
ສະຖາບັນອະນາໄມກັນພະຍາດພົ່ນຢາຂ້າເຊື້ອພະຍາດໂຄວິດ 19 ຢູ່ ວປກ
ເວລາອອກຂ່າວ: 2021-05-09 11:52:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 587 | ຄວາມນິຍົມ:
ວັນທີ 8 ພຶດສະພາ 2021 ນີ້, ສະຫາຍ ພັນໂທ ດຣ ໂພສະເດັດ ເສນາມຸນຕີ, ເລຂາຄະນະພັກຮາກຖານ, ຫົວໜ້າການເມືອງສະຖາບັນອະນາໄມກັນພະຍາດ ແລະ ສົ່ງເສີມສຸຂະພາບກອງທັບ ໄດ້ນໍາພາບັນດາຈຸທີມງານວິຊາການປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດອັກເສບປອດສາຍພັນໃໝ່ ໂຄວິດ 19 ລົງເຄຶ່ອນໄຫວ ເກັບຕົວຢ່າງ ແລະ ພົ່ນຢາຂ້າເຊື້ອພະຍາດໂຄວິດ 19 ຢູ່ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ.
ການເຄື່ອນໄຫວໃນຄັ້ງນີ້ ແຕ່ລະຈຸທີມງານວິຊາການໄດ້ຈັດຕັ້ງແບ່ງຈຸດກັນເຄຶ່ອນໄຫວພົ່ນຢາຂ້າຊື້ອຕາມບໍລິເວນສໍານັກງານຫ້ອງການ, ໂຮງໝໍ, ສະຖານທີ່ພັກຜ່ອນ, ເຮຶອນພັກ, , ເຮຶອນນອນ, ເຮຶອນຄົວ, ຫ້ອງນໍ້າ, ຫ້ອງຮຽນ, ຫໍພັກຄູ-ອາຈານ, ຫໍພັກນັກສຶກສາພາຍໃນວິທະຍາຄານປ້ອງກັນຊາດໄກສອນພົມວິຫານ ເຊິ່ງເປັນສະຖານທີ່ທີ່ມີຜູ້ຕິດເຊື້ອອາໄສຢູ່, ມີເປົ້າໝາຍໃກ້ຊິດທີ່ມີຄວາມສ່ຽງສູງ, ມີເນື້ອທີ່ຂອບເຂດຄວາມສ່ຽງທັງໝົດ 7.665 ຕາແມັດ, ໝົດນໍ້າຢາຄຣໍລີນ 120 ລິດ ແລະ ເຫຼົ້າ 90 ອົງສາຈໍານວນ 25 ລິດ, ຈັດຕັ້ງຈຸດເກັບຕົວຢ່າງຜູ້ທີ່ມີຄວາມສ່ຽງເພຶ່ອນໍາໄປກວດວິເຄາະຫາເຊື້ອພະຍາດໂຄວິດ 19, ນອກຈາກນັ້ນທາງທີມງານວິຊາການຍັງໄດ້ແນະນໍາໃຫ້ຄວາມຮູ້ພື້ນຖານໃນການປ້ອງກັນຕົວເອງບໍ່ໃຫ້ຕິດເຊື້ອອີກດ້ວຍ.
ນອກນີ້, ໂດຍປະຕິບັດຕາມຄໍາສັ່ງແຈ້ງການຂອງຄະນະສະເພາະກິດປ້ອງກັນຄວບຄຸມ ແລະ ແກ້ໄຂພະຍາດ ໂຄວິດ 19 ຂອງກະຊວງປ້ອງກັນປະເທດມອບໝາຍໃຫ້ ເຊິ່ງແມ່ນພາລະກິດອັນສໍາຄັນຮີບດ່ວນໂດຍກົງຂອງນັກວິຊາການສະຖາບັນອະນາໄມກັນພະຍາດກອງທັບໃນໜ້າທີ່ຮັບຜິດຊອບເປັນກໍາລັງຫຼັກຕໍ່ວຽກງານປ້ອງກັນ, ປະຈັນບານ, ຄວບຄຸມພະຍາດລະບາດດັ່ງກ່າວບໍ່ໃຫ້ແຜ່ລະບາດໄປສູ່ວົງກວ້າງ, ທັງນີ້ ກໍເພຶ່ອເປັນການປ້ອງກັນເຮັດໃຫ້ບັນດພະນັກງານ - ນັກຮົບ, ອາຈານ ແລະ ນັກສຶກສາເຫຼົ່າຮົບຕ່າງໆພາຍໃນວິທະຍາຄານປ້ອງກັນຊາດໄກສອນພົມວິຫານໄດ້ມີສຸຂະພາບແຂງແຮງເຮັດສໍາເລັດພາລະກິດການສຶກສາຮໍ່າຮຽນຂອງຕົນ, ນໍາເອົາຄວາມຮູ້ໄປສືບຕໍ່ປະກອບສ່ວນປະຕິບັດໜ້າທີ່ປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢູ່ບັນດາກົມກອງຕາມແນວທາງນະໂຍບາຍຂອງພັກ - ລັດ. ໂດຍ ອ້ອຍພັນ ແພງບຸນມີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ