ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ໂຮງຮຽນການທະຫານທ້ອງຖິ່ນແຂວງວຽງຈັນປິດຊຸດອົບຮົບກໍ່ສ້າງນາຍສິບຊຸດທີ VI
ເວລາອອກຂ່າວ: 2021-05-07 10:15:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 285 | ຄວາມນິຍົມ:



ໃນວັນທີ 7 ພຶດສະພາ 2021 ນີ້, ໂຮງຮຽນການທະຫານທ້ອງຖິ່ນແຂວງວຽງຈັນ ໄດ້ປິດຊຸດອົບຮົມກໍ່ສ້າງນາຍສິບ ຊຸດທີ VI ປະຈໍາ ສົກປີ 2020-2021, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຄໍາເຄນ ອຸດຕະມາ ຮອງເລຂາຄະນະພັກ ຫົວໜ້າການເມືອງກອງບັນຊາການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະອໍານວຍການ, ຄະນະຮັບຜິດຊອບ, ຄູ-ອາຈານ ແລະ ນັກຮຽນນາຍ ສິບ ຊຸດທີ VI ເຂົ້າຮ່ວມ. ສະຫາຍ ພັນໂທ ມີໄຊ ສິງວົງທໍາ ຫົວໜ້າການເມືອງໂຮງຮຽນການທະຫານທ້ອງຖິ່ນໄດ້ຜ່ານບົດສະຫຼຸບຕີລາຄາຜົນການຮຽນການ - ສອນຕາມຫຼັກສູດ 10 ເດືອນ ຜ່ານມາ. ຄະນະພັກ-ຄະນະອໍານວຍການ, ຄູ-ອາຈານໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາຢ່າງໃກ້ຊິດຕິດແທດ ໂດຍຖືເອົາວຽກງານສຶກສາອົບຮົມ ການເມືອງ-ນໍາພາແນວຄິດເປັນກົກຕິດພັນກັບການຊີ້ນໍາໃຫ້ຄູ-ອາຈານ ໃນການຂຶ້ນຫ້ອງສິດສອນ ຖືກຕ້ອງຕາມຫຼັກສູດຂອງ ການຮຽນ-ການສອນ ແລະ ປະ ຕິບັດຂໍ້ກໍານົດກົດລະບຽບຂອງໂຮງຮຽນວາງອອກ. ໃນນີ້, ມີນັກຮຽນເຂົ້າອົບຮົມຫັດແອບທັງໝົດ 165 ສະຫາຍ, ເຊິ່ງມາຈາກກໍາລັງຫຼວງ 30 ສະຫາຍ, ໃນໄລຍະເຝິກແອບ ຮໍ່າຮຽນຄູ-ອາຈານ ແລະ ນັກ ຮຽນໄດ້ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ຂອງຕົນ, ເອົາໃຈໃສ່ ປະຕິບັດໃຫ້ຖືກຕາມໂຄງການ ຫຼັກສູດ, ປະຕິບັດລະບຽບການ ຕ່າງໆໄດ້ຢ່າງເຂັ້ມງວດ, ສາມາດສະຫຼຸບຜົນຂອງການສອບເສັງ ວິຊາການເມືອງຂັ້ນເກັ່ງໄດ້ 118 ສະຫາຍ ເທົ່າກັບ 71,51%, ກາງ 47 ສະຫາຍ, ເທົ່າກັບ 28,48%, ວິຊາສິລະປະຍຸດ ຂັ້ນເກັ່ງ 105 ສະຫາຍ ເທົ່າກັບ 63,63% ແລະ ກາງ 60 ສະຫາຍ ເທົ່າກັບ 36,36%; ວິຊາຍຸດທະວິທີ ຂັ້ນເກັ່ງ 90 ສະຫາຍ ເທົ່າກັບ 54,54% ແລະ ກາງ 75 ສະຫາຍ ເທົ່າກັບ 45,45%; ວິຊາລະບຽບກິລາ ເກັ່ງ 125 ສະຫາຍ ແລະ ກາງ 40 ສະຫາຍ. ໃນໂອກາດດັ່ງກ່າວຍັງ ໄດ້ປະກາດເລື່ອນຊັ້ນ ສິບໂທຂຶ້ນສິບເອກຈໍານວນ 43 ສະຫາຍ, ສິບຕີຂຶ້ນສິບເອກ 50 ສະຫາຍ, ພ້ອມທັງມອບໃບປະກາສະນີຍະບັດ ແລະ ໃບຍ້ອງຍໍຂັ້ນກອງບັນຊາການ, ຂັ້ນໂຮງຮຽນໃຫ້ ນັກຮຽນນາຍສິບ ຊຸດທີ VI ຢ່າງ ສົມກຽດ. ໂດຍ: ສາຍຄໍາ ພອນມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ