ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ປະກາດຍົກຂັ້ນເງີນເດືອນ ແລະ ປະດັບທຽບຊັ້ນໃຫ້ນາຍທະຫານ ຢູ່ກອງພັນໃຫຍ່ 642
ເວລາອອກຂ່າວ: 2021-05-18 17:53:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 117 | ຄວາມນິຍົມ:



ວັນທີ 18 ພຶດສະພາ 2021 ນີ້, ຢູ່ທີ່ສະໂມສອນກອງພັນໃຫຍ່ 642 ໄດ້ຈັດພິທີປະກາດຍົກຂັ້ນເງີນເດືອນ ແລະ ປະດັບທຽບຊັ້ນນາຍທະຫານ ໃຫ້ນັກຮຽນທີ່ຮຽນຈົບວິຊາສະເພາະຈາກສາຍລັດ, ໂດຍການເປັນປະທານຂອງສະຫາຍ ພັນໂທ ຄຳໃສ ແພງຄູນ ຮອງເລຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 642, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ຄະນະພັກ-ຄະນະບັນຊາກົມກອງຮາກຖານຂື້ນກັບ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ. ສະຫາຍພັນໂທ ສົມມິດ ຫົງສາຄອນ ຫົວໜ້າຂະແໜງພະນັກງານກ ໄດ້ຂື້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ເລກທີ 1913/ກປທ ວ່າດ້ວຍການຍົກຂັ້ນເງີນເດືອນໃຫ້ນາຍທະຫານຢູ່ກອງພັນໃຫຍ່ 642, ອິງຕາມກົດໝາຍນາຍທະຫານຂອງກອງທັບປະຊາຊົນລາວ(ສະບັບປັບປຸງ) ໃນພາກທີ III ໝວດທີ 1 ມາດຕາ 34 ວ່າດ້ວຍການຍົກຂັ້ນເງີນເດືອນນາຍທະຫານ, ໃນນີ້ຍົກຂັ້ນເງີນເດືອນ ພັນຕີຂື້ນຮັບເງີນຊັ້ນພັນໂທ 1 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງກົມໃຫຍ່ການເມືອງກອງທັບ ເລກທີ 1312, 1280/ ກມທ ວ່າດ້ວຍການປະດັບທຽບຊັ້ນນາຍທະຫານໃຫ້ນັກຮຽນທີຮຽນຈົບວິຊາສະເພາະຈາກສາຍລັດ ໂດຍອິງຕາມກົດໝາຍນາຍທະຫານກອງທັບປະຊາຊົນລາວ(ສະບັບປັບປຸງ) ໃນພາກທີ II ໝວດ 3 ມາດຕາ 19 ແລະ 20 ວ່າດ້ວຍອາຍຸກະສຽນ ແລະ ການປະດັບຊັ້ນ, ປະດັບທຽບຊັ້ນເປັນນາຍທະຫານ, ໃນນີ້ ປະດັບທຽບຊັ້ນ ຮ້ອຍໂທ ໃຫ້ນັກຮຽນທີ່ຮຽນຈົບຂັ້ນປະລີນຍາຕີ, ຊັ້ນສູງ ຈຳນວນ 10 ສະຫາຍ, ປະດັບທຽບຊັ້ນ ຮ້ອຍຕີ ໃຫ້ນັກຮຽນທີ່ຮຽນຈົບຊັ້ນກາງຈຳນວນ 6 ສະຫາຍ. ໃນໂອກາດດັ່ງກ່າວນີ້ສະຫາຍຫົວໜ້າການເມືອງກອງພັນໃຫຍ່ ກໍໄດ້ໂອ້ລົມຕໍ່ພະນັກງານທີ່ໄດ້ຮັບການຍົກຂັ້ນເງີນເດືອນ ແລະ ໄດ້ຮັບຊັ້ນໃໝ່ ເຊີ່ງສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານ ແລະ ໄຊຊະນະຂອງບັນດາສະຫາຍ ທີ່ໄດ້ປະຕິບັດໜ້າທີ່ວຽກງານດ້ວຍຄວາມຫ້າວຫັນ ຕັ້ງໃຈສຶກສາຮໍ່າຮຽນ ໃນການຍາດແຍ່ງເກັບກຳເອົາຄວາມຮູ້ນຳຄູອາຈານ ແລະ ປະສົບການຕ່າງໆ ນຳມາໝູນໃຊ້ໃນຊີວິດປະຈຳວັນ ໃຫ້ແທດເໝາະກັບໜ້າທີ່ວິຊາສະເພາະຂອງຕົນດ້ວຍຄວາມຮັບຜິດຊອບສູງ, ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ມີຄວາມເປັນເອກະພາບ ເຊື່ອໝັ້ນຕໍ່ການນຳພາຂອງພັກ ເປັນແບບຢ່າງທີ່ດີ, ພ້ອມກັນນຳເອົາຄວາມຮູ້ຄວາມສາມາດມາພັດທະນາກົມກອງ ໃຫ້ມີບາດກ້າວຂະຫຍາຍຕົວຍິ່ງໆຂື້ນ. ຂ່າວໂດຍ: ແຟນຕ່າ ໄຊຍະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ