ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ບັ້ນຍິງເປົ້າຫມາຍດ້ວຍລູກປືນແທ້ ຂອງ ກອງພັນໃຫຍ່ 641 ບັນລຸຫມາກຜົນລື່ນ ປີ ຜ່ານມາ
ເວລາອອກຂ່າວ: 2021-05-12 12:48:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 239838907 | ຄວາມນິຍົມ:



ການອົບຮົມຫັດແອບ ແມ່ນຫນຶ່ງໃນສາມຫນ້າທີ່ໃຫຍ່ຂອງກໍາລັງປະກອບອາວຸດກອງທັບປະຊາຊົນລາວເຮົາ ເຊິ່ງມີບົດບາດສໍາຄັນຕໍ່ການປັບປຸງກໍ່ສ້າງກໍາລັງ ໃຫ້ມີຄວາມຫນັກແຫນ້ນ, ເຂັ້ມແຂງທາງດ້ານການເມືອງແນວຄິດ, ມີຄວາມຊໍານິຊໍານານ ໃນການໃຊ້ອາວຸດຍຸດໂທປະກອນ ແລະ ສິລະປະຍຸດ-ຍຸດທະວິທີ ສາມາດເຄື່ອນໄຫວ ເຮັດຫນ້າທີ່ ສູ້ຮົບໄດ້ທຸກຮູບແບບ ແລະ ໃນທຸກກໍລະນີ ພ້ອມທັງເຮັດ ໃຫ້ພະນັກງານ-ນັກຮົບ ມີຄວາມທົນທານ, ຫນຽວແຫນ້ນ ເພື່ອເຮັດສໍາເລັດຫນ້າທີ່ການເມືອງຂອງກົມກອງ ປະກອບສ່ວນເຂົ້າໃນການປົກປັກຮັກສາຄວາມເປັນເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງຊາດໄວ້ໃຫ້ຫມັ້ນຄົງ, ພ້ອມນີ້ຍັງເປັນການເຝິກຝົນກໍາລັງແຮງກາຍ ຂອງພະນັກງານ-ນັກຮົບ ໃຫ້ມີຄວາມແຂງແກ່ນ, ມີລະບຽບວິໄນເຂັ້ມງວດ, ໂດຍເຊື່ອມຊຶມກໍາແຫນ້ນ ທິດນໍາຂອງ ຄະນະພັກກະຊວງປ້ອງກັນປະເທດ ແລະ ຄໍາສັ່ງແນະນໍາ ຂອງກົມປ້ອງກັນອາກາດ ກ່ຽວ ກັບການອົບຮົມ-ຫັດແອບປະຈໍາປີ ເວົ້າລວມເວົ້າສະເພາະ ຢູ່ກອງພັນໃຫຍ່ 641 ໄດ້ເປີດບັ້ນ ອົບຮົມຫັດແອບປະຈໍາປີ 2021 ແຕ່ຕົ້ນເດືອນກຸມພາ ເປັນຕົ້ນມາ ໂດຍລົງເລິກການອົບຮົມຫັດແອບ ວິຊາປືນລາບ ກ້າວໄປເຖິງການຍິງເປົ້າຫມາຍດ້ວຍລູກປືນແທ້ ໃນຕົ້ນເດືອນ ເມສາທີ່ຜ່ານມາ, ທັງນີ້ກໍ່ເພື່ອເປັນການວັດແທກຄຸນນະພາບ ຂອງການອົບຮົມ-ຫັດແອບ. ຜ່ານການກວດກາປະເມີນຜົນຕົວຈິງ ເຫັນວ່ານັກຍິງປືນ K-59 ມີຈໍານວນເຂົ້າຮ່ວມ 123 ສະຫາຍ ຍິງໄດ້ຄະແນນປະເພດເກັ່ງ 48 ສະຫາຍ ເທົ່າກັບ 39%, ກາງ 37 ສະຫາຍ ເທົ່າກັບ 30%, ຄາດ ໝາຍ 16 ສະຫາຍ ເທົ່າກັບ 13%, ສະເລ່ຍລວມທົ່ວກົມກອງເທົ່າກັບ 82%, ແບ່ງປະເພດກົມກອງໄດ້ 69%, ສໍາລັບຍິງເປົ້າຫມາຍດ້ວຍ ລູກປືນແທ້ ປືນ AKm ມີຈໍານວນເຂົ້າຮ່ວມ 489 ສະຫາຍ ບັນລຸໄດ້ຄະແນນຂັ້ນເກັ່ງ 272 ສະຫາຍ ກວມເອົາ 56%, ກາງ 95 ສະຫາຍ ເທົ່າກັບ 19%, ຄາດໝາຍ 65 ສະຫາຍ ເທົ່າກັບ 13% ແລະ ແບ່ງປະເພດກົມກອງໄດ້ 75% . ພັນໂທ ຄໍາບວນ ແພງສີທອງ ຫົວຫນ້າຂະແຫນງອົບຮົມ ກອງພັນໃຫຍ່ 641 ໄດ້ຊີ້ແຈ້ງໃຫ້ຮູ້ວ່າ: ຄະນະຮັບຜິດຊອບ ການເຝິກອົບຮົມ-ຫັດແອບ ຍິງລູກປືນແທ້ ແມ່ນໄດ້ເອົາໃຈໃສ່ຢ່າງຕັ້ງຫນ້າ, ໂດຍສະເພາະແມ່ນຄູສອນ ທີ່ສັງກັດຢູ່ແຕ່ລະກົມກອງ, ພະແນກການ ແມ່ນໄດ້ກໍາແຫນ້ນເນື້ອໃນອົບຮົມ ຢ່າງລະອຽດຄົບຖ້ວນ ສາມາດຕອບສະຫນອງໄດ້ຕາມຄວາມຮຽກຮ້ອງຕ້ອງການ, ພ້ອມນີ້ ພະນັກງານ-ນັກຮົບ ແຕ່ລະສະຫາຍ ກໍ່ໄດ້ ເອົາໃຈໃສ່ໃນການ ອົບຮົມ-ຫັດແອບ ທາງດ້ານທິດສະດີ, ຫລັກການ, ພາກປະຕິບັດຕົວຈິງ ເຮັດໃຫ້ບັ້ນຍິງລູກປືນແທ້ໃນຄັ້ງນີ້ ໄດ້ຮັບຫມາກຜົນສູງ ແລະ ມີຄວາມປອດໄພ 100%. ບົດໂດຍ: ກອງເພັດ ຄໍາມາວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ