ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ມອບ-ຮັບໜ້າທີ່ປະທານສະພາປະຊາຊົນແຂວງໄຊຍະບູລີ ແລະ ຍົກຍ້າຍແຕ່ງຕັ້ງພະນັກງານການນຳຫຼາຍຕຳແໜ່ງ
ເວລາອອກຂ່າວ: 2021-05-17 11:07:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 395 | ຄວາມນິຍົມ:



ພິທີມອບ-ຮັບໜ້າທີ່ປະທານສະພາປະຊາຊົນແຂວງຜູ້ເກົ່າ ແລະ ຜູ້ໃໝ່ ພ້ອມທັງຍົກຍ້າຍແຕ່ງຕັ້ງການນໍາຂອງແຂວງໄຊຍະບູລີ ໄດ້ຈັດຂື້ນໃນຕົ້ນເດືອນພຶດສະພາ 2021, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງໄຊຍະບູລີ ເຂົ້າຮ່ວມເປັນປະທານຂອງທ່ານ ພົງສະຫວັນ ສິດທະວົງກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ, ມີການນໍາຂອງແຂວງ, ພະແນກການ ກົມກອງອ້ອມຂ້າງແຂວງເຂົ້າຮ່ວມ. ທ່ານ ສຳລານ ສຸວັນນະໂຊດ ກໍາມະການຄະນະປະຈຳາພັກແຂວງ ຫົວໜ້າຄະນະຈັດຕັ້ງພັກແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງໄຊຍະບູລີ ວ່າດ້ວຍການແຕ່ງຕັ້ງປະທານສະພາປະຊາຊົນແຂວງ ຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ພະນັກງານລັດຖະກອນພັກການເພື່ອລຳຖ້າເຂົ້າຮັບບຳນານ. ຂໍ້ຕົກລົງວ່າດ້ວຍການຍົກຍ້າຍແຕ່ງຕັ້ງພະນັກງານດັ່ງນັ້ນ ເຈົ້າແຂວງໄຊຍະບູລີຕົກລົງແຕ່ງຕັ້ງທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງສະມາຊິກສະພາແຫ່ງຊາດຊຸດທີ IX ເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ເປັນປະທານສະພາປະຊາຊົນແຂວງ, ຕົກລົງໃຫ້ທ່ານ ສົມລິດ ເປືອກແກ້ວ ສສຊ ອະດີດປະທານສະພາປະຊາຊົນແຂວງ, ທ່ານ ນາງ ອິດມະນີ ຈັນທະຄູນ ສສຊ ອະດີດຮອງປະທານສະພາປະຊາຊົນແຂວງ, ທ່ານ ບຸນທຽມ ນັນທະກອນ ສສຊ ອະດີດຮອງປະທານສະພາປະຊາຊົນແຂວງ, ທ່ານ ເພັກ ອ່ອນດາວົງ ສສຊ ປະທານຄະນະກໍາມະການຍຸດຕິທຳາປ້ອງກັນຊາດປ້ອງກັນຄວາມສະຫງົບ ພັກການເພື່ອລຳຖ້າເຂົ້າຮັບບຳານານ, ຕົກລົງຍົກຍ້າຍແຕ່ງຕັ້ງ ທ່ານ ໂພທອງ ບຸດສະບາ ເລຂາທິການສະພາປະຊາຊົນແຂວງ ໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຫ້ອງວ່າການປົກຄອງແຂວງ, ທ່ານ ຄຳປັນ ພັນລະນາສີ ຮອງປະທານຄະນະກຳມະການວັດທະນະທຳສັງຄົມ ແລະ ບັນດາເຜົ່າສະພາປະຊາຊົນແຂວງໄປຮັບໜ້າທີ່ໃໝ່ເປັນຮອງປະທານກຳມະບານແຂວງ, ທ່ານ ເຊັງ ວິໄລຊົ່ງ ຮອງປະທານສະຫະພັນກຳມະບານແຂວງ ໄປຮັບໜ້າທີ່ໃໝ່ເປັນຮອງຄະນະກໍາມາທິການວັດທະນະທຳ ແລະ ບັນດາເຜົ່າສະພາປະຊາຊົນແຂວງ, ທ່ານ ພອນປະສິດ ສຸນາເຄນ ຫົວໜ້າຫ້ອງການບໍລິຫານຈັດຕັ້ງ ແລະ ຄົ້ນຄ້ວາສັງລວມ ຄະນະກວດກາພັກແຂວງ ໄປຮັບໜ້າທີ່ໃໝ່ເປັນຮອງເລຂາທິການສະພາປະຊາຊົນແຂວງ, ທ່ານ ນາງ ວັນນາ ພິມວິສອນ ຮອງຫົວໜ້າຄະນະໂຄສະນາອົບຮົບແຂວງໄປຮັບໜ້າທີ່ໃໝ່ ເປັນເລຂາທິການສະພາປະຊາຊົນແຂວງ, ທ່ານ ສົມປະສົງ ໄຊຍະລາດ ຫົວໜ້າຂະແໜງຄົ້ນຄ້ວາສັງລວມວຽກພັກຫ້ອງວ່າການແຂວງໄປຮັບໜ້າທີ່ໃໝ່ເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ທ່ານ ທອງສະຫວັດ ຈັນທະລາ ຮອງຫົວໜ້າຂະແໜງຄຸ້ມຄອງບໍລິຫານພິທີການ ແລະ ການເງິນຫ້ອງວ່າການແຂວງ ຂື້ນເປັນຫົວໜ້າຂະ ແໜງຄຸ້ມຄອງບໍລິຫານພິທີການ ແລະ ການເງິນ ແລະ ທ່ານ ພຸດທະຈອນ ປິ່ນທິບ ພະນັກງານວິຊາການ ຂະແໜງຄົ້ນຄ້ວາສັງລວມ ເປັນຫົວໜ້າຂະແໜງຄົ້ນຄ້ວາສັງລວມ ຫ້ອງວ່າການປົກຄອງແຂວງ. ທ່ານ ສົມລິດ ເປືອກແກ້ວ ຮອງເລຂາພັກແຂວງສະມາຊິກ ສສຊ ອະດີດປະທານສະພາປະຊາຊົນຂັ້ນແຂວງຜູ້ເກົ່າ ແລະ ທ່ານ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ ສສຊ ຊຸດທີ IX ປະທານສະພາປະຊາຊົນແຂວງຜູ້ໃໝ່ໄດ້ຮ່ວມກັນເຊັນບົດບັນທຶກມອບ-ຮັບໜ້າທີ່ຢ່າງເປັນທາງການໂດຍການເປັນສັກຂີພິຍານຂອງບັນດາແຂກເຂົ້າຮ່ວມ. ຂ່າວ: ບຸນທີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ