ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຊາວໜຸ່ມກອງພັນໃຫ່ຍ 702 ອອກແຮງງານປູກຕົ້ນໄມ້
ເວລາອອກຂ່າວ: 2021-05-14 14:59:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 127 | ຄວາມນິຍົມ:



ໃນຕອນເຊ້ົາວັນທີ 14 ພຶດສະພາ 2021 ນີ້, ຊາວໜຸ່ມກອງພັນໃຫ່ຍ 702 ໄດ້ອອກແຮງງານລວມ ປູກຕົ້ນໄມ້ ນຳພາໂດຍ ສະຫາຍພັນໂທ ວຽງຄຳ ດວງວິໄລ ຫົວໜ້າຂະແໜງຊາວໜຸ່ມກອງພັນໃຫຍ່, ການປູກຕົ້ນໄມ້ໃນຄັ້ງນີ້ເພື່ອເປັນການສ້າງຂະບວນການຂ່ຳນັບຮັບຕ້ອນວັນສຳຄັນຕ່າງໆ ຂອງຊາດເປັນຕົ້ນ ວັນແຫກຄຸກຂອງທ່ານຜູ້ນຳເຮົາທີ່ຄຸກໂພນເຄັງ, ວັນຜ່າວົງປິດລ້ອມຂອງກອງພັນທີສອງ ທີ່ທົ່ງໄຫຫີນ ແລະ ວັນປູກຕົ້ນໄມ້ແຫ່ງຊາດ. ການປູກຕົ້ນໄມ້ດັ່ງກ່າວແມ່ນປູກຕາມບ່ອນທີ່ເປົ່າຫວ່າງ ລຽບຕາມສາຍທາງເຂົ້າອອກສຳນັກງານໃຫຍ່ ທັງນີ້ກໍ່ເພື່ອເປັນການປະດັບຄ້າຍຄູ ໃຫ້ມີຄວາມສວຍງາມ, ສ້າງສິ່ງແວດລ້ອມທີ່ດີ ແລະ ອາກາດທີ່ສົດໃສ ທັງເປັນການນຳພາອ້າຍນ້ອງຊາວໜຸ່ມ ອອກກຳລັງກາຍໄປໃນຕົວ ປະເພດເບ້ຍໄມ້ທີ່ນຳມາປູກໃນຄັ້ງນີ້ ເປັນຕົ້ນໄມ້ປະດັບຈຳນວນ 80 ກວ່າຕົ້ນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ