ກອງທັບປະຊາຊົນລາວ
 
ວັນອາທິດ, ວັນທີ 27 ເມສາ 2025

  

ກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບມອບເຮືອລາດຕະເວນໃຫ້ ທະຫານນະຄອນຫຼວງວຽງຈັນ
ເວລາອອກຂ່າວ: 2021-05-11 10:17:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 749 | ຄວາມນິຍົມ:



ໃນຂອງວັນທີ 6 ພຶດສະພາ 2021 ນີ້, ກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ໄດ້ນໍາເອົາເຮືອລາດຕະເວນຈໍານວນ 5 ລໍາ ທີ່ໄດ້ຮັບການຊ່ວຍເຫຼືອຈາກກອງທັບປົດປ່ອຍປະຊາຊົນຈີນ ມອບໃຫ້ ກອງບັນຊາການທະຫານນະຄອນຫຼວງວຽງຈັນ ຢູ່ທີ່ທ່າເຮືອດ່ານປະເພນີ ບ້ານໜອງດາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ,ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ກວດກາລາດຕະເວນ ລຽບຕາມຊາຍແດນແມ່ນໍ້າຂອງ.ໂດຍການກ່າວມອບຂອງ ສະຫາຍ ພັນເອກ ດວງ ມາລາ ຮອງຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການກອງທັບ ແລະ ກ່າວຮັບຂອງ ສະຫາຍ ພັນເອກ ບຸນວານ ພົມມະວົງ ຫົວໜ້າການທະຫານກອງບັນຊາການທະຫານນະຄອນຫຼວງວຽງຈັນ, ເປັນກຽດເຂົ້າຮ່ວມໂດຍມີ ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກນະຄອນຫຼວງ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ແລະ ສະຫາຍ ພົນຈັດຕະວາ ສີພອນ ຈັນສົມວົງ ຫົວໜ້າການເມືອງ ກອງບັນຊາການທະຫານນະຄອນຫຼວງວຽງຈັນ,ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ. ສະຫາຍ ພັນເອກ ບຸນວານ ພົມມະວົງ ໄດ້ກ່າວສະແດງຄວາມຂອບໃຈມາຍັງຂັ້ນເທິງທີ່ເຫັນໄດ້ຄວາມໝາຍຄວາມສໍາຄັນເປັນຢ່າງຍິ່ງ ແລະ ໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຮືອຈໍານວນດັ່ງກ່າວໄປມອບຕໍ່ໃຫ້ແກ່ກອງຮ້ອຍທະຫານຊາຍແດນ 241, 242,243,244 ແລະ 245 ເພື່ອນໍາໃຊ້ເຂົ້າໃນໜ້າທີ່ວຽກງານໃຫ້ເກີດຜົນປະໂຫຍດສູງສຸດ ແລະ ນໍາໃຊ້ໃຫ້ຖືກຕ້ອງຕາມເປົ້າໝາຍ ໂດຍສະເພາະແມ່ນນໍາໃຊ້ເຂົ້າໃນການກວດກາລາດຕະເວນ ເພື່ອສະກັດກັ້ນ ບໍ່ໃຫ້ກຸ່ມຄົນບໍ່ຫວັງດີ ສວາຍໂອກາດລັກລອບເຂົ້າເມືອງ ຢູ່ຕາມຂອບເຂດບໍລິເວນຊາຍແດນ ແບບບໍ່ຖືກຕ້ອງຢ່າງເດັດຂາດ ເພື່ອເຮັດໃຫ້ນະຄອນຫຼວງວຽງຈັນມີຄວາມສະ ຫງົບປອດໄພ ແລະ ເປັນລະບຽບຮຽບຮ້ອຍເປັນຢ່າງດີ, ບົນພື້ນຖານແມ່ນແນໃສ່ໃນການເຮັດໜ້າທີ່ປ້ອງກັນ,ຄວບຄຸມ,ຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ມີຄວາມເຂັ້ມງວດຍິ່ງຂຶ້ນ ເພື່ອຮັບປະກັນການແຜ່ລະບາດຂອງເຊື້້ອພະຍາດດັ່ງກ່າວໃຫ້ຫຼຸດໜ້ອຍຖອຍລົງເປັນກ້າວໆ. ຂ່າວແຈ້ງໃຫ້ຮູ້ຕື່ມອີກວ່າ: ໂອກາດດຽວກັນນີ້ ທ່ານ ສີທົນ ຊ້ອຍດາລາ ປະທານບໍລິສັດລາວພັດທະນາ ຂຸດຄົ້ນຫີນ-ຊາຍ ຈໍາກັດ ຍັງໄດ້ມອບເງິນຈໍານວນ 10 ລ້ານກີບ ໃຫ້ກອງບັນຊາການທະຫານນະຄອນຫຼວງວຽງຈັນ ເພື່ອນໍາໃຊ້ເຂົ້າໃນການເຄື່ອນໄຫວເຮັດໜ້າທີ່ຄວບຄຸມ ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ຕາມບໍລິເວນຊາຍແດນໃຫ້ໄດ້ຮັບໝາກຜົນສູງຕື່ມອີກ. ໂດຍ:ຮ້ອຍໂທ ແສງດາລາ ໄຊຍະລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ