ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫຼາຍພາກສ່ວນພາຍໃນແຂວງຄໍາມ່ວນຍັງສືບຕໍ່ມອບເງິນ ແລະ ເຄື່ອງອຸປະໂພກ-ບໍລິໂພກເພື່ອປະກອບສ່ວນວຽກງານສະເພາະກິດຂັ້ນແຂວງ
ເວລາອອກຂ່າວ: 2021-05-11 11:32:04 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 806 | ຄວາມນິຍົມ:



ໃນວັນທີ 7 ພຶດສະພາ 2021 ຢູ່ທີ່ຫ້ອງວ່າການແຂວງຄໍາມ່ວນ ທ່ານ ສຸວັນນາ ລັດຖະຈັກ ປະທານ ບໍລິສັດ ເພັດດາວັນ ຈໍາກັດຜູ້ດຽວໄດ້ເອົາເງິນສົດຈໍານວນ 15 ລ້ານກີບມາປະກອບສ່ວນເຂົ້າໃນວຽກງານປ້ອງກັນ , ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ - 19 ໂດຍການຮັບຂອງ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ ຮອງເຈົ້າແຂວງໆ ຄໍາມ່ວນ. ໃນວັນດຽວກັນ ພະແນກອຸດສາຫະກໍາ ແລະ ການຄ້າແຂວງຄໍາມ່ວນນໍາໂດຍທ່ານ ບຸນໂຮມ ມຸກດາສັກ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຮ່ວມກັບ ພາກທຸລະກິດພາຍໃນແຂວງ ໄດ້ມອບເງິນສົດປະກອບສ່ວນເຂົ້າໃນວຽກງານຕ້ານພະຍາດໂຄວິດ-19 ຈໍານວນ 2 ລ້ານກວ່າກີບ , ນໍ້າດື່ມຈໍານວນ 193 ແພັກລວມມູນຄ່າ1 ລ້ານກວ່າກີບ , ອາຫານສໍາເລັດຮູບ , ສະປອນເຊີ , ນໍ້າວູດດີ້ລວມມູນຄ່າ 4 ລ້ານກີບລວມມູນຄ່າທັງໝົດ7 ລ້ານກວ່າກີບ ໂດຍການກ່າວຮັບ ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ. ຂ່າວ-ພາບ: ແດງສະຫວັດ ແສນພານິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ