ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ເຄື່ອນໄຫວຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ກອງພົນທີ 3
ເວລາອອກຂ່າວ: 2021-05-17 11:07:56 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 333 | ຄວາມນິຍົມ:



ໃນວັນທີ 14 ພຶດສະພາ 2021 ນີ້ ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ຄະນະພັກກະຊວງ ປ້ອງກັນປະເທດ ຮອງຫົວໜ້າກົມໃຫ່ຍເສນາທິການກອງທັບ ທັງເປັນຄະນະສະເພາະກິດກະຊວງປ້ອງກັນປະເທດ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຕ້ານ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ກອງພົນທີ 3 ໂດຍການຕ້ອນຮັບ ຂອງສະຫາຍ ພົນຈັດຕະວາ ໄຊຍະວົງໄຊນາມທິລາດ ເລຂາຄະນະພັກ ຫົວໜ້າການທະຫານ, ມີຄະນະພັກ-ຄະນະບັນຊາຈາກອົງການກົມກອງພ້ອມດ້ວຍພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກໍໄດ້ຮັບຟັງ ການລາຍງານສະພາບການໂດຍຫຍໍ້ຂອງການຄວບຄຸມ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ເຊີ່ງຕະຫຼອດໄລຍະຜ່ານມາ ຄະນະພັກ-ຄະນະບັນຊາ ກອງພົນທີ 3 ໄດ້ເອົາໃຈໃສ່ຊີ້ນຳໃກ້ຊິດຕິດແທດບັນດາກົມກອງຂຶ້ນກັບໃນການປ້ອງກັນພະຍາດໂຄວິດ-19 ຢ່າງເຄັ່ງຄັດ ແລະ ເຂັ້ມງວດໂດຍປະຕິບັດຕາມຄຳສັ່ງເລກທີ 15/ນຍ ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ້ມທະວີມາດຕະການປ້ອງກັນຕ້ານແລະສະກັດກັ້ນການແຜ່ລະບາດຂອງພະຍາດໂຄວິດ-19 ແລະແຈ້ງການຂອງກະຊວງປ້ອງກັນປະເທດ ສະບັບເລກທີ 2237/ກປທ ລົງວັນທີ 6 ພຶດສະພາ ວ່າດ້ວຍການສືບຕໍ່ເພີ່ມທະວີ ກຽມພ້ອມທຸກດ້ານເພື່ອຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ບໍ່ໃຫ້ແຜ່ຂະຫຍາຍສູ່ວົງກ້ວາງເຊີ່ງແຕ່ລະກົມກອງແມ່ນໄດ້ເປັນເຈົ້າການຈັດຕັ້ງປະຕິບັດຕາມມາດຕະການທີ່ຂັ້ນເທິງວາງອອກຢ່າງເຂັ້ມງວດ ໂດຍແຕ່ງຕັ້ງຄະນະສະເພາະກິດ ປະຈຳຢູ່ແຕ່ລະກົມກອງ ການເຂົ້າ-ອອກກົມກອງແມ່ນຕ້ອງມີການວັດແທກອຸນຫະພູມ,ໃສ່ຜ້າອັດປາກ-ດັງ ຮັກສາໄລຍະຫ່າງ 1 – 2 ແມັດ ແລະ ຈັດຕັ້ງສັກຍາວັກຊີນປ້ອງກັນພະຍາດໂຄວິດ-19 ໃຫ້ພະນັ້ກງານ-ນັກຮົບ ຜູ້ທີ່ມີຄວາມສ່ຽງ ຮອບທີ 1 ຈໍານວນ 800 ກວ່າສະຫາຍ. ສະຫາຍ ພົນຈັດຕະວາ ວັນທອງ ບຸດຕະວົງ ກໍໄດ້ມີຄຳເຫັນຊີ້ນຳແລະເນັ້ນໜັກໃຫ້ຄະນະພັກ-ຄະນະບັນຊາກົມກອງແຕ່ລະຂັ້ນຈົ່ງສືບຕໍ່ຈັດຕັ້ງປະຕິບັດຕາມມາດຕະການປ້ອງກັນຢ່າງເຂັ້ມງວດ,ຍົກສູງຄວາມຮັບຜິດຊອບແລະມີສະຕິລະວັງຕົວສູງໃນການຈັດຕັ້ງປະຕິບັດວຽກງານເອົາໃຈໃສຄຸ້ມຄອງການກິນດື່ມໃຫ້ຖືກຕ້ອງຕາມຫຼັກອະນາໄມ ແລະ ຮັກສາໄລຍະຫ່າງ ເພີ່ມທະວີເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ ແລະ ສີບຕໍ່ປະຕິບັດຕໍ່ມະຕິຄຳສັ່ງຂອງຂັ້ນເທີງວາງອອກຢ່າງເຂັ້ມງວດ.ໂອກາດດັ່ງກ່າວ ຍັງໄດ້ມອບອຸປະກອນ ປ້ອງກັນພະຍາດໂຄວິດ-19 ອີກຈຳນວນໜື່ງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ