ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຄໍາມ່ວນສ່ອງແສງລາຍງານຕໍ່ຄະນະເລຂາທິການສູນກາງພັກກ່ຽວກັບການເຊື່ອມຊຶມແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ການປ້ອງກັນ,ຄວບຄຸມການລະບາດຂອງພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-15 11:29:30 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 229 | ຄວາມນິຍົມ:



ການສ່ອງແສງລາຍງານຜ່ານກອງປະຊຸມທາງໄກ ຫຼື ( Video Conference ) ເພື່ອລາຍງານຕໍ່ຄະນະເລຂາທິການສູນກາງພັກກ່ຽວກັບການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ການປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ ໄດ້ໄຂຂຶ້ນໃນຕອນເຊົ້າຂອງວັນທີ 14 ພຶດສະພາ 2021. ເຂົ້າຮ່ວມໃນຄັ້ງນີ້ປະກອບມີບັນດາທ່ານໃນຄະນະນໍາຂອງແຂວງເຊິ່ງນໍາໂດຍທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຄໍາມ່ວນພ້ອມດ້ວຍບັນດາທ່ານໃນຄະນະສະເພາະກິດຂັ້ນແຂວງເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍການເປັນປະທານຂອງທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ. ການດໍາເນີນກອງປະຊຸມຕາງໜ້າໃຫ້ບັນດາກະຊວງ ແລະ ບັນດາແຂວງໄດ້ຜັດປ່ຽນກັນລາຍງານສະພາບກ່ຽວກັບການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ການປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນໂດຍຫຍໍ້. ສະເພາະຢູ່ແຂວງຄໍາມ່ວນກ່ຽວກັບການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກເບື້ອງຕົ້ນແມ່ນມີແຜນການທີ່ຈະຈັດຕັ້ງປະຕິບັດໃນໄລຍະຕົ້ນຫາທ້າຍເດືອນ ເມສາ 2021 ແມ່ນໃຫ້ສໍາເລັດແຕ່ເນື່ອງຈາກເກີດມີສະພາບວິກິດການລະບາດຂອງພະຍາດໂຄວິດ-19 ພາຍໃນປະເທດ. ດັ່ງນັ້ນຄະນະປະຈໍາພັກແຂວງຈິ່ງໄດ້ມີຄໍາສັ່ງສະບັບເລກທີ 06 / ຄປຈ.ຄມ, ລົງວັນທີ 6 ພຶດສະພາ 2021 ເພື່ອຈັດຕັ້ງປະຕິບັດກ່ຽວກັບການເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກໃນທ້າຍເດືອນ ພຶດສະພາ ແລະ ໃຫ້ສໍາເລັດໃນທ້າຍເດືອນມິຖຸນາ 2021. ດ້ານການປ້ອງກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງຄໍາມ່ວນແມ່ນໄດ້ເອົາໃຈໃສ່ຢ່າງຕໍ່ເນື່ອງ ແລະ ເປັນປົກກະຕິນັບແຕ່ການຜັນຂະຫຍາຍບັນດານິຕິກໍາ, ວຽກໂຄສະນາສຶກສາອົບຮົມ ແລະ ເຜີຍແຜ່ຄວາມຮັບຮູ້ໃນການຈັດຕັ້ງປະຕິບັດມາດຕະການເພື່ອຫລຸດຜ່ອນຄວາມສ່ຽງ, ການເຝົ້າລະວັງ ແລະ ກຽມຄວາມພ້ອມ, ວຽກກັກກັນຈໍາກັດບໍລິເວນຂັ້ນແຂວງ ແລະ ຂັ້ນເມືອງ, ມາດຕະການໃນການຈັດຕັ້ງປະຕິບັດ, ດ້ານງົບປະມານ ແລະ ການຊ່ວຍເຫຼືອທາງສັງຄົມ. ສໍາລັບການເຝົ້າລະວັງ ແລະ ກຽມຄວາມພ້ອມແຂວງຍັງສືບຕໍ່ກັກກັນຈໍາກັດບໍລິເວນແຮງານທີ່ມາຈາກຕ່າງປະເທດ,ນັກທຸລະກິດ,ນັກລົງທຶນທີ່ຜ່ານເຂົ້າມາແຂວງຄໍາມ່ວນທຸກກໍລະນີຕ້ອງໄດ້ກັກກັນຈໍາກັດບໍລິເວນໃຫ້ຄົບ 14 ວັນ, ກະກຽມຄວາມພ້ອມທາງດ້ານສະຖານທີ່ເພື່ອນໍາໃຊ້ເປັນໂຮງໝໍພາກສະຫນາມເພື່ອຮອງຮັບຕໍ່ການປິ່ນປົວພະຍາດໂຄວິດ-19 ຈໍານວນ 2 ເເຫ່ງ ສາມາດບັນຈຸໄດ້ 30 ຕຽງ ( ໂຮງຮຽນການເມືອງ-ການປົກຄອງແຂວງຄໍາມ່ວນ), ໂຮງໝໍຫີນບູນໃຕ້ (ປາກນໍ້າ) ສາມາດບັນຈຸໄດ້ 25 ຕຽງໃຊ້ປິ່ນປົວກໍລະນີຕິດເຊື້ອແບບເບົາບາງ. ໄດ້ມີສູນປິ່ນປົວພະຍາດໂຄວິດ-19 ໃນຂັ້ນປານກາງ ແລະ ຮ້າຍແຮງສາມາດບັນຈຸໄດ້ 48 ຕຽງ. ພ້ອມນັ້ນຍັງໄດ້ກໍານົດເອົາໂຮງໝໍທະຫານແຂວງສາມາດບັນຈຸໄດ້ 38 ຕຽງ, ໂຮງໝໍຊຸມຊົນເມືອງຍົມມະລາດສາມາດບັນຈຸໄດ້ 30 ຕຽງເພື່ອເປັນບ່ອນປິ່ນປົວພະຍາດໂຄວິດ-19 ໃນກໍລະນີສຸກເສີນກະທັນຫັນເຊັນວ່າ (ຜ່າຕັດໄສ້ຕິ່ງ,ຜ່າຕັດເອົາລູກອອກ ແລະ ຜ່າຕັດອື່ນໆສໍາລັບຜູ້ຕິດເຊື້ອພະຍາດໂຄວິດ-19),ຈໍານວນແຮງງານ,ນັກສຶກສາ,ນັກລົງທຶນ,ນັກທຸລະກິດທີ່ເຂົ້າມາແຂວງຄໍາມ່ວນຕ້ອງໄດ້ປະຕິບັດຕາມມາດຕະການປ້ອງກັນ,ຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດ ແລະ ເຄັ່ງຄັດທີ່ສຸດ,ໄດ້ຮັບວັກຊີນຈາກສູນກາງທັງຫມົດ 3 ຄັ້ງຄື: ຊິໂນຟາມ ຈໍານວນ 65.600 ໂດສ ແລະ ວັກຊີນແອັສຕຣາເຊເນກ້າ ຈໍານວນ 6.000 ໂດສ (ໃນຈໍານວນ 6.000 ໂດສ ໄດ້ແບ່ງໃຫ້ບໍລິສັດນໍ້າເທີນ 2 ຈໍານວນ 1.000 ໂດສ), ສືບຕໍ່ການໃຫ້ບໍລິການສັກວັກຊີນໃຫ້ພະນັກງານ,ທະຫານ,ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນໃຫ້ບັນລຸໃນລະດັບ 22% ຂອງປະຊາກອນທັງຫມົດ. ໄດ້ເກັບຕົວຢ່າງຈາກໂຮງໝໍເມືອງ, ຈາກໂຮງໝໍແຂວງ ແລະ ໄດ້ສົ່ງກວດທັງຫມົດ 1.452 ຕົວຢ່າງ, ຍິງ 659 ຄົນ ທັງຫມົດພົບເຊື້ອ 1 ກໍລະນີ, ມາຮອດປະຈຸບັນໄດ້ຮັບການປິ່ນປົວພະຍາດຫາຍດີໄດ້ອອກໂຮງຫມໍແລ້ວ. ດ້ານການບໍລິການສັກວັກຊີນປ້ອງກັນພະຍາດໂຄວິດ-19 ເຂັມທີ 1 ຊິໂນຟາມ ສັກໄດ້ 15.519 ຄົນ ແລະ ເຂັມທີ 2 ສັກໄດ້ 5.378 ຄົນ,ຢາແອັສຕາເຊເນກ້າ ສັກໄດ້ 3.000 ຄົນ ສະຫຼຸບໄດ້ວ່າເຂັມທີ 1 ກວມ 4,21% ຂອງປະຊາກອນທັງຫມົດ ແລະ ເຂັມທີ 2 ກວມ 1,22% ຂອງປະຊາກອນທັງຫມົດ (ປະຊາກອນທັງໝົດ 439.633 ຄົນ ). ໃນຜ່ານມາແມ່ນໄດ້ນໍາໃຊ້ງົບປະມານຂອງແຂວງ ແລະ ຮັບຈາກການຊ່ວຍເຫຼືອຂອງບັນດາພາກລັດ, ເອກະຊົນ, ບໍລິສັດ, ຫ້າງຮ້ານຕ່າງໆເຂົ້າໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19 ລວມມູນຄ່າ 658.326.500 ກີບ.ໃນນັ້ນ, ງົບປະມານຂອງແຂວງມີຈໍານວນ 341.870.500 ກີບ ແລະ ຈາກການຊ່ວຍເຫລືອຂອງສັງຄົມຈໍານວນ 314.456.000 ກີບ. ໄລຍະວັນທີ 1 ມັງກອນ ຫາ ວັນທີ 13 ພຶດສະພາ 2021 ສູນກັກກັນຂັ້ນແຂວງ ແລະ ຂັ້ນເມືອງ ມາຮອດປະຈຸບັນມີ 6 ສູນ.ໃນນັ້ນຂັ້ນແຂວງມີ 1 ສູນ ແລະ ຂັ້ນເມືອງມີ 5 ສູນ ເຊິ່ງມີຈໍານວນແຮງງານເຂົ້າກັກກັນບໍລິເວນທັງຫມົດມີ 1.452 ຄົນ, ຍິງ 659 ຄົນ, ກັກກັນຈໍາກັດບໍລິເວນຄົບ 14 ວັນແລ້ວອອກຈາກສູນມີ 1.321 ຄົນ, ຍິງ 595 ຄົນ, ຈໍານວນກັກກັນບໍລິເວນສະສົມຍັງສືບຕໍ່ທົ່ວເເຂວງມີທັງຫມົດ 131 ຄົນ, ຍິງ 64 ຄົນ. ວຽກງານຕິດຕາມຄົນເຂົ້າ-ອອກດ່ານສາກົນທັງ 2 ດ່ານເຊິ່ງໂຕເລກສະສົມແຕ່ວັນທີ 1 ມັງກອນ ຮອດວັນທີ 13 ພຶດສະພາ 2021, ສໍາລັບດ່ານສາກົນຂົວມິດຕະພາບ 3 (ຄໍາມ່ວນ - ນະຄອນພະນົມ) ຄົນລາວເຂົ້າມາມີຈໍານວນ 2.292 ເທື່ອຄົນ (ຂັບລົດຂົນສົ່ງສິນຄ້າ), ຄົນໄທເຂົ້າຜ່ານລາວມີຈໍານວນ 18.571 ເທື່ອ (ຂັບລົດຂົນສົ່ງສິນຄ້າ). ສ່ວນດ່ານສາກົນ (ຄໍາມ່ວນ- ກວາງບິ່ງ) ຄົນລາວເຂົ້າມາ 5 ຄົນ,ຄົນຫວຽດນາມຜ່ານເຂົ້າມາລາວມີຈໍານວນ 19.779 ເທື່ອຄົນ (ຂັບລົດຂົນສົ່ງສີນຄ້າ) ແລະ ຄົນຫວຽດນາມຜ່ານອອກລາວມີຈໍານວນ 21.005 ເທື່ອຄົນ (ຂັບລົດຂົນສົ່ງສິນຄ້າ ). ຂ່າວ-ພາບ : ແດງສະຫວັດ ແສນພານິດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ