ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງປະຊຸມທາງໄກ ລາຍງານການຈັດຕັ້ງປະຕິບັດປ້ອງກັນການແຜ່ລະບາດພະຍາດໂຄວິດ-19
ເວລາອອກຂ່າວ: 2021-05-17 15:10:29 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 146 | ຄວາມນິຍົມ:



ກອງປະຊຸມທາງໄກ ເພື່ອລາຍງານການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ໃນຂອບເຂດທົ່ວປະເທດ ໃນວັນທີ 17 ພຶດສະພາ 2021 ໂດຍການເປັນປະທານຂອງທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ, ໂດຍມີບັນດາຄະນະ ສະເພາະກິດຂັ້ນສູນກາງ, ນະຄອນຫຼວງ ແລະ ບັນດາແຂວງໃນຂອບເຂດທົ່ວປະເທດເຂົ້າຮ່ວມ. ສະເພາະແຂວງຄຳມ່ວນ ນຳໂດຍທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆຄຳາມ່ວນ ພ້ອມດ້ວຍບັນດາຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນແຂວງເຂົ້າຮ່ວມ. ໃນໄລຍະຂອງການດຳາເນີນກອງປະຊຸມ ຕາງໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມແລະ ແກ້ໄຂ ການແຜ່ລະບາດພະຍາດ ໂຄວິດ-19 ຂັ້ນສູນກາງ ລາຍງານການສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງສະບັບເລກທີ 15/ນຍ ລົງວັນທີ 21 ເມສາ 2021 ແລະ ບັນດາແຜນວຽກຈຸດສຸມໃນຕໍ່ໜ້າ. ນັບຕັ້ງແຕ່ວັນທີ 06 ພຶດສະພາ ຫາ 16 ພຶດສະພາ 2021 ສະພາບການລະບາດຢູ່ຫຼາຍແຂວງແມ່ນມີທ່າອ່ຽງຫຼຸດລົງ ແຕ່ຈຳນວນຜູ້ຕິດເຊື້ອຢູ່ນະຄອນຫຼວງວຽງຈັນ, ບໍ່ແກ້ວ, ສະຫວັນນະເຂດ ແລະ ຈຳປາສັກແມ່ນມີທ່າອ່ຽງທີ່ຍັງສູງ ຍັງມີຈຳນວນຜູ້ຕິດເຊື້ອໃນແຕ່ລະວັນ. ໃນນັ້ນ ຢູ່ແຂວງສະຫວັນນະເຂດ ແລະ ຈຳປາສັກແມ່ນເປັນຈຳານວນແຮງງານທີ່ນຳເຂົ້າ. ມາຮອດວັນທີ 16 ພຶດສະພາ 2021 ມີຈຳນວນຜູ້ຕິດເຊື້ອສະສົມທັງໝົດທົ່ວປະເທດ 1.619 ຄົນ. ໃນນັ້ນປິ່ນປົວຫາຍດີແລ້ວ 574 ຄົນ, ຍັງນອນຕິດຕາມປິ່ນປົວຢູ່ໃນປັດຈຸບັນ 1.115 ຄົນ ແລະ ເສຍຊີວິດ 02 ຄົນ. ໂອກາດດຽວກັນນີ້ບັນດາຄະນະສະເພາະກິດນະຄອນຫຼວງ,ແຂວງຕ່າງໆ ກໍໄດ້ຜັດ ປ່ຽນກັນລາຍງານກ່ຽວກັບສະພາບການຈັດຕັ້ງປະຕິບັດ ການຄວບຄຸມ, ປ້ອງກັນແລະ ແກ້ໄຂການແຜ່ລະບາດ ຂອງພະຍາດ ໂຄວິດ-19 ໃນຂອບເຂດຄວາມຮັບຜິດຊອບຂອງຕົນ. ພ້ອມນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນຳໃຫ້ບັນດາຄະນະສະເພາະກິດຂັ້ນຕ່າງໆ ເອົາໃຈໃສ່ປະເມີນຄືນກ່ຽວກັບການຈັດຕັ້ງປະຕິບັດບັນດາມາດຕະການຕ່າງໆ ທີ່ຜ່ານມາ ເພື່ອຊອກໃຫ້ເຫັນເຖິງດ້ານດີ, ຈຸດຄົງຄ້າງ ແລະ ແຜນສະເໜີປັບປຸງແກ້ໄຂໃນຕໍ່ໜ້າ ພ້ອມທັງປະກອບ ຄຳຄິດເຫັນລົງເລິກຕື່ມ ໂດຍສະເພາະການຊອກຄົ້ນກໍລະນີຜູ້ຕິດເຊື້ອ, ແຜນການປິ່ນປົວຜູ້ຕິດເຊື້ອ ເພື່ອເຮັດໃຫ້ມີປະສິດທິຜົນສູງຂຶ້ນກວ່າເກົ່າ, ລວມເຖິງແຜນການຈັດຊື້ ແລະ ສັກຢາວັກຊີນໃຫ້ແກ່ປະຊາຊົນ. ສ່ວນບັນດານະຄອນຫຼວງ, ແຂວງ ທີ່ຍັງມີການແຜ່ລະບາດ ແລະ ບໍ່ມີການລະບາດແລ້ວ. ຫຼັງຈາກວັນທີ 20ພຶດສະພາ ເປັນຕົ້ນໄປ ແມ່ນຍັງຈະມີມາດຕະການປິດເມືອງ ຫຼື ມາດຕະການຜ່ອນຜັນຄືແນວໃດ ໂດຍສະເພາະແມ່ນການໄປທຳມາຫາກິນ ຂອງປະຊາຊົນ, ການຜະລິດ, ການໄປມາຫາສູ່ ແລະ ອື່ນໆ.ສຳລັບແຂວງຄຳາມ່ວນ ແມ່ນຍັງສືບຕໍ່ຈຳາກັດບໍລິເວນແຮງງານທີ່ມາຈາກຕ່າງປະເທດ, ທຸກກໍລະນີທີ່ເຂົ້າມາຕ້ອງໄດ້ກັກກັນຈຳກັດບໍລິເວນໃຫ້ຄົບ 14 ວັນ, ກະກຽມຄວາມພ້ອມທາງດ້ານສະຖານທີ່ເພື່ອນຳໃຊ້ເປັນໂຮງໝຳພາກສະໜາມເພື່ອຮອງຮັບຕໍ່ການປິ່ນປົວພະຍາດໂຄວິດ-19 ຈຳານວນ 02 ເເຫ່ງ,ສາມາດບັນຈຸໄດ້ 300 ຕຽງ, ໄດ້ຮັບວັກຊີນຈາກສູນກາງທັງໝົດຈຳນວນ 71.600 ໂດດ ແລະ ໄດ້ໃຫ້ບໍລິການສັກຢາວັກຊີນເຂັມທີ 01 ສັກໄດ້ 17.559 ຄົນ ກວມເອົາ 4,73% ແລະ ເຂັມທີ 02 ສັກໄດ້5.420 ຄົນ ກວມເອົາ 1,23% ຂອງປະຊາກອນໃນທົ່ວແຂວງ (ປະຊາກອນ 439.633 ຄົນ). ປັດຈຸບັນແຂວງຄຳມ່ວນມີສູນກັກກັນບໍລິເວນທັງໝົດ 07 ແຫ່ງ. ໃນນັ້ນຢູ່ຂັ້ນແຂວງ 02 ແຫ່ງ ແລະ ຂັ້ນເມືອງ05 ແຫ່ງ, ໃນໄລຍະແຕ່ວັນທີ 01 ມັງກອນ ຫາ 16 ພຶດສະພາ ມີຈຳນວນຜູ້ເຂົ້າກັກກັນບໍລິເວນທັງໝົດ1.479 ຄົນ. ໃນນັ້ນກັກກັນຄົບ 14 ວັນ ອອກຈາກສູນມີ 1.348 ຄົນ, ຈຳນວນກັກກັນທີ່ຍັງສືບຕໍ່ໃນທົ່ວແຂວງທັງໝົດ 131 ຄົນ, ວຽກງານຕິດຕາມຄົນເຂົ້າ-ອອກດ່ານສາກົນທັງ 02 ແຫ່ງຄື: ດ່ານສາກົນຂົວມິດຕະພາບ 3 (ຄຳມ່ວນ-ນະຄອນພະນົມ) ມີຈຳານວນ 20.863 ຄົນ. ໃນນັ້ນຄົນລາວເຂົ້າມາ 2.292ຄົນ ແລະ ຄົນໄທເຂົ້າຜ່ານລາວ 18.571 ຄົນ (ຄົນຂັບລົດຂົນສົ່ງສິນຄ້າ), ດ່ານສາກົນນາເພົ້າ-ຈາຫຼໍ(ຄຳມ່ວນ-ກວາງບິ່ງ) ມີທັງໝົດ 40.789 ຄົນ. ໃນນັ້ນຄົນລາວເຂົ້າມາ 05 ຄົນ, ຄົນຫວຽດນາມຜ່ານເຂົ້າມາ 19.779 ຄົນ ແລະ ຄົນຫວຽດນາມຜ່ານອອກ 21.005 ຄົນ (ຄົນຂັບລົດຂົນສົ່ງສິນຄ້າ).



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ