ-ຄະນະອຳນວຍການ,ຕາງໜ້າໜ່ວຍງານສະເພາະກິດ ແລະ ພະນັກງານແພດໝໍໃນທົ່ວໂຮງໝໍສູນກາງ 103 ກອງທັບ ສະແດງຄວາມຂອບໃຈຢ່າງສູງມາຍັງ ທ່ານ ສຸພົນ ຈັນທະວິໄຊ ຜູ້ອຳນວຍການໃຫຍ່ ບໍລິສັດ ລາວ ໂທລະຄົມມະນາຄົມ ມະຫາຊົນ ພ້ອມດ້ວຍຄະນະ ທີ່ໄດ້ແບ່ງປັນນ້ຳໃຈຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ເຊິ່ງມັນໄດ້ສະແດງເຖິງຄວາມເປັນຫ່ວງເປັນໄຍ, ຄວາມສາມັກຄີ ທັງເປັນຂວັນກຳລັງໃຈໃຫ້ແກ່ພະນັກງານແພດໝໍທຸກຄົນທີ່ກຳລັງປະຕິບັດໜ້າທີ່ໃນເວລານີ້ ແລະ ຂໍອວຍພອນໄຊແດ່ທ່ານພ້ອມຄະນະຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກໃນຊີວິດສ່ວນຕົວ ແລະ ຄອບຄົວ, ມີຄວາມຈະເລີນກ້າວໜ້າ. ສຳລັບວັດຖຸປັດໄຈທີ່ນຳມາມອບໃນຄັ້ງນີ້ ທາງໂຮງໝໍຈະນຳໃຊ້ໃຫ້ຖືກວັດຖຸປະສົງ ແລະ ເກີດປະໂຫຍດສູງສຸດ. ຂ່າວຍັງແຈ້ງໃຫ້ຮູ້ຕື່ມອີກວ່າ: ໃນໂອກາດດຽວກັນນີ້, ທາງບໍລິສັດ ອາເອັມເອລາວ ກໍໄດ້ນໍາເອົາເຄື່ອງຮັບໃຊ້ການແພດ ແລະ ເຄື່ອງບໍລິໂພກປະເພດອາຫານແຫ້ງ ແລະ ນ້ຳດື່ມ ລວມມູນຄ່າ 6 ລ້ານກ່ວາກີບ ມາມອບໃຫ້ແກ່ໂຮງໝໍສູນກາງ 103 ກອງທັບ ເຊັນດຽວກັນ. ໂດຍ: ສີຈັນ ເພັດວິໄຊ ພາບ: ເລີດວິໄລ ວົງຈຳປາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ