6 ພາກສ່ວນ ມອບເຄື່ອງ ແລະ ເງິນຊ່ວຍເຫຼືອຕ້ານໂຄວິດ-19
ເວລາອອກຂ່າວ: 2021-05-09 11:36:58 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 420 | ຄວາມນິຍົມ:
ຕອນແລງວັນທີ 7 ພຶດສະພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ, ມີ 6 ພາກສ່ວນ ໄດ້ນຳເອົາເຄື່ອງ ແລະ ເງິນ ມາມອບຊ່ວຍເຫຼືອ ໃຫ້ແກ່ລັດຖະບານ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ລວມມູນຄ່າເກືອບ 3 ຕື້ກວ່າກີບ, 1 ແສນບາດ ແລະ ວັກຊີນ 30.000 ໂດສ ເພື່ອນຳໃຊ້ເຂົ້າໃນການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ.
ຕາງໜ້າໃຫ້ແກ່ລັດຖຶະບານ ແຫ່ງ ສປປ ລາວ ກ່າວຮັບໂດຍທ່ານ ກິແກ້ວ ໄຂຄໍາພິທູນ, ຮອງນາຍົກລັດຖະມົນ ຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດໂຄວິດ-19; ມີຄະນະສະເພາະກິດ, ຜູ້ຕາງໜ້າກະຊວງ ແລະ ວິຊາການກ່ຽວຂ້ອງເຂົ້າຮ່ວມ. ການມອບການຊ່ວຍເຫຼືອຄັ້ງນີ້ ປະກອບມີ 5 ພາກສ່ວນ ຄື: ບໍລິສັດ ແພນອອສ໌ ແລະ ພູເບ້ຍມາຍນິງ ຈຳກັດ ສະໜັບສະໜູນວັກຊີນກັນພະຍາດໂຄວິດ-19 ຈຳນວນ 30 ພັນໂດສ; ທະນາຄານຮ່ວມພັດທະນາ (JDB) ມອບການຊ່ວຍເຫຼືອ ລວມມູນຄ່າ 2,5 ຕື້ກີບ, ໃນນີ້ ເປັນອຸປະກອນການແພດ ໃຫ້ກະຊວງສາທາລະນະສຸກ ມູນຄ່າ 400 ລ້ານກີບ ແລະ ເງິນ ຈໍານວນ 2,1 ຕື້ກີບ, ໃນນີ້ມອບໃຫ້ ຄະນະສະເພາະກິດຂັ້ນສູນກາງ 1 ຕື້ກີບ, ກະຊວງປ້ອງກັນປະເທດ 300 ລ້ານກີບ ແລະ ສ່ວນທີ່ເຫຼືອມອບໃຫ້ນະຄອນຫຼວງວຽງຈັນ ແລະ ແຂວງຈຳນວນໜຶ່ງ; ສະພາການຄ້າຫູໜານ ປະຈໍາ ສປປ ລາວ ມອບເງິນ ຈໍານວນ 231,95 ລ້ານກີບ ແລະ ອຸປະກອນການແພດ ມູນຄ່າ 174 ລ້ານກີບ, ລວມມູນຄ່າທັງໝົດ 405,95 ລ້ານກີບ; ບໍລິສັດ ຄູໂບຕ້າລາວ ຈຳກັດຜູ້ດຽວ ມອບເງິນ ຈຳນວນ 1 ແສນບາດ; ສູນລວມຄຣິສຕະຈັກຂ່າວປະເສີດ ສປປ ລາວ ມອບຜ້າອັດປາກ-ດັງ, ເຈວລ້າງມື, ເຫຼົ້າຂ້າເຊື້ອ ແລະ ນໍ້າດື່ມ ລວມມູນຄ່າ 14 ລ້ານກີບ. ນອກຈາກນີ້, ບໍລິສັດ ຫົວເຫວີຍ ເຕັກໂນໂລຢີ (ລາວ) ຈຳກັດຜູ້ດຽວ ໄດ້ມອບເຄື່ອງອຸປະກອນໄອທີ (IT) ໃຫ້ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ມູນຄ່າ 350 ລ້ານກີບ ເພື່ອນຳໃຊ້ເຂົ້າໃນວຽກງານ ການເປັນເສນາທິການ, ປະສານງານ ແລະ ບໍລິການຮັບໃຊ້ລັດຖະບານ ເວົ້າລວມ, ເວົ້າສະເພາະ ກໍ່ແມ່ນນຳໃຊ້ເຂົ້າໃນວຽກງານແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ຊຶ່ງກ່າວຮັບການຊ່ວຍເຫຼືອ ແລະ ສະແດງຄວາມຂອບໃຈ ຕໍ່ບໍລິສັດ ຫົວເຫວີຍເຕັກໂນໂລຢີ (ລາວ) ຈຳກັດຜູ້ດຽວ ແມ່ນທ່ານ ຄຳເຈນ ວົງໂພສີ, ລັດຖະມົນຕີ, ຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໂດຍການເປັນສັກຂິພິຍານ ຂອງທ່ານ ກິແກ້ວ ໄຂຄຳພິທູນ, ຮອງນາຍົກລັດຖະມົນຕີ ແລະ ຄະນະສະເພາະກິດ.
ໂອກາດດັ່ງກ່າວ, ທ່ານ ຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ບັນດາພາກສ່ວນ ທີ່ໄດ້ປະກອບສ່ວນມອບການຊ່ວຍເຫຼືອ ໃນຄັ້ງນີ້. ພ້ອມທັງ ຕີລາຄາການປະກອບສ່ວນດັ່ງກ່າວ ບໍ່ວ່າຈະເປັນຈຳນວນເທົ່າໃດ ແມ່ນມີຄຸນຄ່າ, ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຕົວຈິງ ຂອງສະພາບການໃນປະຈຸບັນ, ສະແດງເຖິງສະຕິຕື່ນຕົວທາງການເມືອງ, ຄວາມເສຍສະຫຼະ, ຄວາມເອື້ອເຟື້ອເພື່ອແຜ່, ຄວາມເປັນຫ່ວງເປັນໃຍ, ຄວາມສາມັກຄີເປັນເອກະພາບ, ຄວາມເປັນແບບຢ່າງທີ່ດີ ແລະ ກາຍເປັນກຳລັງແຮງ-ກຳລັງໃຈອັນໃຫຍ່ຫຼວງ ໃຫ້ແກ່ປະເທດຊາດ ໂດຍສະເພາະ ຜູ້ທີ່ພວມປະຕິບັດໜ້າທີ່ ຕ້ານການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ໃນທົ່ວປະເທດ, ພ້ອມທັງ ໃຫ້ຄຳໝັ້ນສັນຍາວ່າ ຈະນໍາໃຊ້ເຄື່ອງ ແລະ ເງິນຊ່ວຍເຫຼືອດັ່ງກ່າວ ໃຫ້ຖືກກັບຈຸດປະສົງເປົ້າໝາຍ ແລະ ເກີດປະໂຫຍດສູງສຸດ ໂດຍສະເໜີ ໃຫ້ບັນດາພາກສ່ວນ ທີ່ໄດ້ມອບການຊ່ວຍເຫຼືອໃນຄັ້ງນີ້ ຈົ່ງພ້ອມກັນຕິດຕາມ ແລະ ຊຸກຍູ້-ສົ່ງຂ່າວ ການນຳໃຊ້ເຄື່ອງ ແລະ ເງິນຊ່ວຍເຫຼືອດັ່ງກ່າວ ໃຫ້ມີຄວາມໂປ່ງໃສ, ໄປຮອດໄປເຖິງເປົ້າໝາຍ, ສອດຄ່ອງກັບເນື້ອໃນຈິດໃຈ ຂອງການຊ່ວຍເຫຼືອ ຢ່າງແທ້ຈິງ. ໃນໂອກາດດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການແຜ່ລະບາດ ຂອງພະຍາດໂຄວິດ-19 ຢູ່ໃນໂລກ ກໍ່ຄືພາຍໃນ ສປປ ລາວ, ລວມທັງ ຄວາມຄືບໜ້າໃນການແກ້ໄຂ, ຂໍ້ຄົງຄ້າງ-ສິ່ງທ້າທາຍ ທີ່ພວກເຮົາກຳລັງປະເຊີນ. ເຖິງຢ່າງໃດກໍ່ດີ, ລັດຖະບານ ກໍ່ຍັງເຊື່ອໝັ້ນວ່າ ດ້ວຍຄວາມຕັດສິນໃຈສູງ, ບວກກັບທ່າແຮງທາງດ້ານບົດຮຽນ, ປະສົບການ ໃນການແກ້ໄຂການແຜ່ລະບາດຂອງພະຍາດດັ່ງກ່າວ ໃນໄລຍະຜ່ານມາ, ມູນເຊື້ອອັນດີງາມ, ຄວາມສາມັກຄີເປັນປຶກແຜ່ນ, ຮ່ວມແຮງຮ່ວມໃຈ ຂອງປວງຊົນລາວທັງຊາດ, ການຊ່ວຍເຫຼືອຂອງທຸກພາກສ່ວນໃນສັງຄົມ ແລະ ບັນດາປະເທດເພື່ອນມິດ ຈະເຮັດໃຫ້ພວກເຮົາ ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ເອົາຊະນະ ເຊື້ອພະຍາດທີ່ຮ້າຍກາດດັ່ງກ່າວນີ້ ໄດ້.
ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ