ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 01 ຂອງແຂວງຄໍາມ່ວນ ແລະ ເປັນກໍລະນີທີ 55 ຂອງ ສປປ ລາວ ໄດ້ຮັບການປິ່ນປົວດີແລ້ວ
ເວລາອອກຂ່າວ: 2021-05-11 14:17:43 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1486 | ຄວາມນິຍົມ:



ໃນວັນທີ 7 ພຶດສະພາ 2021 ຢູ່ທີ່ສູນປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ( ອາຄານພະແນກຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວແຂວງຫຼັງເກົ່າ ) ໄດ້ຈັດສົ່ງບຸກຄົນທີ່ໄດ້ຮັບການປິ່ນປົວດີແລ້ວໃຫ້ກັບຄືນສູ່ພູມລໍາເນົາເດີມ, ເຂົ້າຮ່ວມມີ ທ່ານ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ , ທ່ານ ແກ້ວອຸດອນ ບຸດສິງຂອນ ຮອງເຈົ້າແຂວງໆຄໍາມ່ວນ, ມີບັນດາທ່ານໃນຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ ,ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19ພ້ອມດ້ວຍພະນັກງານແພດໝໍເຂົ້າຮ່ວມ. ຕາມຂໍ້ມູນຂອງກອງເລຂາຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ ,ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ໃຫ້ຮູ້ວ່າ : ໄດ້ເກັບຕົວຢ່າງນັບແຕ່ວັນທີ 01 ມັງກອນ ຫາ 31 ມີນາ 2021ຈາກໂຮງໝໍເມືອງ , ຈາກໂຮງໝໍແຂວງ ແລະ ໄດ້ກວດທັງໝົດ 1.251 ຕົວຢ່າງ , ຍິງ 569 ຄົນພົບເຊື້ອທັງໝົດ 01 ຄົນ ເຊິ່ງເປັນກໍລະນີທີ 01 ຂອງແຂວງຄໍາມ່ວນ ແລະ ເປັນກໍລະນີທີ 55 ຂອງ ສປປ ລາວ ເຊິ່ງເປັນເພດຍິງນັ້ນກໍຄືນາງ ວາລີ ມີລາສັກ ອາຍຸ 25 ປີ ສັນຊາດລາວ , ອາຊີບແມ່ບ້ານຢູ່ກຸງເທບ ( ປະເທດໄທ )ຜົວຊື່ທ້າວ ສົມພອນ ອາຍຸ 42 ປີ ສັນຊາດໄທ , ອາຊີບເຮັດວຽກຢູ່ຮ້ານອາຫານຢູ່ກຸງເທບ ( ປະເທດໄທ ) . ນາງ ວາລີ ມີລາສັກ ເປັນປະຊາຊົນບ້ານໜອງຫອຍ ເມືອງຫີນບູນ ແຂວງຄໍາມ່ວນ, ເຊິ່ງໃນປະຫວັດການເດີນທາງໃນວັນທີ 14 ເມສາ 2021 ຜູ້ກ່ຽວເດີນທາງມາດ້ວຍລົດທ່ອງທ່ຽວມາລົງຢູ່ ບຄສ ແຂວງນະຄອນພະນົມ , ວັນທີ 15 ເມສາ 2021, ຜູ້ກ່ຽວເດີນທາງເຂົ້າມາລາວທາງດ່ານຂົວມິດຕະພາບ 3 ແລະ ໄດ້ສົ່ງເຂົ້າສູນກັກກັນ ອາຄານ ຖວທ ຫຼັງເກົ່າ ແລະ ເກັບຕົວຢ່າງແຕ່ບໍ່ໄດ້ກວດ, ວັນທີ 15 ເມສາ 2021 ຜູ້ກ່ຽວມີອາການໄຂ້ເຊິ່ງວັດອຸນຫະພູມໃນຮ່າງກາຍໄດ້ 37,9 ອົງສາ ແພດໄດ້ໃຫ້ຢາແກ້ປວດ, ວັນທີ 16 ເມສາ 2021 ໄດ້ເອົາຕົວຢ່າງເຂົ້າກວດທີ່ໂຮງໝໍແຂວງ, ຜົນກວດພົບເຊື້ອໂຄວິດ -19 ແລະ ໄດ້ເກັບຕົວຢ່າງສົ່ງກວດສູນວິເຄາະ ແລະ ລະບາດວິທະຍາເພື່ອຢັ້ງຢືນຄືນ . ວັນທີ 17 ເມສາ 2021 ໄດ້ຄໍາຕອບຈາກສູນວິເຄາະ ແລະ ລະບາດວິທະຍາຜົນກວດພົບເຊື້ອໂຄວິດ-19. ນັບແຕ່ໄດ້ເຂົ້າມາປິ່ນປົວຢູ່ສູນເປັນຕົ້ນມາອາການຂອງຜູ້ກ່ຽວກໍໄດ້ດີຂຶ້ນເປັນລໍາດັບເນື່ອງຈາກຄວາມເອົາໃຈໃສ່ໃນການເບິ່ງແຍງປິ່ນປົວຂອງພະນັກງານແພດໝໍ ແລະ ຄວາມເປັນຫ່ວງເປັນໄຍຂອງຄະນະນໍາແຕ່ລະຂັ້ນນັບແຕ່ຂັ້ນສູນກາງລົງຮອດຂັ້ນຮາກຖານ . ມາຮອດປັດຈຸບັນຜູ້ດຽວແມ່ນຫາຍດີເປັນປົກກະຕິ ແລະ ທາງຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ ,ຄວບຄຸມ ແລະ ສະກັດກັ້ນການລະບາດພະຍາດໂຄວິດ-19 ແມ່ນອະນຸຍາດໃຫ້ຜູ້ກ່ຽວກັບຄືນສູ່ບ້ານເຮືອນຂອງຕົນເອງໄດ້. ທ່ານ ວົງເພັດ ຈິດປັນຍາ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍພະນັກງານແພດໝໍໝົດທຸກຄົນທີ່ໄດ້ທຸມເທແຮງກາຍ,ແຮງໃຈ , ມີນໍ້າໃຈເສຍສະຫຼະ ແລະ ມີຄວາມຮັບຜິດຊອບສູງໃນການປະຕິບັດໜ້າທີ່ວຽກງານທີ່ພັກ-ລັດກໍຄືການຈັດຕັ້ງມອບໝາຍໃຫ້ທັງນີ້, ກໍເພື່ອຜົນໂຫຍດລວມຂອງຊາດ ແລະ ເພື່ອຄວາມສຸກຂອງໝົດທຸກຄົນໃນສັງຄົມໂດຍບໍ່ຮູ້ອິດຮູ້ເມື່ອຍ.ພ້ອມທັງໄດ້ເນັ້ນໜັກຕື່ມວ່າ: ພາຍຫຼັງທີ່ຜູ້ກ່ຽວໄດ້ກັບຄືນສູ່ຢ້າວເຮືອນແລ້ວທາງອໍານາດການປົກຄອງເມືອງຕະຫຼອດເຖິງການຈັດຕັ້ງບ້ານທຸກພາກສ່ວນຕ້ອງໄດ້ເອົາໃຈໃສ່ຕິດຕາມເບິ່ງແຍງຕື່ມອີກ, ເຊິ່ງພາຍຫຼັງປິ່ນປົວຫາຍດີແລ້ວໝໍອະນຸຍາດໃຫ້ກັບບ້ານ ແລະ ກັກບໍລິເວນຕົນເອງອີກ 14 ວັນຈິ່ງອອກສູ່ສັງຄົມ. ຂ່າວ-ພາບ : ແດງສະຫວັດ ແສນພານິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ