ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ກອງພັນໃຫຍ່ 301 ໄດ້ຈັດຕັ້ງ ໜ່ວຍງານສະເພາະກິດຄວບຄຸມຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຈັດຕັ້ງ ສັກຢ່າວັກຊິນ
ເວລາອອກຂ່າວ: 2021-05-18 17:55:21 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1374 | ຄວາມນິຍົມ:



ໂດຍປະຕິບັດຕາມຄໍາສັ່ງແຈ້ງການຂອງນາຍົກລັດຖະມົນຕີເລກທີ 15 /ນຍ ລົງວັນທີ 21 ເມສາ ປີ 2021 ວ່າດ້ວຍການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ປະຕິບັດຕາມຄໍາສັ່ງແຈ້ງການຂອງກະຊວງປ້ອງກັນປະເທດ ສະບັບເລກທີ 2151/ ກປທ ລົງວັນທີ 22 ເມສາ ປີ2021 ວ່າດ້ວຍການສະກັດກັ້ນ ແລະ ຈັດຕັ້ງປະຕິບັດຕາມມາດຕະການຢ່າງເຂັ້ມງວດ ດັ້ງນັ້ນທາງຂະແໜງເສນາຮັກກອງພັນໃຫຍ່ 301 ທີຂຶ້ນກັບກອງພົນທີ 3 ໄດ້ຈັດຕັ້ງໜ່ວຍງານສະເພາະກິດ ແລະ ໜ່ວຍງານລົງຊີ້ນໍາຕົວຈິງກໍ່ຄືແພດໝໍປະຈໍາໂຮງໝໍກອງພັນໃຫຍ່ 301 ນໍາໂດຍສະຫາຍພັນຕີ ຄໍາພັງ ແກ້ວປັນຍາ ຮອງເລຂາຄະນະພັກຫົວໜ້າການທະຫານກອງຮ້ອຍໂຮງໝໍ ໂດຍຈັດຕັ້ງໃຫ້ແພດໝໍກວດອຸນຫະພູມໃຫ້ພະນັກງານນັກ-ນັກຮົບ ຢູ່ແຕ່ລະກົມກອງອ້ອມຂ້າງກອງພັນໃຫຍ່ໃນທຸກໆວັນ ແລະ ກວດອຸນຫະພູມໃຫ້ພະນັກງານ-ນັກຮົບ ທີ່ທຽວການ ເຂົ້າ-ອອກ ປະຕູໂຂງ ໃນທຸກໆວັນເຊັ່ນດຽວກັນ ເຊິ່ງເລີ່ມຈັດຕັ້ງປະຕິບັດແຕ່ວັນ 22 ເມາສາ ປີ 2021 ຈົນເຖິງປັດຈຸບັນແມ່ນໄດ້ 26 ວັນ ແລະ ຍັງໄດ້ສືບຕໍ່ກວດອຸນຫະພູມຈົນກວ່າຄໍາສັ່ງແຈ້ງການມີການປ່ຽນແປງ. ພ້ອມນັ້ນຍັງໄດ້ປະກາດກົດລະບຽບໃຫ້ ພະນັກງານ-ນັກຮົບ ບໍ່ໃຫ້ອອກຄ້າຍໂດຍບໍ່ໄດ້ການອະນຸຍາດຈາກຜູ້ບັນຊາ ພ້ອມນັ້ນໄດ້ກັກບໍລິເວນ ພະນັັກງານ-ນັກຮົບ ທີລາພັກມາແຕ່ແຂວງ ທີ່ມີການສ່ຽງຕໍ່ການແຜ່ລະບາດ ຂອງພະຍາດໂຄວິດ-19 ຈໍານວນ 2 ສະຫາຍ, ມາຮອດປັດຈຸບັນນີ້ແມ່ນຄົບ 14 ວັນ ເຊິ່ງບໍ່ມີອາການຫຍັງເກີດຂຶ້ນ ແລ້ວທາງໜ່ວຍງານໄດ້ນໍາສົ່ງກັບຄືນກົມກອງເປັນທີ່ຮຽບຮ້ອຍ. ຂ່າວໃຫ້ຮູ້ຕື່ມວ່າ ໃນວັນທີ 15 ມີນາ ປີ 2021ນີ້ ທາງຂະແໜງເສນາຮັກກອງພັນໃຫຍ່ 301 ກອງພົນທີ 3 ໄດ້ຈັດຕັ້ງສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ອີງຕາມຄໍາສັ່ງຂອງກົມເສນາຮັກກໍ່ຄືພະແນກເສນາຮັກກອງພົນທີ 3 ວ່າດ້ວຍການຈັດຕັ້ງປະຕິບັດໃນການສັກວັກຊິນປ້ອງກັນພະຍາດໂຄວິດ-19 ດັ້ງນັ້ນ ທາງຂະແໜງເສນາຮັກກອງພັນໃຫຍ່ 301 ຈຶ່ງໄດ້ ປະສານງານກັບບັນດາໂຮງໝໍເມືອງ ເປັນຕົ້ນແມ່ນ ໂຮງໝໍເມືອງຊຽງຮ່ອນ, ໂຮງໝໍເມືອງຄອບ ແລະ ໂຮງໝໍເມືອງປາກທາ ເພື່ອສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ພະນັກງານ-ນັກຮົບ ທັງໝົດ 413 ສະຫາຍບັນລຸໄດ້ 41.8 %. ໂດຍ: ສິບເອກ ຈອມແສງ ແສງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ