ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງບັນຊາການທະຫານນະຄອນດານັງ ສສ ຫວຽດນາມ ມອບເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ໃຫ້ແກ່ ກອງບັນຊາການທະຫານແຂວງສາລະວັນ
ເວລາອອກຂ່າວ: 2021-05-17 09:25:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 192 | ຄວາມນິຍົມ:



ໃນວັນທີ 15 ພຶດສະພາ 2021 ນີ້, ກອງບັນຊາການທະຫານ ນະຄອນດາໜັງ ແຫ່ງ ສສ ຫວຽດນາມ ນໍາເອົາເຄື່ອງຊ່ວຍເຫຼືອ ເປັນເຄື່ອງອຸປະກອນການແພດ ແລະ ອຸປະໂພກ-ບໍລິໂພກ ມາມອບໃຫ້ແກ່ ກອງບັນຊາການທະຫານແຂວງ ສາລະວັນ ໃນການຕ້ານ ແລະ ສະກັດກັ້ນ ການແຜ່ລະບາດພະຍາດ ໂຄວິດ-19 ໂດຍພິທີມອບ-ຮັບໄດ້ຈັດຢູ່ທີ່ ດ່ານສາກົນ ດັກອອກ -ນາມຢາງ ຂອງແຂວງ ເຊກອງ ແລະ ແຂວງ ກວາງນາມ. ເຄື່ອງທີ່ນໍາມາມອບຊ່ວຍເຫຼືອໃນຄັ້ງນີ້, ປະກອບມີ ອຸປະກອນການແພດຄື: ຜ້າປິດປາກ ( N 95 ) ຈໍານວນ 900 ອັນ, ຜ້າອັດປາກ-ດັງ ທາງການແພດ 4 ຊັ້ນ 1.000 ອັນ ,ຊຸດປ້ອງກັນເຊື້ອພະຍາດໂຄວິດ 800 ຊຸດ,ນໍ້າຢາຂ້າເຊື້ອ 800 ແກ້ວ, ຄໍຣາມິນບີ (ຝຸ່ນ) 150 ກິໂລກຣາມ, ເຄື່ອງວັດແທກອຸນຫະພູມ 35 ອັນ, ເຄື່ອງບໍລິໂພກ ມີເຂົ້າສານຈ້າວ 2 ໂຕນ, ນໍ້າມັນພືດ 300 ຂວດ, ນໍ້າປາ 300 ຂວດ, ປາແຫ້ງ 400 ກິໂລກຣາມ,ປາກະປ໋ອງ 300 ປ໋ອງ, ຊີ້ນກະປ໋ອງ 300 ປ໋ອງ, ເກືອ 300 ຫໍ່, ຄະນໍ 300 ຊອງ ໂດຍເປັນກຽດກ່າວມອບໂດຍສະຫາຍ ພັນເອກ ເລວັນຈິນ ຮອງຫົວໜ້າການເມືອງ ກອງບັນຊາການທະຫານນະຄອນດາໜັງ ກອງທັບປະຊາຊົນຫວຽດນາມ ແລະ ກ່າວຮັບຂອງສະຫາຍ ພັນໂທ ວິໄລ ພີມມະວົງ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບໍລິຫານ ກອງບັນຊາການທະຫານແຂວງ ສາລະວັນ, ພ້ອມທັງກ່າວສະແດງຄວາມຂອບໃຈນໍາ ສະຫາຍ ພັນເອກ ເລວັນຈິນ ພ້ອມດ້ວຍຄະນະ ທີ່ໄດ້ນໍາເອົາວັດຖຸ ອຸປະກອນການແພດ ແລະ ເຄື່ອງອຸປະໂພກ -ບໍລິໂພກ ມາມອບໃຫ້ ກອງບັນຊາການທະຫານແຂວງ ສາລະວັນ ໃນຄັ້ງນີ້, ເຊິ່ງສະແດງໃຫ້ເຫັນເຖິງຄວາມເປັນຫ່ວງເປັນໄຍ ບົນພື້ນຖານການເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ, ຄວາມສາມັກຄີແບບພິເສດລະຫວ່າງສອງຊາດ ລາວ - ຫວຽດນາມ, ຫວຽດນາມ - ລາວ ໃຫ້ເພີ່ມພູນຄູນສ້າງ ງອກງາມຍີ່ງໆຂຶ້ນ, ພ້ອມທັງ ໃຫ້ຄໍາໝັ້ນສັນຍາວ່າ ຈະນໍາເອົາເຄື່ອງອຸປະກອນການແພດ ແລະ ເຄື່ອງອຸປະໂພກ-ບໍລິໂພກ ຈໍານວນດັ່ງກ່າວ ໄປແຈກຢາຍໃຫ້ບັນດາພະນັກງານ - ນັກຮົບໃນທົ່ວກົມກອງ ໃຫ້ທົ່ວເຖີງ ແລະ ນໍາໃຊ້ເຂົ້າໃນການ ສະກັດກັ້ນ ແລະ ຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ໄດ້ຮັບໝາກຜົນສູງ. ຂ່າວ-ພາບ: ຂາວທອງ ໄຊຍະທິລາດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ