ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຫ້ອງວ່າການກະຊວງປ້ອງກັນປະເທດຈັດພິທີສັກຢາວັກຊີນປ້ອງກັນພະຍາດໂຄວິດ 19
ເວລາອອກຂ່າວ: 2021-05-17 10:49:37 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 152 | ຄວາມນິຍົມ:



ວັນທີ 17 ພຶດສະພາ 2021ນີ້, ທີ່ສະໂມສອນຫ້ອງວ່າການກະຊວງປ້ອງກັນປະເທດໄດ້ມີພິທີສັກຢາວັກຊີນປ້ອງກັນພະຍາດໂຄວິດ 19 ໃຫ້ພະນັກງານ-ນັກຮົບຂອງຕົນໃນທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ ໂດຍປະຕິບັດຕາມຄໍາສັ່ງຂອງຄະນະກວດກາການຄວບຄຸມການລະບາດຂັ້ນສູນກາງກໍຄືຄະນະສະເພາະກິດຂອງ ກະຊວງປ້ອງກັນປະເທດເພື່ອສັກຢາວັກຊິນປ້ອງກັນພະຍາດໂຄວິດ - 19 ໃຫ້ແກ່ພະນັກງານ-ນັກຮົບ ທົ່ວຫ້ອງວ່າການກະຊວງປ້ອງກັນປະເທດ, ການສັກຢາວັກຊິນປ້ອງກັນພະຍາດໂຄວິດ -19 ໃນຄັ້ງນີ້ແມ່ນເພື່ອເປັນການສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍທັງເປັນການປ້ອງກັນພະຍາດໂຄວິດ -19 ອີກດ້ວຍ ສໍາລັບຂັ້ນຕອນ ກ່ອນສັກວັກຊີນປ້ອງກັນພະຍາດໂຄວິດ -19ນີ້ຜູ້ທີ່ຈະສັກວັກຊີນ ຕ້ອງປະຕິບັດຕາມເງື່ອນໄຂຢ່າງເຄັ່ງຄັດຕາມແບບຟອມສອບຖາມກ່ອນສັກວັກຊີນ ເປັນຕົ້ນແມ່ນ ຜ່ານການກວດສຸຂະພາບ ວັດແທກອຸນຫະພູມຮ່າງກາຍ, ຄວາມດັນ ພ້ອມທັງຕ້ອງເຫັນດີ ອະນຸຍາດໃຫ້ແພດສັກດ້ວຍຄວາມສະໝັກໃຈ, ສຳລັບຜູ້ທີສັກວັກຊີນຕ້ອງມີສຸຂະພາບແຂງແຮງດີ, ບໍ່ມີພະຍາດປະຈຳຕົວ. ພາຍຫຼັງສັກຕ້ອງໃຫ້ນັ່ງພັກຜ່ອນ 30 ນາທີ ຫຼັງຈາກນັ້ນສືບຕໍ່ຕິດຕາມສຸຂະພາບຂອງຕົນເອງພາຍໃນ 1 ອາທິດ ຫ້າມດຶ່ມສິ່ງມຶນເມົາ ຫຼື ເຄື່ອງດອງຕ່າງໆ ຖ້າມີອາການຜິດປົກກະຕິ ໃຫ້ຮີບລາຍງານ ແລະ ປຶກສາແພດໂດຍດ່ວນ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ