
ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມ 25 ຄົນ.
ເວລາອອກຂ່າວ: 2021-05-10 15:27:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 576 | ຄວາມນິຍົມ:
ອີງຕາມການລາຍງານຂອງທ່ານດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນວັນທີ 10 ພຶດສະພາ ນີ້ວ່າ: ມາຮອດປັດຈຸບັນ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ທັງໝົດ 1.327 ຄົນ (ໃໝ່ 25), ເສຍຊີວີດ 1 ຄົນ. ໃນຈຳນວນຜູ້ຕິດເຊື້ອທັງໝົດ ແມ່ນໄດ້ຮັບການປິ່ນປົວຫາຍດີ ທັງໝົດ 238 ຄົນ ( ນະຄອນຫຼວງ 5 ຄົນ ແລະ ແຂວງບໍ່ແກ້ວ 1 ຄົນ ) ແລະ ຈະໄປສືບຕໍ່ຈຳກັດບໍລິເວນຢູ່ເຮືອນຈົນຄົບກຳນົດຕາມຄຳແນະນຳຂອງແພດ; ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ຄະນະສະເພາະກິດກຳນົດໄວ້ໃນຕ່ລະແຂວງ ຈຳນວນ 1.088 ຄົນ ລາຍລະອຽດຂອງຜູ້ຕິດເຊື້ອໃໝ່ 25 ຄົນ (ກໍລະນີຢັ້ງຢືນທີ 1.303-1.327)ມີຄື: ສຳລັບຄົນເຈັບຕິດເຊື້ອໃໝ່ມີ ນະຄອນຫຼວງ 6 ຄົນ, ແຂວງຈໍາປາສັກ 1 ຄົນ, ບໍ່ແກ້ວ 15 ຄົນ ແລະ ແຂວງສະຫວັນນະເຂດ 3 ຄົນ. ໃນຜູ້ຕິດເຊື້ອໃໝ່ 25 ຄົນນີ້ ມີກໍລະນີນຳເຂົ້າ 5 ກໍລະນີ, ໃນນັ້ນ ຈາກແຂວງສະຫວັນນະເຂດ 3 ຄົນ, ຈຳປາສັກ 1 ຄົນ ເຊິ່ງເປັນແຮງງານລາວທີ່ກັບມາ ແລະ 1 ຄົນຈາກນະຄອນຫຼວງວຽງຈັນ ເປັນຄົນຕ່າງປະເທດທີ່ມານຳຖ້ຽວບີນພິເສດ, ເຫຼືອນັ້ນແມ່ນຕິດເຊື້ອພາຍໃນຊຸມຊົນທີ່ພົວພັນກັບຜູ້ຕິດເຊື້ອເກົ່າ.
ພາຍຫຼັງ ພວກເຮົາກວດພົບຜູ້ຕິດເຊື້ອໃໝ່, ພວກເຮົາໄດ້ລົງສອບສວນ, ສອບຖາມປະຫວັດ, ຕິດຕາມຜູ້ສຳຜັດໃກ້ຊິດ ແລະ ປະຫວັດການເຄື່ອນໄຫວຂອງພວກກ່ຽວ, ພາຍຫຼັງໄດ້ຂໍ້ມູນລະອຽດ ຈະແຈ້ງທາມລາຍໃຫ້ບັນດາທ່ານຮັບຊາບຕື່ມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ