ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມນາຍົກລັດຖະມົນຕີ ຮ່ວມກັບຄະນະສະເພາະກິດ ຕ້ານໂຄວິດ-19
ເວລາອອກຂ່າວ: 2021-05-17 21:30:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 131 | ຄວາມນິຍົມ:



ໃນຕອນເຊົ້າ ວັນທີ 17 ພຶດສະພາ 2021 ທີ່ສຳນັກງານນາຍົກລັດຖະມົນຕີ ໄດ້ດຳເນີນກອງປະຊຸມນາຍົກ ລັດຖະມົນຕີ ຮ່ວມກັບຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດ ໂຄວິດ-19 ຂັ້ນສູນກາງ ແລະ ຄະນະສະເພາະກິດຂັ້ນທ້ອງຖິ່ນທົ່ວປະເທດ ຜ່ານລະບົບກອງປະຊຸມທາງໄກ (Video Conference), ໂດຍການເປັນປະທານ ຂອງທ່ານ ພັນຄຳ ວິພາວັນ, ນາຍົກລັດຖະມົນຕີ; ມີບັນດາທ່ານ ໃນຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດ ຂອງພະຍາດໂຄວິດ-19 ຂັ້ນສູນກາງ; ເຈົ້າຄອງນະຄອນຫຼວງວຽງຈັນ, ບັນດາທ່ານເຈົ້າແຂວງ, ພ້ອມດ້ວຍຄະນະສະເພາະກິດຂັ້ນທ້ອງຖິ່ນ ທົ່ວປະເທດ ເຂົ້າຮ່ວມ. ຈຸດປະສົງ ຂອງກອງປະຊຸມຄັ້ງນີ້ ເພື່ອຮັບຟັງການລາຍງານການຈັດຕັ້ງປະຕິບັດ ມາດຕະການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ຕາມຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ຢູ່ໃນທົ່ວປະເທດ ໄລຍະແຕ່ວັນທີ 6 ພຶດສະພາ 2021 ເປັນຕົ້ນມາ ແລະ ສະເໜີແຜນວຽກຈຸດສຸມໃນຕໍ່ໜ້າ ຈາກຄະນະສະເພາະກິດຂັ້ນສູນກາງ ແລະ ຮັບຟັງການລາຍງານຈາກຄະນະສະເພາະກິດ ນະຄອນຫຼວງວຽງຈັນ ແລະ ບັນດາແຂວງ. ຜ່ານການປະຊຸມ, ທ່ານ ນາຍົກລັດຖະມົນຕີ ຕາງໜ້າໃຫ້ພັກ-ລັດຖະບານ ໄດ້ສະແດງຄວາມຊົມເຊີຍ ຕໍ່ຄະນະສະເພາະກິດ ກໍ່ຄືຄະນະພັກ, ອົງການການປົກຄອງທຸກຂັ້ນ, ພະນັກງານ, ທະຫານ, ຕໍາຫຼວດ ຕະຫຼອດຮອດປະຊາຊົນບັນດາເຜົ່າ ທີ່ໄດ້ເປັນເຈົ້າການເຂົ້າຮ່ວມ ຂະບວນການສະກັດກັ້ນ ແລະ ຕ້ານການລະບາດ ຂອງພະຍາດໂຄວິດ-19 ໃນຮອບນີ້ ເຮັດໃຫ້ຮອດມື້ນີ້ ສະພາບການມີລັກສະນະຄົງຕົວ ແລະ ມີທ່າອ່ຽງຄ່ອຍຫຼຸດລົງ; ພິເສດ ແມ່ນຍ້ອງຍໍຊົມເຊີຍ ຕໍ່ຖັນແຖວແພດໜໍ, ທະຫານ, ຕຳຫຼວດ ແລະ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ທີ່ໄດ້ຕັ້ງໜ້າປະຕິບັດໜ້າທີ່ອັນໜັກໜ່ວງ ແລະ ມີຄວາມສ່ຽງຕໍ່ສຸຂະພາບ ແລະ ຊີວິດຂອງຕົນ ຢ່າງບໍ່ຮູ້ອິດເມື່ອຍ ໃນການໃຫ້ບໍລິການຮັບໃຊ້ປະຊາຊົນ ນັບທັງກາງເວັນ, ກາງຄືນ ມາເປັນເວລາຍາວນານ ເກືອບ 2 ປີແລ້ວ ຊຶ່ງສະແດງອອກເຖິງຄວາມກ້າຫານ, ຄວາມເສຍສະຫຼະ ແລະ ຄວາມຊື່ສັດບໍລິສຸດໃນຈັນຍາບັນ ເພື່ອຮັບໃຊ້ປະຊາຊົນ ຢ່າງແທ້ຈິງ. ໃນຂະນະດຽວກັນ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຍ້ອງຍໍຊົມເຊີຍ ຕໍ່ຜູ້ປະກອບການ ແລະ ປະຊາຊົນ ຜູ້ມີນໍ້າໃຈເອື້ອຍເຟື້ອເພື່ອແຜ່ ທີ່ໄດ້ປະກອບສ່ວນວັດຖຸສິ່ງຂອງ ແລະ ທຶນຮອນ ເພື່ອນຳໃຊ້ເຂົ້າໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ-19; ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງ ຕໍ່ລັດຖະບານ ແລະ ປະຊາຊົນ ບັນດາປະເທດເພື່ອນມິດ ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າ ແລະ ທັນການ ໃນໄລຍະທີ່ຜ່ານມາ ແລະ ຫວັງວ່າຈະໄດ້ຮັບການສືບຕໍ່ຊ່ວຍເຫຼືອ ໃນຕໍ່ໜ້າ. ພ້ອມກັນນັ້ນ ກໍ່ຍັງໄດ້ຍົກໃຫ້ເຫັນບົດຮຽນອັນພົ້ນເດັ່ນ ທີ່ຖອດຖອນໄດ້ ຈາກພຶດຕິກຳຕົວຈິງ ໃນການຕ້ານເຊື້ອພະຍາດໂຄວິດ-19 ໃນໄລຍະຜ່ານມາ ເພື່ອໃຫ້ຄະນະສະເພາະກິດ ແລະ ການນຳທຸກຂັ້ນ ສືບຕໍ່ນຳບົດຮຽນດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍ ສູ່ວຽກງານຕົວຈິງ ໃນຕໍ່ໜ້າ ໃຫ້ເກີດດອກອອກຜົນຫຼາຍຂຶ້ນ. ໃນຕອນທ້າຍ, ທ່ານ ນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຄະນະສະເພາະກິດຂັ້ນສູນກາງ ແລະ ທ້ອງຖິ່ນ ຮີບຮ້ອນປັບປຸງໂຄງປະກອບດ້ານບຸກຄະລາກອນ ຂອງການຈັດຕັ້ງຕົນເອງ ໃຫ້ຄົບຖ້ວນສົມບູນ, ປັບປຸງລະບົບແບບແຜນວິທີເຮັດວຽກ ໃຫ້ໂລ່ງລ່ຽນ, ວ່ອງໄວ ແລະ ມີປະສິດທິພາບສູງ ຕາມຮູບແບບການບັນຊາການສູ້ຮົົບ, ສຳຄັນຕ້ອງມີແຜນປະຕິບັດງານ ທີ່ຈະແຈ້ງ, ມີເປົ້າໝາຍ, ມີຄາດໝາຍ ທີ່ຮັດກຸມ, ມີກຳລັງຄົນ ກັບກຳລັງຊັບ ຈັດຕັ້ງປະຕິບັດຄັກແນ່. ສໍາລັບມາດຕະການຜ່ອນຜັນດ້ານການບໍລິຫານ ແລະ ສັງຄົມ ຫຼັງວັນທີ 20 ພຶດສະພາ 2021 ນີ້ ໃຫ້ສົມທົບກັນຄົ້ນຄວ້າຄືນ ໂດຍສະເພາະ ມາດຕະການໃດ ທີ່ສາມາດຜ່ອນຜັນ ແລະ ມາດຕະການໃດ ຕ້ອງໄດ້ເພີ່ມທະວີຄວາມເຂັ້ມງວດ ເພື່ອໃຫ້ແທດເໝາະກັບສະພາບຕົວຈິງ ໂດຍໃຫ້ຄຳແນະນຳເພີ່ມເຕີ່ມຂອງຄະນະສະເພາະກິດລາຍລະອຽດ ແລະ ມີຜົນບັງຄັບໃຊ້ຢ່າງເຂັ້ມງວດ; ດ້ານການແພດ ໃຫ້ເອົາໃຈໃສ່ສ້າງແຜນຈັດຕັ້ງປະຕິບັດກ່ຽວກັບການຈັດຫາວັກຊີນ ແລະ ສັກວັກຊີນໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ໄດ້ໄວເທົ່າທີ່ຈະໄວໄດ້, ຖືວຽກນີ້ ເປັນວຽກຕ້ອງສຸມໃສ່ເຮັດ ໂດຍບໍ່ໃຫ້ລັງເລໃດໆ; ໃຫ້ຖອດບົດຮຽນນໍາປະເທດເພື່ອນມິດ ກ່ຽວກັບຢາປົວພະຍາດໂຄວິດ-19 ທີ່ເຮັດໃຫ້ປິ່ນປົວເຊົາໄວຂຶ້ນ; ປັບປຸງຍົກລະດັບເຄື່ອງມືອຸປະກອນການແພດຕາມ ຄວາມຈຳເປັນ ເພື່ອຄວາມສະດວກວ່ອງໄວ ແລະ ທັນການຂື້ນ; ການຈັດສັນງົບປະມານ ໃຫ້ມີແຜນລະອຽດຕົວຈິງ ບໍ່ໃຫ້ເຮັດລວມໆ ຕ້ອງຈັດສັນໃສ່ອັນໃດທີ່ຈຳເປັນ; ສືບຕໍ່ຮັບເອົາການຊ່ວຍເຫຼືອທັງພາຍໃນ ແລະ ຕ່າງປະເທດ; ໃຫ້ເອົາໃຈໃສ່ເປັນພິເສດ ນະໂຍບາຍຕໍ່ພະນັກງານແພດໝໍ ທີ່ປະຕິບັດໜ້າທີ່ປະຈັນບານຢູ່ໂຮງໝໍ ທີ່ມີຄວາມສ່ຽງສູງ. ສຸດທ້າຍ ແມ່ນເຊື່ອໝັ້ນວ່າ ຄະນະສະເພາະກິດຂັ້ນສູນກາງ, ຄະນະພັກ ອົງການປົກຄອງທ້ອງຖີ່ນ ຈະສືບຕໍ່ສູ້ຊົນ ເຮັດໃຫ້ການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ ມີການຜ່ອນຄາຍລົງ ໄດ້ຕາມຄວາມມຸ່ງຫວັງຂອງປະຊາຊົນ. ພາບ-ຂ່າວ: ກົມປະຊາສຳພັນ ຫສນຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ