ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະທານສະພາແຫ່ງຊາດ ຕ້ອນຮັບຄະນະຜູ້ແທນສະພາຕ່ຳ ຍີ່ປຸ່ນ
ເວລາອອກຂ່າວ: 2018-12-28 09:26:28 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 349218908 | ຄວາມນິຍົມ:



ວັນທີ 27 ທັນວາ 2018 ນີ້ ທີ່ສະພາແຫ່ງຊາດ ທ່ານ ນາງປາ ນີ ຢາທໍ່ຕູ້ ປະທານສະພາແຫ່ງ ຊາດແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະໄດ້ຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ ແທນສະພາຕໍ່າຍີ່ປຸ່ນ ເຊິ່ງນໍາໂດຍ ທ່ານ ທາເຄໂອະ ຄາວາມຸລະ ປະ ທານຄະນະມິດຕະພາບລັດຖະ ສະພາຍີ່ປຸ່ນ-ລາວ ປະທານກໍາ ມາທິການງົບປະມານ ພ້ອມດ້ວຍ ຄະນະທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນລະຫວ່າງວັນທີ 26-28 ທັນວາ 2018 ນີ້. ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ ກ່າວສະແດງຄວາມຕ້ອນຮັບ ດ້ວຍໄມຕີຈິດມິດຕະພາບອັນອົບ ອຸ່ນຕໍ່ ທ່ານ ທາເຄໂອະ ຄາວາມຸ ລະ ພ້ອມດ້ວຍຄະນະທີ່ມາເຄື່ອນ ໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວໃນຄັ້ງນີ້ ພ້ອມຕີ ລາຄາສູງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີ ມາແຕ່ດົນນານຂອງສອງປະ ເທດລາວ-ຍີ່ປຸ່ນ ໂດຍສະເພາະ ສະພາແຫ່ງຊາດລາວ ແລະ ສະ ພາແຫ່ງຊາດຍີ່ປຸ່ນ. ທ່ານ ທາເຄໂອະ ຄາວາມຸລະ ກໍໄດ້ກ່າວສະແດງຄວາມຂອບ ໃຈຕໍ່ ທ່ານ ນາງ ປານີ ຢາທໍ່ຕູ້ ທີ່ໄດ້ໃຫ້ກຽດຕ້ອນຮັບຢ່າງອົບ ອຸ່ນ ພ້ອມທັງໄດ້ຊີ້ແຈ້ງກ່ຽວກັບ ຈຸດປະສົງການມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ກໍເພື່ອເປັນການ ເພີ່ມທະວີການພົວພັນຮ່ວມມື ຂອງສອງປະເທດລາວ-ຍີ່ປຸ່ນ ເວົ້າລວມ, ເວົ້າສະເພາະແມ່ນ ລະຫວ່າງສະພາແຫ່ງຊາດຍີ່ປຸ່ນ ແລະ ສະພາແຫ່ງຊາດລາວ ແລະ ເພື່ອແລກປ່ຽນບົດຮຽນໃນການ ປະຕິບັດວຽກງານຕາມສິດ ແລະ ພາລະບົດບາດໃນຂົງ ເຂດວຽກງານນິຕິບັນຍັດລະ ຫວ່າງສອງຄະນະມິດຕະພາບ ລັດຖະສະພາຍີ່ປຸ່ນ-ລາວ. ໂດຍ: ທອງເພັດ ໄຊຍະເພັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ