ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ລັດວິສາຫະກິດໂຮງງານຜະລິດຢາເລກ 3 ມອບຢາ ແລະ ອຸປະກອນປ້ອງກັນພະຍາດໂຄວິດ-19 ໃຫ້ແກ່ທະຫານເມືອງ ຫາດຊາຍຟອງ
ເວລາອອກຂ່າວ: 2021-05-13 13:30:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ສຸຂະພາບຂອງພະນັກງານ-ນັກຮົບພາຍ ໃນກອງບັນຊາການທະຫານເມືອງ ຫາດຊາຍຟອງ. ມາໃນວັນທີ 13 ພຶດສະພາ 2021 ນີ້. ຄະນະອຳນວຍການບໍລິສັດ ລັດວິສາຫະກິດໂຮງງານຜະລິດຢາເລກ 3 ຈິ່ງໄດ້ຈັດພິທີມອບຢາຮັກ ສາສຸຂະພາບ ແລະ ອຸປະກອນການແພດຈຳນວນໜຶ່ງເພື່ອຕ້ານພະຍາດໂຄວິດ -19 ໃຫ້ແກ່ກອງບັນຊາການທະຫານເມືອງ ຫາດ ຊາຍຟອງ ນະຄອນຫຼວງວຽງຈັນ, ເຊິ່ງຕາງໜ້າກ່າວມອບໂດຍ ສະຫາຍ ດຣ ພູຂົງ ໂຈມມາລາ ຮອງຜູ້ອຳນວຍການບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ 3 ແລະ ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບດ້ວຍ ຜ້າອັດປາກ, ນໍ້າເຫຼົ້າ 75,ເຈວລ້າງມື, ຢາແກ້ໄຂ້ ແລະ ແກ້ປວດ ລວມມຸນຄ່າທັງໝົດ 2.500,000 ກີບ ແລະ ຕາງໜ້າກ່າວຮັບໂດຍ ສະຫາຍ ພັນຕີ ນາງ ອິນທາ ອິນພະຈັນ ຫົວໜ້າຂະແໜງເສນາຮັກປະຈຳກອງບັນຊາການທະຫານເມືອງ ຫາດຊາຍຟອງພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮວ່ມເປັນສັກຂີພິຍານ. ໂອກາດນີ້ ຕາງໜ້າໃຫ້ແກ່ພະນັກງານ-ນັກຮົບໃນທົ່ວກອງບັນຊາການທະຫານເມືອງ, ສະຫາຍ ພັນຕີ ນາງ ອິນທາ ອິນພະຈັນ ໄດ້ສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງມາຍັງຄະນະອຳນວຍການ, ພະນັກງານຂອງບໍລິສັດລັດວິສາຫະກິດໂຮງງານຜະລິດຢາເລກ 3 ທີ່ໄດ້ມີຄວາມເປັນຫ່ວງເປັນໄຍ ແລະ ບິແບ່ງນໍ້າຈິດນໍ້າໃຈໃຫ້ການຊ່ວຍເຫຼືອໃນຄັ້ງນີ້ ແລະ ໄດ້ໃຫ້ຄຳໝັ້ນສັນຍາວ່າຈະນຳໄປແຈກຢາຍໃຫ້ແກ່ພະນັກງານ-ນັກຮົບໃນທົ່ວກອງບັນຊາ ການ ແລະ ຈະນຳໄຊ້ໃຫ້ເກີດປະໂຫຍດສຸງສຸດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ