ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງພັນໃຫ່ຍ 302 ຈັດຕັ້ງສັກຢາວັກຊິນ ປ້ອງກັນພະຍາດໂຄວິດ-19 ໃຫ້ພະນັກງານ-ນັກຮົບ
ເວລາອອກຂ່າວ: 2021-05-18 17:56:37 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 422 | ຄວາມນິຍົມ:



ໃນວັນທີ 17-18 ພຶດສະພາ 2021 ນີ້, ຢູ່ທີ່ສະໂມສອນກອງພັນໃຫ່ຍ 302 ກອງພົນທີ 3 ພະນັກງານແພດ ຫ້ອງການສາທາລະນະສຸກເມືອງຜາອຸດົມ, ແຂວງບໍ່ແກ້ວ ເຊິ່ງນຳໂດຍ ທ່ານ ພຸດທະສັກ ວິໄລວັນ, ຫົວໜ້າໜ່ວຍງານສົ່ງເສີມສຸຂະພາບ, ຫ້ອງການສາທາສະນະສຸກເມືອງຜາອຸດົມ ແຂວງບໍ່ແກ້ວ ໄດ້ລົງສັກຢາວັກຊິນເພື່ອປ້ອງກັນພະຍາດໂຄວິດ-19, ເຂົ້າຮ່ວມມີ ທ່ານພັນໂທ ຈອມໃຈ ໄຊພະວົງ ເລຂາຄະນະພັກ ຫົວໜ້າການເມືອງ, ມີຮອງເລຂາຄະນະພັກ, ມີຄະນະພັກ-ຄະນະບັນຊາກອງພັນໃຫ່ຍ, 5 ພະແນກການ, 2 ກອງພັນ, ກອງຮ້ອຍ, ໝວດເອກະລາດ, ພ້ອມດ້ວຍພະນັກງານ-ນັກຮົບ ແລະ ຄອບຄົວພະນັກງານ ທີ່ຢູ່ອ້ອມຂ້າງກອງພັນໃຫ່ຍ 302 ເຂົ້າຮ່ວມ. ທ່ານ ພຸດທະສັກ ວິໄລວັນ ໃຫ້ຮູ້ວ່າ: ການສັກຢາວັກຊິນເພື່ອປ້ອງກັນພະຍາດໂຄວິດ-19 ໃນຄັ້ງນີ້ ແມ່ນເພື່ອສ້າງພູມຄຸ້ມກັນໃຫ້ກັບຮ່າງກາຍ, ທັງເປັນການປ້ອງກັນພະຍາດໂຄວິດ-19 ອີກດ້ວຍ, ສຳລັບຜູ້ທີ່ສະໝັກໃຈ ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19 ນີ້, ຕ້ອງປະຕິບັດຕາມເງື່ອນໄຂຢ່າງເຄັ່ງຄັດ ຕາມແບບຟອມສອບຖາມກ່ອນສັກຢາວັກຊິນ, ເປັນຕົ້ນແມ່ນຕ້ອງຜ່ານການກວດສຸຂະພາບ, ວັດແທກອຸນຫະພູມຮ່າງກາຍ, ຄວາມດັນ ,ຕ້ອງເຫັນດີອະນຸຍາດໃຫ້ແພດໝໍສັກຢາວັກຊິນ ດ້ວຍຄວາມສະມັກໃຈ, ສຳລັບຜູ້ທີສັກຢາວັກຊິນ ຕ້ອງມີສຸຂະພາບແຂງ ແຮງດີ, ບໍ່ມີພະຍາດປະຈຳຕົວ, ພາຍຫຼັງທີ່ໄດ້ສັກຢາວັກຊິນແລ້ວຕ້ອງນັ່ງພັກຜ່ອນ 20-30 ນາທີ, ພ້ອມກັນນັ້ນກໍ່ໃຫ້ສືບຕໍ່ຕິດຕາມສຸຂະພາບຂອງຕົນເອງພາຍໃນ 1 ອາທິດ, ຫ້າມດື່ມສິ່ງມືນເມົາຕ່າງໆ, ຖ້າມີອາການຜິດປົກກະຕິໃຫ້ຮີບລາຍງານ ແລະ ໄປຫາແພດໝໍຢ່າງຮີບດ່ວນ. ໂດຍ: ພອນແກ້ວ ວິໄລສັກ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ