ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສະຖບັນອະນາໄມກັນພະຍາດກອງທັບສືບຕໍ່ພົ່ນຢາຂ້າເຊຶ້ອພະຍາດໂຄວິດ-19 ຢູ່ກົມກອງທະຫານ
ເວລາອອກຂ່າວ: 2021-05-07 09:41:57 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 590 | ຄວາມນິຍົມ:



ໃນລະຫວ່າງທ້າຍເດຶອນ ເມສາ ຫາຕົ້ນເດຶອນ ພຶດສະພາ 2021 ນີ້. ຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງພະຍາດອັກເສບປອດສາຍພັນໃໝ່ Covid 19 ຂອງສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບຈິ່ງໄດ້ສືບຕໍ່ຈັດຕັ້ງຈຸທີມງານວິຊາການລົງເຄຶ່ອນໄຫວພົ່ນຢາຂ້າເຊື້ອພະຍາດ ໂຄວິດ 19 ຢູບັນດາກົມກອງທະຫານທີ່ນອນຢູ່ໃນເປົ້າໝາຍຄວາມສ່ຽງຕໍ່ການຕິດເຊື້ອ ແລະ ມີຜູ້ທີ່ຕິດເຊື້ອອາໄສຢູ່. ໃນນີ້ມີ: ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດ, ບໍລິສັດ 20 ມັງກອນ, ກອງສີລະປະກອນກອງທັບ, ກອງບັນນາທິການໜັງສືພິມກອງທັບ, ໂທລະພາບກອງທັບ ແລະ ໂຮງໝໍສູນກາງ 103 ກອງທັບ. ໃນການພົ່ນຢ່າຄັ້ງນີ້ ທາງທີມງານວິຊາການໄດ້ພົ່ນຕາມບໍລິເວນຄວາມສ່ຽງທີ່ເປັນສະຖານທີ່ອາຄານຫ້ອງການ, ບ່ອນພັກຜ່ອນ, ຫ້ອງນອນ, ຫ້ອງຄົວກິນ, ຫ້ອງນໍ້າ, ຮາວຂັ້ນໄດ, ລູກບິດ, ຫ້ອງເຮັດວຽກຂອງແພດໝໍ, ຫ້ອງນອນປິ່ນປົວຄົນເຈັບ, ຫ້ອງເກັບເຄຶ່ອງ ແລະ ຍັງໄດ້ແນະນໍາໃຫ້ຄວາມຮູ້ພື້ນຖານກ່ຽວກັບວິທີການປ້ອງກັນຄວບຄຸມ, ແກ້ໄຂການແພ່ລະບາດຂອງເຊື້ອພະຍາດ ໂຄວິດ-19 ອີກດ້ວຍ, ເຊິ່ງໄດ້ພົ່ນເນື້ອທີ່ລວມທັງໝົດ 7572 ຕາແມັດ, ໃຊ້ນໍ້າຢາຄຣໍລີນທັງໝົດ 175 ລິດ, ນໍ້າເຫຼົ້າ 90 ອົງສາເຊ 28 ລິດ, ນອກຈາກນີ້ແລ້ວທາງທີມງານນັກວິຊາການປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງເຊື້ອພະຍາດໂຄວິດ 19 ຂອງສະຖາບັນອະນາໄມກັນພະຍາດກອງທັບ ຍັງຈະໄດ້ສືບຕໍ່ກຽມຄວາມພ້ອມປະຕິບັດຕາມແຜນການເຄຶ່ອນໄຫວຢູ່ບັນດາກົມກອງ, ສະຖານທີ່ເປົ້າໝາຍທີ່ມີຄວາມສ່ຽງຕາມການຊີ້ນໍາ ແລະ ມອບໝາຍຂອງຄະນະສະເພາະກິດປ້ອງກັນ ຄວບຄຸມ ແລະ ແກ້ໄຂການແພ່ລະບາດຂອງເຊື້ອພະຍາດອັກເສບປອດສາຍພັນໃໝ່ Covid 19 ຂອງກະຊວງປ້ອງກັນປະເທດ, ທັງນີ້ກໍ່ເພື່ອເປັນການປ້ອງກັນບໍ່ໃຫ້ເຊື້ອພະຍາດດັ່ງກ່າວແຜລາມໄປສູ່ວົງກວ້າງ ແລະ ທັງເປັນການສ້າງພູມຄຸ້ມກັນເຮັດໃຫ້ສຸຂະພາບຂອງບັນດານາຍ ແລະ ພົນທະຫານໃນຖັນແຖວກອງທັບມີສຸຂະພາບແຂງແຮງ ສົມບູນ, ກຽມພ້ອມເຮັດສໍາເລັດໜ້າທີ່ການເມຶອງທີ່ປະເທດຊາດ ແລະ ປະຊາຊົນມອບໝາຍໃຫ້ຢູ່ສະເໝີ. ໂດຍ. ອ້ອຍພັນ ແພງບຸນມີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ