ສານຂອງພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ເຖີງ ສາທາລະນະລັດ ຕຸຍນີຊີ
ເວລາອອກຂ່າວ: 2021-05-13 14:40:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 598 | ຄວາມນິຍົມ: ![]()
ສາທາລະນະລັດ ຕຸຍນີຊີ
ປະທານາທິບໍດີ
ຕູນິສ, 30 ມີນາ 2021
ພະນະທ່ານ ທອງລຸນ ສີສຸລິດ
ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ເນື່ອງໃນໂອກາດທີ່ ພະນະທ່ານ ທີ່ໄດ້ຮັບເລືອກຕັ້ງດຳລົງຕຳແໜ່ງເປັນ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ໃນນາມປະຊາຊົນ ຕຸຍນີຊີ ແລະ ໃນນາມສ່ວນຕົວ ຂ້າພະເຈົ້າ ຂໍສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຄໍາອວຍພອນໄຊອັນຈິງໃຈ ມາຍັງ ພະນະທ່ານ ຈົ່ງມີສຸຂະພາບແຂງແຮງ, ມີຄວາມສຸກ ແລະ ຂໍອວຍພອນໃຫ້ ພະນະທ່ານ ຈົ່ງປະສົບຜົນສໍາເລັດ ໃນໜ້າທີ່ອັນສູງສົ່ງ.
ຂ້າພະເຈົ້າ ຂໍຖືໂອກາດນີ້ ສະແດງຄວາມຄວາມມຸ້ງມາດປາດຖະໜາ ທີ່ຈະເຮັດວຽກຮ່ວມກັບ ພະນະທ່ານ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ເພີ່ມທະວີການຮ່ວມມື ລະຫວ່າງ ສອງປະເທດ ເພື່ອຜົນປະໂຫຍດຮ່ວມກັນ ຂອງ ປະຊາຊົນສອງຊາດພວກເຮົາ.
ຄາອິຊ ຊາເອັດ
ປະທານາທິບໍດີ ແຫ່ງ ສາທາລະນະລັດ ຕຸຍນີຊີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















