ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງບັນຊາການທະຫານແຂວງຄຳມ່ວນ ມອບເງິນນະໂຍບາຍ ໃຫ້ພະນັກງານ ທີ່ພັກການຮັບບຳນານ
ເວລາອອກຂ່າວ: 2021-05-07 10:42:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 797 | ຄວາມນິຍົມ:



ເພື່ອປະຕິບັດຕາມຂໍ້ຕົກຂອງກະຊວງປ້ອງກັນປະເທດ ວ່າດ້ວຍການປະຕິບັດນະໂຍບາຍ ຕໍ່ນາຍ ແລະ ພົນທະຫານ ໃນກອງທັບປະຊາຊົນລາວ, ອີງຕາມການຕົກລົງເຫັນດີຂອງຄະນະພັກ - ຄະນະກອງບັນຊາການທະຫານແຂວງຄໍາມ່ວນ ວ່າດ້ວຍການກໍານົດຈ່າຍເງິນນະໂຍບາຍ ໃຫ້ພະນັກງານ-ນັກຮົບ ທີ່ພັກການເຂົ້າຮັບບໍານານ. ໃນວັນທີ່ 7 ພຶດສະພາ 2021 ນີ້, ກອງບັນຊາການທະຫານແຂວງຄໍາມ່ວນ ໄດ້ມອບເງິນນະໂຍບາຍ ໃຫ້ພະນັກງານພັກການເຂົ້າຮັບບໍານານ ໃນງວດທີ III ປະຈໍາປີ 2021, ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພັນເອກ ຄຳສາຍ ເພັດນວນສີ ກໍາມະການຄະນະປະຈຳພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງຄຳາມ່ວນ. ໃນນັ້ນ, ພະນັກງານທີ່ພັກການເຂົ້າຮັບບໍານານຄັ້ງນີ້ ມີ 7 ສະຫາຍ, ລວມເປັນເງິນທັງໝົດ 140 ລ້ານກີບ, ສະຫາຍ ພັນເອກ ຄຳາສາຍ ເພັດນວນສີ ໄດ້ໃຫ້ກຽດມອບເງິນຈໍານວນດັ່ງກ່າວ ພ້ອມທັງໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ຄຸນງາມຄວາມດີ ທີ່ໄດ້ປະກອບສ່ວນເຫື່ອແຮງສະຕິປັນຍາ ເຂົ້າຮ່ວມໃນການປະຕິບັດສອງໜ້າທີ່ຍຸດທະສາດ ຄື ປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນໄລຍະຜ່ານມາ. ພ້ອມທັງ ໄດ້ຮຽກຮ້ອງໃຫ້ພະນັກງານທີ່ພັກການເຂົ້າຮັບບໍານານໃນຄັ້ງນີ້ ຈົ່ງພ້ອມກັນເຂົ້າຮ່ວມກັບອໍານາດການປົກຄອງທ້ອງຖິ່ນ, ປຸກລະດົມຊຸກຍູ້ຊ່ວຍເຫຼືອພໍ່ແມ່ປະຊາຊົນ, ສຶກສາອົບຮົມລູກຫຼານຂອງຕົນໃຫ້ມີຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ປະກອບສ່ວນປົກປັກຮັກສາບ້ານເມືອງຂອງຕົນໃຫ້ມີຄວາມສະຫງົບ ພ້ອມນີ້ ກໍໃຫ້ນໍາເອົາເງິນຈໍານວນດັ່ງກ່າວໄປໝູນໃຊ້ເຂົ້າໃນການແກ້ໄຂຊີວິດການເປັນຢູ່ ແລະ ພັດທະນາຄອບຄົວ ໃຫ້ເກີດຜົນປະໂຫຍດສູງສຸດ. ໂດຍ: ລາກີ ພົມມີສິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ