ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ສູນຝຶກທະຫານໃໝ່ກອງພັນໃຫຍ່ 301 ຍິງລູກປືນແທ້ຊຸດທີ 13 ປະຈໍາປີ 2021
ເວລາອອກຂ່າວ: 2021-05-18 17:56:00 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 1641 | ຄວາມນິຍົມ:



ໃນວັນທີ 14 ພຶດສະພາ 2021 ນີ້, ກອງພັນໃຫຍ່ 301 ກອງພົນທີ 3 ໄດ້ຈັ້ງຕັ້ງຍິງລູກປື່ນແທ້ ໃຫ້ແກ່ທະຫານໃໝ່ ຊຸດທີ 13 ປະຈໍາປີ 2021 ຂຶ້ນທີ່ສະໜາມຍິງປືນກອງພັນໃຫຍ 301 ໂດຍການເຂົ້າຮ່ວມຂອງ ສະຫາຍ ພັນຕີ ສົມຈັນ ແກ້ວປະເສີດ ຫົວໜ້າຂະແໜງ ອົມຮົມກອງພັນໃຫຍ່ 301 ມີບັນດາຄະນະພັກ-ຄະນະບັນຊາກອງຮ້ອຍທະຫານໃໝ່ ຕະຫລອດຮອດຄູ-ອາຈານ ແລະ ອ້າຍນ້ອງທະຫານ ໃໝ່ເຂົ້າຮ່ວມທັງໝົດ 54 ສະຫາຍສາມາດສະຫຼຸບຕີລາຄາໄດ້ດັ່ງນີ້: ຂັ້ນເກັ່ງມີ 20 ສະຫາຍ, ເທົ່າກັບ 37,03%, ຂັ້ນດີ 11 ສະຫາຍ, ເທົ່າກັບ 20,37%, ຄາດໝາຍ 23 ສະຫາຍ, ເທົ່າກັບ 42,59%. ທັງນີ້ກໍ່ເພື່ອເປັນການສະຫຼຸບ, ທົດສອບຄວາມຮູ້ ແລະ ຄວາມສາມາດ, ທີ່ໄດ້ປະຕິບັດໃນການຮຽນໄລຍະສາມເດືອນທີ່ຜ່ານມາ ແລະ ເປັນການຝຶກທັກສະໃຫ້ທະຫານໃໝ່ມີຄວາມຊິນເຄີຍໃນການຍິງລູກປືນແທ້ ເພື່ໝູນໃຊ້ໃນຍາມປະຕິບັດໜ້າທີ່ຕົວຈິງ ໃນເມື່ອຈົບສູນຝຶກ ລົງປະຈໍາກົມກອງທີຂັ້ນເທິງໄດ້ໝອບໝາຍໃຫ້. ໂດຍ: ຈອມແສງ ແສງມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ