ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫົວໜ້າການທະຫານ ໂອ້ລົມນັກຮຽນນາຍສິບ ໃນໂອກາດກຽມປິດຊຸດຮຽນ
ເວລາອອກຂ່າວ: 2021-05-14 11:53:13 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 99 | ຄວາມນິຍົມ:



ສະຫາຍພົນຈັດຕະວາ ກູດ ພົມມາ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງໄຊຍະບູລີ ໂອ້ລົມນັກຮຽນນາຍສິບ ຊຸດທີ 10 ໃນໂອກາດກະກຽມປິດຊຸດຮຽນ, ໃນວັນທີ 13 ພຶດສະພາ 2021 ນີ້ ເຊີ່ງສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ການຕັດສິນໃຈມາສຶກສາຮໍ່າຮຽນ ຢູ່ທີ່ໂຮງຮຽນແຫ່ງນີ້ ແລະ ເຫັນໄດ້ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກຫຼາຍປະການ ແຕ່ບັນດາສະຫາຍກໍ່ໄດ້ພ້ອມກັນຜ່ານຜ່າ ດັ່ງນັ້ນຂໍໃຫ້ທຸກສະຫາຍຈົ່ງພ້ອມກັນຕັ້ງໃຈ ສຸມສະຕິປັນຍາໃສ່ເຂົ້າໃນການຄົ້ນຄວ້າຮໍ່າຮຽນຄັ້ງນີ້ ເພື່ອນຳເອົາບົດຮຽນທາງດ້ານທິດສະດີ ແລະ ພຶດຕິກຳຕົວຈິງກ່ຽວກັບການນໍາໃຊ້ອາວຸດຍຸດໂທປະກອນ, ຫຼັກການຕ່າງໆ ທີ່ຄູ-ອານຈານໄດ້ສິດສອນໃຫ້ໄປນຳໃຊ້ໃນກົມກອງ ໃນອະນາຄົດ ໃຫ້ໄດ້ຮັບຄຸນນະພາບສູງ ສະຫາຍຍັງໄດ້ຮຽກຮ້ອງໃຫ້ທຸກສະຫາຍ ຈົ່ງເປັນແບບຢ່າງທີ່ດີ, ຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເຖິງວ່າຈະມາຈາກຫຼາຍທ້ອງຖິ່ນ ແຕ່ກໍ່ໃຫ້ຮັກແພງກັນປຽບໃສ່ເໝືອນເປັນອ້າຍ-ນ້ອງ ຮ່ວມອຸທອນ ທີ່ມາຈາກຄອບຄົວດຽວກັນ ແລະ ຈົ່ງພ້ອມກັນເອົາໃຈໃສ່ເຝຶກຝົນຫຼໍ່ຫຼອມຕົນເອງ ທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ ຮັດແໜ້ນຄວາມສາມັກຄີ ໃຫ້ເປັນປຶກແຜ່ນແໜ້ນໜາ, ສ້າງຕົນເອງໃຫ້ເປັນຜູ້ທີ່ດີເດັ່ນຂອງໂຮງຮຽນ ກໍ່ຄືຂອງກົມກອງ ແລະ ພ້ອມກັນເຮັດສຳເລັດໜ້າທີ່ຂັ້ນເທິງມອບໝາຍໃຫ້ ໃນຕອນທ້າຍພິທີທ່ານຍັງໄດ້ຮຽກຮ້ອງໃຫ້ຄູອາຈານ ແລະ ນັກຮຽນທຸກສະຫາຍຕ້ອງໄດ້ເອົາໃຈໃສ່ ປະຕິບັດໜ້າທີ່ຂອງຕົນຕາມພາລະບົດບາດຢ່າງຫ້າວຫັນ ແລະ ເນັ້ນໜັກໃຫ້ຄະນະອຳນວຍການໂຮງຮຽນ, ຄະນະກອງຮ້ອຍ ແລະ ຄູອາຈານຈົ່ງພ້ອມກັນສຶກສາອົບຮົມການເມືອງ-ແນວຄິດ ໃຫ້ນັກຮຽນເປັນປົກກະຕິ, ພ້ອມກັນຊຸກຍູ້ໃນການປູກຝັງ-ລ້ຽງສັດ, ຖ່າຍທອດຄວາມຮູ້ບົດຮຽນຂອງຕົນໃຫ້ແກ່ນັກຮຽນ ແລະ ຫວັງຢ່າງຍິ່ງວ່າ ນັກຮຽນທີ່ໄດ້ຮັບການຝຶກຝົນຫຼໍ່ຫຼອມຮໍ່າຮຽນ ໃນຊຸດນີ້ ຈະພ້ອມກັນຖອດຖອນເອົາບົດຮຽນທີ່ດີທີ່ຄູ-ອາຈານ ໄດ້ສິດສອນ ຫຼື ໄດ້ຖ່າຍທອດໃຫ້ນັ້ນນຳໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ໃນບັນດາກົມກອງຂອງພວກສະຫາຍໃຫ້ໄດ້ຮັບຄຸນນະພາບ ແລະ ມີໝາກຜົນສູງ. ຂ່າວ ໄຊຍະສັກ ມະນີວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ