ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ຄະນະສະເພາະກິດ ກົມຊ່າງແສງ ເຄື່ອນໄຫວຊຸກຍູ້ການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-10 15:21:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 437 | ຄວາມນິຍົມ:



ໃນວັນທີ 7 ພຶດສະພາ ນີ້, ຄະນະສະເພາະກິດ ກົມຊ່າງແສງ ກົມໃຫຍ່ເສນາທິການກອງທັບໄດ້ລົງເຄື່ອນໄຫວຊຸກຍູ້ການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ບັນດາກົມກອງຊ່າງແສງເຂດໃຈກາງ. ນໍາໂດຍສະຫາຍ ພັນເອກ ບຸນສົດ ອິນສີນາ ຮອງຫົວໜ້າກົມຊ່າງແສງ ພ້ອມດ້ວຍຄະນະ ເຊີ່ງຢູ່ແຕ່ລະບ່ອນໄດ້ຮັບຟັງການລາຍງານຈາກຄະນະພັກ-ຄະນະບັນຊາກົມກອງຄື: ກອງພັນ587, ກອງພັນ 588, ກອງພັນ 579, ກອງພັນ 511, ກອງກວດ-ກູ້ລະເບີດ 58, ກອງຮ້ອຍເອກະລາດ 51 ແລະ ໂຮງຮຽນຊ່າງແສງ ກ່ຽວກັບການເພີ່ມທະວີການຈັດຕັ້ງປະຕິບັດມາດຕະການໃນການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ຕັ້ງແຕ່ວັນທີ 21 ເມສາ ເປັນຕົ້ນມາ ແລະ ສຶບຕໍ່ປະຕິບັດຕາມຄຳສັ່ງເລກ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ, ສະກັດກັ້ນ ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕອບຕ້ານກັບພະຍາດໂຄວິດ-19 ກໍຄື ແຈ້ງການຂອງກະຊວງປ້ອງກັນປະເທດສະບັບເລກທີ 2237/ກປທ ລົງວັນທີ 6 ພຶດສະພາ 2021 ວ່າດ້ວຍການສຶບຕໍ່ເພີ່ມທະວີມາດຕະການສະກັດກັ້ນຄວບຄຸມກຽມພ້ອມທຸກດ້ານ ເພື່ອຕ້ານການແຜ່ລະບາດພະຍາດໂຄວິດ 19 ໃນໄລຍະ ວັນທີ 6-20 ພຶດສະພາ 2021 ເຊີ່ງແຕ່ລະກົມກອງໄດ້ເປັນເຈົ້າຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆຢ່າງເຂັ້ມງວດ ໂດຍສະເພາະການເຂົ້າ-ອອກ ກົມກອງໂດຍຜ່ານປະຕູດຽວ, ໄດ້ມອບໝາຍໜ້າທີ່ໃຫ້ໜ່ວຍງານແພດໝໍປະຈໍາກົມກອງຈັດຕັ້ງແບ່ງເປັນຈຸຜັດປ່ຽນການກວດກາອູນຫະພູມ, ໃຊ້ເຈວລ້າງມືເພື່ອຂ້າເຊື້ອໃຫ້ພະນັກງານ-ນັກຮົບ, ໃສ່ຜ້າອັດປາກ-ດັງ, ຮັກສາໄລຍະຫ່າງ ແລະ ທໍາຄວາມສະອາດເປັນປະຈໍາ. ໂອກາດນີ້, ສະຫາຍຮອງຫົວໜ້າກົມຊ່າງແສງກໍໄດ້ຊີ້ນໍາໃຫ້ແຕ່ລະກອງສືບຕໍ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ເພື່ອຮັບປະກັນໃຫ້ພະນັກງານ-ນັກຮົບມີສຸຂະພາບແຂງແຮງ ຫ່າງໄກຈາກພະຍາດໂຄວິດ-19. ໂດຍ: ເກນ ວິໄລສານ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ