ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກໍາລັງ ປກຊ - ປກສ ສືບຕໍ່ລົງຊຸກຢູ່ວຽກງານຕ້ານ ແລະ ສະກັດກັ້ນ ພະຍາດໂຄວິດ-19 ຢູ່ເມືອງປາກທາ
ເວລາອອກຂ່າວ: 2021-05-07 09:59:53 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 750 | ຄວາມນິຍົມ:



ໃນວັນທີ 6 ພືດສະພາ 2021 ນີ້, ສະຫາຍ ພັນໂທ ໂສວັນ ພັນທັນນີ ຫົວໜ້າຫ້ອງເສນາທິການ ກອງບັນຊາການທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ຄໍາແດງ ວັນນະສິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ພ້ອມທີມງານຂອງແຂວງ-ເມືອງ ໄດ້ເຄື່ອນໄຫວຕິດຕາມ ກວດກາ ຊີ້ນໍາ ກໍາງລັງ ປກຊ-ປກສ, ກອງຫຼອນ ຕະຫຼອດຮອດອໍານາດການປົກຄອງທຸກຂັ້ນ ທີ່ປະຕິບັດໜ້າທີ່ຢູ່ຈຸດຍາມດ່ານກວດກາ ຄົນເຂົ້າ-ອອກເມືອງ ເພື່ອປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ພາຍໃນຂອບເຂດຄວາມຮັບຜິດຊອບຂອງເມືອງປາກທາ ຢ່າງເຂັ້ມງວດ. ການເຄື່ອນໄຫວຕິດຕາມ ກວດກາບັນດາປ້ອມດ່ານ ໃນຄັ້ງນີ້ ປະກອບມີ: ກອງບັນຊາການທະຫານເມືອງປາກທາ, ກອງປະຕິບັດງານ 213, ກອງຮ້ອຍທະຫານຊາຍແດນ 124 ແລະ ປ້ອມຈຽງຕອງກອງຮ້ອຍທະຫານຊາຍແດນ 124. ພິເສດແມ່ນໄດ້ເພິ່ມກໍາລັງອີກ 1 ຈຸດຢູ່ ບ້ານຫ້ວຍໄມ້ຊາງ ຊາຍແດນລະຫ່ວາງ ແຂວງບໍ່ແກ້ວ-ແຂວງໄຊຍະບູລີ. ສະຫາຍ ພັນໂທ ໂສວັນພັນທັນນີ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ທຸກໆພາກສ່ວນທີ່ໄດ້ເອົາໃຈໃສ່ຕໍ່ໜ້າທີ່ຂອງຕົນຕາມຂັ້ນເທິງມອບໝາຍໃຫ້ ພ້ອມທັງເນັ້ນໜັກໃຫ້ທຸກພາກສ່ວນທີ່ປະຈໍາການຢູ່ບັນດາ ປ້ອມ, ຈຸດ, ດ່ານ ກວດກາ ປ້ອງກັນຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ກໍາລັງແຜ່ລະບາດເປັນວົງກວ້າງພາຍໃນປະເທດເຮົາ ເວົ້າລວມເວົ້າສະເພາະ ແຂວງບໍ່ແກ້ວ ໃຫ້ຫຼຸດໜ່ອຍຖອຍລົງເປັນກ້າວໆ, ເພີມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນ, ສືບຕໍ່ເອົາໃຈໃສ່ເຮັດໜ້າທີ່ ປ້ອງກັນຄວບຄຸມມາດຕະການຕ່າງໆຢ່າງເຂັ້ມງວດ. ພ້ອມດຽວກັນນັ້ນ, ການນໍາຂອງເມືອງ ຍັງໄດ້ມອບວັດຖຸປັດໃຈ ແລະ ອາຫານສໍາເລັດຮູບໃຫ້ອໍານາດການປົກຄອງບ້ານຫ້ວຍໄມ້ຊາງ ຈໍານວນໜຶ່ງອີກດ້ວຍ. ໂດຍ: ວໍລະສິດ ພິດສະຫາຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ