ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ທ່ານພົນເອກ ຈັນສະໝອນ ຈັນຍາລາດ ພ້ອມດ້ວຍຄະນະ ຢ້ຽມຢາມ ແລະ ເຮັດວຽກຢູ່ ຣາຊະອານາຈັກກຳປູເຈຍ
ເວລາອອກຂ່າວ: 2018-12-28 09:23:45 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 49 | ຄວາມນິຍົມ:



ວັນທີ 27 ທັນວາ 2018 ນີ້, ທ່ານ ພົນເອກ ຈັນສະຫມອນ ຈັນຍາລາດ ລັດຖະມົນຕີກະຊວງປ້ອງກັນປະເທດແຫ່ງສປປ ລາວ ພ້ອມດ້ວຍຄະນະໄດ້ເດີນທາງ ໄປຢ້ຽມຢາມ ແລະ ເຮັດວຽກຢູ່ຣາ ຊະອານາຈັກກຳປູເຈຍ ຕາມການ ເຊື້ອເຊີນຂອງສົມເດັດ ປີໄຈເສ ນາ ເຕຍບັນ ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງ ກັນປະເທດແຫ່ງຣາຊະອານາຈັກ ກຳປູເຈຍ, ເຊິ່ງພິທີຕ້ອນຮັບຢ່າງ ເປັນ ທາງການໄດ້ຈັດຂຶ້ນທີ່ສຳນັກ ງານນາຍົກລັດຖະຕີໃຫ້ກຽດ ຕ້ອນຮັບຄະນະໂດຍ ສົມເດັດ ປີໄຈ ເສນາ ເຕຍບັນ ຮອງນາ ຍົກລັດຖະມົນຕີ ລັດຖະມົນຕີກະ ຊວງປ້ອງປະເທດແຫ່ງຣາຊະອານາຈັກກຳປູເຈຍ. ໂອກາດດັ່ງກ່າວ,ທ່ານພົນເອກ ຈັນສະຫມອນ ຈັນຍາລາດ ກໍໄດ້ ສະແດງຄວາມຂອບອົກຂອບໃຈຕໍ່ທ່ານສົມເດັດ ປີໄຈ ເສນາ ເຕຍບັນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະ ເທດແຫ່ງຣາຊາອານາຈັກກຳປູເຈຍພ້ອມດ້ວຍຄະນະທີ່ໃຫ້ກຽດ ຕ້ອນຮັບອັນອົບອຸ່ນສະນິດສະນົມ ແລະ ເຕັມໄປດ້ວຍໄມຕີຈິດມິດ ຕະພາບທີເຄີຍມີມາແຕ່ຍາວນານລະຫວ່າງສອງຊາດລາວ-ກຳປູ ເຈຍໃຫ້ນັບມື້ເພີ່ມຂຶ້ນກ້າວສູ່ລວງ ເລີກ,ພ້ອມທັງໄດ້ແຈງແຜນການ ເຂົ້າພົບປະຄັ້ງນີ້ໃຫ້ທ່ານ ແລະ ຄະນະຊາບໂດຍປະຕິບັດຕາມ ເນື້ອໃນຈິດຂອງສອງນາຍົກ ລາວ-ກຳປູເຈຍທີ່ທັງສອງຝ່າຍ ເຫັນດີເປັນເອກະພາບວ່າດ້ວຍ ການຖອດກຳລັງທະຫານອອກ ຈາກເຂດທີ່ຍັງຄົງຄ້າງນັ້ນແມ່ນທັງສອງຝ່າຍຈະໄດ້ຮ່ວມກັນແກ້ໄຂ, ເປັນຕົ້ນແມ່ນຮ່ວມກັນລາດ ຕະເວນສອດສ່ອງເພື່ອເຮັດໃຫ້ ເຂດດັ່ງກ່າວກັບມາສູ່ສະພາບ ປົກກະຕິ ແລະ ປະຊາຊົນຈະໄດ້ໄປ ມາກາສູ່ກັນແບບເພື່ອນມິດຍາດ ພີ້ນ້ອງ,ຮ່ວມກັນຄ້າຂາຍທີເຄີຍມີ ມູນເຊື້ອມາແຕ່ຍາວນານ, ພ້ອມ ນັ້ນທ່ານລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງສປປລາວ ກໍໄດ້ລາຍງານແຜນການພັດທະ ນາເສດຖະກິດວັດທະນາທຳ-ສັງ ຄົມເຫັນວ່າກະຖຽນນະພາບທາງ ດ້ານການເມືອງມີຄວາມຫມັ້ນ ຖ່ຽງ, ເສດຖະກິດຊະຫຍາຍຕົວຢູ່ ໃນລະດັບ6,9-7,0%, ແລະ ອັນ ບັນຫາຫນື່ງທີ່ທ່ານໄດ້ສະເຫນີ ແມ່ນຢາກໃຫ້ເພີ່ມການພົບປະ ແລກປ່ຽນລະຫວ່າງຄະນະນຳຂັ້ນ ກົມໃຫຍ່,ຫ້ອງວ່າການກະຊວງ, ບັນດາເລົ່າຮົບແລະບາງຂະ ແຫນງການລົງຮອດຂັ້ນທ້ອງຖິ່ນ ທີ່ທັງສອງຝ່າຍເຫັນດີຮ່ວມກັນ, ທັງເປັນຫັດແຫນ້ນຄວາມສາມັກ ຄີທີ່ມີມູນເຊື້ອມາແຕ່ຍາວນານ, ພ້ອມນັ້ນທ່ານລັດຖະມົນຕີກະ ຊວງປ້ອງກັນປະເທດແຫ່ງ ສປປ ລາວຍັງໄດ້ເຊື້ອເຊີນທ່ານສົມເດັດປີໄຈ ເສນາ ເຕຍບັນ ມາ ຮ່ວມພິທີສະຫລອງວັນສ້າງຕັ້ງ ກອງທັບປະຊາຊົນລາວຄົບຮອບ 70 ປີອີກດ້ວຍ ພ້ອມນັ້ນ, ທ່ານສົມເດັດ ປິໄຈ ເສນາ ເຕຍບັນ ຮອງນາຍົກຮອງນາຍົກລັດຖະມົນຕີ,ລັດຖະມົນຕີ ກະຊວງປ້ອງກັນປະເທດແຫ່ງ ຣາຊາອານາຈັກກຳປູເຈຍກໍໄດ້ ຕີລາຄ່າສູງຕໍ່ການເດີນທາງມາ ຢ້ຽມຢາມແລະເຮັດວຽກຢູ່ຣາຊາ ອານາຈັກກຳປູເຈຍໃນຄັ້ງນີ້ ແລະ ເປັນບາດກ້າວໃຫມ່ລະ ຫວ່າງ ລາວ-ກຳປູເຈຍທີ່ໄດ້ມີການຢ້ຽມ ຢາມລະຫ່ວາງຜູ້ນຳທັງສອງ ກອງທັບກຳປູເຈຍ-ລາວ, ລາວ-ກຳປູເຈຍແລະກໍ່ເຫັນດີຕໍ່ກັບຄຳ ສະເຫນີຂອງທ່ານລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງ ສປປລາວ, ເຊິ່ງຈະໄດ້ມອບໃຫ້ ຂະແຫນງການກ່ຽວຂ້ອງຮິບ ຮ້ອນຈັດຕັ້ງປະຕິບັດ,ກໍລະນີໃດ ກໍຕາມຖ້າຮາກວ່າມີບັນຫາເກິດຂຶ້ນເຖິງຈະເປັນຂໍຜິດພາກຝດທີ່ ໃຫຍ່ກໍ່ຕາມແຕ່ກະເຮັດໃຫ້ບັນຫາ ດັ່ງກ່າວນັ້ນເປັນເລື່ອງນ້ອຍ ແລະ ຮິບຮ້ອນພ້ອມກັນແກ້ໄຂ ໂດຍໄວຮັກສາໄດ້ມູນເຊື້ອຄວາມ ສາມັກຄີລະຫວ່າງສອງຊາດສອງກອງທັບໃຫ້ນັບມື້ເພີມທະວີ ຍິ່ງໆຂຶ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ