ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ອົງການຈັດຕັ້ງມະຫາຊົນ ກອງພົນທີ 2 ສ້າງຂະບວນການອອກແຮງງານລວມ
ເວລາອອກຂ່າວ: 2021-05-18 17:54:34 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1654 | ຄວາມນິຍົມ:



ໃນວັນທີ 14 ພືດສະພາ 2021 ນີ້. ຊາວໜຸ່ມ ແລະ ແມ່ຍີງ ກອງພົນທີ 2 ໄດ້ສາມັກຄີສ້າງຂະບວນການ ອອກແຮງງານລວມ ໂດຍການຊີ້ນຳຂອງສະຫາຍ ພັນໂທ ສີນວນ ແສງເພັດໃຕ້ ຫົວໜ້າພະແນກຊາວໜຸ່ມກອງພົນທີ 2 ແລະ ພັນຕີ ນາງ ຄຳຜູ ພັນທະວົງ ຫົວໜ້າພະແນກສະຫະພັນແມ່ຍີງກອງພົນທີ 2 ມີບັນດາສະຫາຍສະມາຊິກຊາວໜຸ່ມ ແລະ ເອື້ອຍນ້ອງແມ່ຍີງ 5 ອົງການ, 2 ກົມກອງເຂົ້າຮ່ວມຢ່າງພ້ອມພຽງ. ການອອກແຮງງານລວມຄັ້ງນີ້ ແມ່ນໄດ້ພ້ອມກັນອານາໄມເສຍຫຍ້າ ແລະ ປັບໜ້າດີນ ເພື່ອກະກຽມຕົ້ນປູກດອກໄມ້ປະດັບ ຢູ່ໜ້າຫ້ອງການກອງພົນ. ທັງນີ້ກໍ່ເພື່ອເປັນການອອກແຮງແຂ່ງຂັນ ສ້າງຜົນງານເພື່ອຂໍ່ານັບຮັບຕ້ອນວັນສຳຄັນຕ່າງໆຂອງຊາດ ຂອງກອງທັບ ໂດຍສະເພາະແມ່ນວັນສ້າງຕັ້ງກອງພົນທີ 2 ຄົບຮອບ 40 ປີ ທີໃກ້ຈະມາເຖິງນີ້ໃຫ້ມີໃບໜ້າອັນໃໝ່ ມີຄວາມສວຍສົດງົດງາມຂື້ນກວ່າເກົ່າ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ