ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ມອບເຄື່ອງອຸປະກອນຕ້ານໂຄວິດ-19 ໃຫ້ກຳລັງປະກອບອາວຸດ
ເວລາອອກຂ່າວ: 2021-05-12 12:58:22 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 95 | ຄວາມນິຍົມ:



ໃນວັນທີ 11 ພຶດສະພານີ້, ກອງບັນຊາການທະຫານຊາຍແດນ ກະຊວງປ້ອງກັນປະເທດ ສສ ຫວຽດນາມ ມອບເຄື່ອງຊ່ວຍເຫຼືອອຸປະກອນການແພດ ຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາດ ໂຄວິດ-19 ໃຫ້ກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ, ກົມໃຫຍ່ສັນຕິບານ ແລະ ກົມໃຫຍ່ຕຳຫຼວດ ກະຊວງປ້ອງກັນຄວາມສະຫງົບ ສປປ ລາວ. ເຊິ່ງພິທີໄດ້ຈັດຂື້ນຢູ່ທີ່ ດ່ານສາກົນ ເກົ່າແຈ່ວ ແຂວງ ຮ່າຕິງ ສສ ຫວຽດນາມ ໃນນີ້ເຄື່ອງທີ່ໄດ້ນຳມາຊ່ວຍເຫຼືອໃນຄັ້ງນີ້ປະກອບມີ ຜ້າປິດປາກ ຈໍານວນ 150.000 ແຜ່ນ, ຊຸດນຸ່ງຫົ່ມປ້ອງກັນເຊື້ອພະຍາດໂຄວິດ 9.000 ຊຸດ. ກ່າວມອບໂດຍສະຫາຍ ພັນໂທ ຫວໍ ຕ໋ຽນ ງິ້ ກຳມະການພັກແຂວງ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງຮ່າຕິ່ງ ສສ ຫວຽດນາມ ແລະ ກ່າວຮັບຂອງສະຫາຍ ພັນເອກ ດວງ ມາລາ ຮອງຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ. ພ້ອມດຽວກັນນີ້ ສະຫາຍຮອງຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ໄດ້ຕາງໜ້າໃຫ້ຄະນະນຳຂັ້ນກົມ, ກອງ, ພະນັກງານ-ນັກຮົບ ໃນຖັນແຖວປະກອບອາວຸດ ກ່າວສະແດງຄວາມຂອບໃຈ ນຳ ສະຫາຍ ຫົວໜ້າກອງບັນຊາການທະຫານຊາຍແດນ ແຂວງຮ່າຕິງ ສສ ຫວຽດນາມ ຕະຫຼອດຮອດພະນັກງານ-ນັກຮົບ. ທີ່ໄດ້ຊ່ວຍເຫຼືອທາງດ້ານວັດຖຸອຸປະກອນການແພດ ໃຫ້ສອງກຳລັງປະກອບອາວຸດຂອງ ສປປ ລາວ ໃນຄັ້ງນີ້ ເຊິ່ງມັນໄດ້ສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ແລະ ບົນພື້ນຖານເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ, ຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ຫາອັບປຽບບໍ່ໄດ້ໃນໂລກ. ພ້ອມກັນເພີ່ມພູນຄູນສ້າງ ສາຍພົວພັນການຮ່ວມມືອັນດີງາມຂອງສອງປະເທດ ກໍ່ຄືສອງກຳລັງປະກອບອາວຸດ ລາວ-ຫວຽດນາມ ໃຫ້ງອກງາມຍີ່ງໆຂື້ນ, ຕອນທ້າຍ ສະຫາຍຮອງຫົວໜ້າກົມທະຫານຊາຍແດນ ກົມໃຫຍ່ເສນາທິການ ກອງທັບປະຊາຊົນລາວ ຍັງໃຫ້ຄຳໝັ້ນສັນຍາວ່າ ຈະນຳເອົາເຄື່ອງອຸປະກອນການແພດຈຳນວນດັ່ງກ່າວ ໄປແຈກຢາຍໃຫ້ພະນັກງານ-ນັກຮົບ ຢ່າງທົ່ວເຖີງ ແລະ ນໍາໃຊ້ເຂົ້າໃນການປະຕິບັດໜ້າທີ່ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ໄດ້ຮັບໝາກຜົນສູງ. ພາບ: ເຊີເວີZ-ຂ່າວ: ຄຳສິງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ