ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຮ້ານຂາຍເພັດ ແລະ ຄຳແມ່ບຸນທຳ ແສງພົມເພັດ ມອບອຸປະກອນຕ້ານພະຍາດໂຄວິດ-19 ໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ
ເວລາອອກຂ່າວ: 2021-05-18 17:57:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 123 | ຄວາມນິຍົມ:



ໃນວັນທີ 17 ພຶດສະພາ 2021 ນີ້, ຮ້ານຂາຍເພັດ ແລະ ຄຳແມ່ບຸນທຳ ແສງພົມເພັດ ໄດ້ນໍາເອົາເຈວລ້າງມື ຈຳນວນ 9 ກ່ອງ ແລະ ຜ້າອັດປາກ-ດັງ ຈຳນວນ 9 ກັບ ລວມມູນຄ່າ 950.000 ກີບ ມາມອບໃຫ້ກອງບັນຊາການທະຫານແຂວງບໍ່ແກ້ວ. ກ່າວມອບຂອງສະຫາຍ ສົມດີ ແສງພົມເພັດ ຕາງໜ້າຮ້ານຂາຍເພັດ ແລະ ຄຳແມ່ບຸນທຳ ແສງພົມເພັດ ຮ້ານຕັ້ງຢູ່ຕະຫຼາດວັງວິວ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ແລະ ກ່າວຮັບຂອງສະຫາຍ ພັນເອກ ບຸນມີ ພາມີໄຊ ຄະນະປະຈຳພັກແຂວງ ເລຂາຄະນະພັກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍ່ແກ້ວ ພ້ອມດ້ວຍຄະນະເຂົ້າຮ່ວມ. ໂອກາດດັ່ງກ່າວ, ສະຫາຍຫົວໜ້າການເມືອງ ໄດ້ຕາງໜ້າຄະນະພັກ-ຄະນະບັນຊາ ກອງບັນຊາການ ຕະຫຼອດຮອດພະນັກງານ-ນັກຣົບທົ່ວທະຫານແຂວງ ກ່າວສະແດງຄວາມຂອບໃຈຢ່າງຫຼົ້ນເຫຼືອ ມາຍັງ ສະຫາຍ ສົມດີ ແສງພົມເພັດ ພ້ອມຄອບຄົວ ທີ່ໄດ້ຊຸກຍູ້ຊ່ວຍເຫຼືອໃນຄັ້ງນີ້ ເຊີ່ງມັນໄດ້ສະແດງເຖີງຄວາມເສຍສະຫຼະ, ຄວາມເປັນຫ່ວງເປັນໄຍ ແລະ ໃຫ້ກຳລັງໃຈພະນັກງານ-ນັກຮົບ ສືບຕໍ່ປະຕິບັດໜ້າທີ່ ພ້ອມໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ວັດຖຸອຸປະກອນດັງກ່າວໃຫ້ເກີດປະໂຫຍດສູງສຸດ ເພື່ອຕອບຕ້ານ ແລະ ປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19 ທີ່ປະເທດເຮົາກໍາລັງປະເຊີນໜ້າກັບສັດຕູອັນຮ້າຍກາດ ເວົ້າລວມ ເວົ້າສະເພາະ ຢູ່ພາຍໃນແຂວງບໍ່ແກ້ວ ໃຫ້ກັບຄືນສູ່ພາວະປົກະຕິໂດຍໄວ. ໂດຍ: ວໍລະສິດ ພິດສະຫາຍ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ