ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 20 ມີນາ 2025

  

ທະນາຄານຮ່ວມພັດດທະນາ (JDB)ມອບເງີນຊ່ວຍເຫລືອເຂົ້າໃນການຕ້ານພະຍາດໂຄວິດ-19 ໃຫ້ກະຊວງປ້ອງກັນປະເທດ.
ເວລາອອກຂ່າວ: 2021-05-10 16:55:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 550 | ຄວາມນິຍົມ:



ໃນວັນທີ 10 ພຶດສະພາ 2021 ນີ້, ຢູ່ທີ່ກະຊວງປ້ອງກັນປະເທດ ທ່ານ ວິໄລ ສີພະພອນ ຜູ້ອຳນວຍການໃຫຍ່ທະນາຄານຮ່ວມພັດທະນາ (JDB) ພ້ອມດ້ວຍຄະນະ ໄດ້ນໍາເອົາເງິນສົດຈໍານວນ 300.000.000 ກີບ ມາມອບໃຫ້ກະຊວງປ້ອງກັນປະເທດ ເພື່ອນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໂດຍສະເພາະແມ່ນຊຸກຍູ້ກໍາລັງປະກອບອາວຸດປ້ອງກັນຊາດທີ່ພວມປະຕິບັດໜ້າທີ່ຕາມພາລະບົດບາດຂອງຕົນ ໃນການປະກອບສ່ວນເຂົ້າໃນການຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຕາງໜ້າກະຊວງປ້ອງກັນປະເທດ ກ່າວຮັບໂດຍ ທ່ານ ພົນຕີ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ. ໂອກາດນີ້, ທ່ານ ພົນຕີ ວົງຄໍາ ພົມມະກອນ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ທ່ານ ວິໄລ ສີພະພອນ ພ້ອມດ້ວຍຄະນະ ທີ່ໄດ້ມອບເງິນຊ່ວຍເຫຼືອກະຊວງປ້ອງກັນປະເທດໃນຄັ້ງນີ້ ເພື່ອນຳໃຊ້ເຂົ້າໃນວຽກງານປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໃນຄັ້ງນີ້. ໃນໂອ ກາດນີ້, ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຍັງໄດ້ຮຽກຮ້ອງມາຍັງຄະນະອຳນວນການຕະຫຼອດຮອດພະນັກງານຂອງທະນາຄານດັ່ງກ່າວ ຈົ່ງພ້ອມກັນກັບທຸກພາກສ່ວນໃນສັງຄົມ ເພີ່ມທະວີຄວາມເປັນຈິດໜຶ່ງໃຈດຽວກັນ ໃນການເປັນເຈົ້າການ ປະຕິບັດບັນດາມາດຕະການປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ໂດຍເລີ່ມຈາກຄວາມເປັນເຈົ້າການຂອງຕົນເອງ, ຄອບຄົວ, ຊຸມຊົນ ແລະ ການຈັດຕັ້ງທຸກຂັ້ນ ເພື່ອປະກອບສ່ວນເຮັດໃຫ້ສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ຄັ້ງນີ້ ໄດ້ໂດຍໄວ. ຂ່າວ-ພາບ: ອາວຸນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ